ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

5 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອບິນ ເຮລີຄອບເຕີ ຕົກ ຢູ່ເກົາຫຼີໃຕ້


ແຜນທີ່ເກົາຫຼີໃຕ້ ເຂດທີ່ເຮືອຂ້າມຟາກ Sewol ຫຼົ້ມ
ແຜນທີ່ເກົາຫຼີໃຕ້ ເຂດທີ່ເຮືອຂ້າມຟາກ Sewol ຫຼົ້ມ

ເຮືອບິນ​ເຮ​ລີ​ຄອບ​ເຕີ​ດັບ​ເພີງຂອງເກົາຫຼີໃຕ້​ລຳ​ນຶ່ງ​ຕົກ ​ໃນ​ວັນ​ພະ
ຫັດ​ມື້​ນີ້ ​ໃນ​ຄຸ້ມ​ບ່ອນຢູ່​ອາ​ໄສຂອງ​ປະຊາຊົນ​ ທີ່​ເມືອງ Gwangju
ເຮັດ​ໃຫ້​ຄົນ​ໃນ​ເຮືອ​ບິ​ນທັງ​ໝົດ 5 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ເດັກ​ຍິງ​ໄວ​ລຸ່ນຄົນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ
​ເລັກ​ນ້ອຍ​ເຊັ່ນ​ກັນ ຫຼັງ​ຈາກ​ຊິ້ນ​ສ່ວນ​ຂອງ​ເຮືອບິນຟົ້ງ​ຖືກ ຊຶ່ງ​ເຮືອ
ບິນ​ລຳ​ດັ່ງກ່າວ​ໄດ້​ເກີດ​ອຸບັດ​ເຫດ ​ຕົກລົງ​ໃກ້ໆ​ກັບ​ໂຮງຮຽນ​ແຫ່ງ​ນຶ່ງ.

​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລຳ​ດັ່ງກ່າວ​ ກຳລັງ​ບິນ​ກັບ​ຄືນ​ສູ່​ຖານ​ທັບ​ແຫ່ງ​ນຶ່ງ ຫຼັງຈາກປະກອບ
ສ່ວນໃນ​ການ​ຊອກ​ຄົ້ນ​ຫາ​ປະຊາຊົນ 11 ຄົນທີ່ຍັງ​ຫາຍ​ສາບ​ສູນ​ໄປ ຈາກ​ໄພພິບັດ​ເຮືອ​
ຂ້າມ​ຟາກ​ຫຼົ້ມ​ຕັ້ງ​ແຕ່ເດືອນ​ເມສາ​ຜ່ານ​ມາ.

ປະຊາຊົນ​ປະມານ 300 ຄົນ ສ່ວນ​ຫຼາຍ​ເປັນ​ນັກຮຽນ​ໂຮງຮຽນ​ມັດທະຍົມ ​ໄດ້​ເສຍ​ຊີວິດ​
ໄປ ​ເວລາ​ເຮືອ​ໂດຍສານ​ຂ້າມ​ຟາກ Sewol ຫຼົ້ມຢູ່​ ນອກ​ຝັ່ງ​ທະ​ເລ​ຂອງ​ພາກ​ຕາ​ເວັນ​
ຕົກ​ສຽງ​ໃຕ້​ຂອງ​ເກົາຫຼີ​ໃຕ້​ນັ້ນ.

ຮວມທັງພວກຜູ້​ຄົນ ​ທີ່​ເສຍ​ຊີວິດ​ຍ້ອນ​ເຮືອບິນ​ເຮ​ລີ​ຄອບ​ເຕີຕົກດັ່ງກ່າວນີ້ ມີທັງໝົດ​ 7 ຄົນແລ້ວ ​ໄດ້​ເສຍ​ຊີວິດໃນການປະຕິບັດງານກູ້ໄພ. ພວກ​ນັກດຳ​ນ້ຳ 2 ຄົນກໍຕາຍ​ດຶກ
ນ້ຳກ່ອນ​ໜ້າ​ນີ້ ​ໃນ​ຂະນະ​ທີ່​ກຳລັງ​ຊອກ​ຫາ​ເຮືອ​ລຳ​ນີ້.

ຍັງ​ບໍ່​ມີ​ຂ່າວ​ຄາວ​ປະກາດ​ໃຫ້​ຊາບ​ກ່ຽວ​ກັບ​ສາ​ເຫດ​ຂອງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລຳ​ນີ້​ຕົກ​ເທື່ອ.

XS
SM
MD
LG