ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນອຸບປະຕິເຫດ ເຮືອ​ຂ້າມຟາກຫຼົ້ມ ຢູ່ ​ເກົາຫຼີ​ໃຕ້ ກາຍ 100 ຄົນ​ແລ້ວ (ວີດີໂອ)


South Korea Ferry SOTVO
please wait

No media source currently available

0:00 0:00:46 0:00
ຈຳນວນ​ຜູ້​ເສຍຊີວິດ ຍ້ອນເຮືອ​ຂ້າມຟາກຂອງ​ເກົາຫຼີ​ໃຕ້ຫລົ້ມ
ໃນອາທິດແລ້ວນີ້ ​ແມ່ນກາຍ 100 ຄົນ​ແລ້ວມາຮອດວັນ​ອັງຄານ
​ມື້​ນີ້ ​ໃນ​ຂະນະ​ທີ່​ພວກມະນຸດກົບຍັງສືບ​ຕໍ່​ເກັບກູ້​ເອົາ​ສົບ​ຈາກ
ເຮືອ​ທີ່ປີ້ນຂວ້ຳແລະຈົມ​ລົງ​ນັ້ນ.

ມີ​ຫຼາຍ​ກວ່າ 200 ຄົນ ຍັງ​ຫາຍ​ສາບ​ສູນ ​ແລະ​ຄາດ​ຄະ​ເນ​ວ່າ
ໄດ້ເສ​ຍຊີວິດໄປແລ້ວ​ ຫຼັງ​ຈາກ​ທີ່ບໍ່ສາມາດຫລົບໜີອອກມາ
ໄດ້ຈາກເຮືອໂດຍສານຂ້າມຟາກທີ່​ສູງ​ຫ້າ​ຊັ້ນ​ ຊຶ່ງ​ໄດ້​ປີ້ນຂວ້ຳ​
ໃນ​ວັນ​ພຸດ​ ອາທິດແລ້ວນີ້.

ພວກມະນຸດກົບ ​ໄດ້​ກູ້ເອົາ 17 ສົບ ຈາກເຮືອຂ້າມຟາກSewol
ຂະໜາດ​ 6,800 ​ໂຕນ​ ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້.

ເປັນທີ່ຄາດກັນວ່າ ຈະມີການ​ເລັ່ງລັດ​ດຳເນີນຄວາມພະຍາຍາມໃນການຊອກຄົ້ນຫາ ​ໃນຂະນະທີ່​ສະພາບ​ອາກາດດີ​ຂຶ້ນ.

ທ່ານ Ko Myuang-suk ຊຶ່ງເປັນເຈົ້າ​ໜ້າ​ທີ່ຍາມ​ຝັ່ງກ່າວ​ວ່າ ຄື້ນຟອງທະ​ເລ​ຂະໜາດ​ແຮງ​ ຊຶ່ງ​ເປັນອຸບປະສັກຕໍ່​ການຊອກຄົ້ນຫາທີ່​ວ່າ​ນີ້ ຄາດ​ວ່າ ຈະ​ສະ​ງົບ​ລົງ​ແດ່ແລ້ວ ໃນ​ວັນ​ອັງຄານ​ມື້​ນີ້ ​ຊຶ່ງທ່ານໃຫ້ການ​ອະທິ​ບາຍຕື່ມ​ວ່າ: “ຄວາມ​ສູງ​ຂອງ​ຄື້ນຟອງ​ໃນ​ບໍລິ​ເວນ ທີ່ມີການປະຕິ ບັດງານຊອກຄົ້ນຫາ ​ແມ່ນສູງປະມານ 5 ​ແມັດ ​ໃນ​ມື້​ນີ້ ກະແສນໍ້າກໍໄຫລຊ້າລົງ ດັ່ງນັ້ນຈຶ່ງ ຈະເປັນການດີີສຳລັບການ​ຊອກຄົ້ນ​ຫາ​.”

​ຈາກໂຕເລກຜູ້ທີ່​ເສຍ​ຊີວິດ​ທັງ​ໝົດຂັ້ນສຸດທ້າຍ ຊຶ່ງຄາດວ່າຈະມີປະມານ 300 ຄົນ​ນັ້ນ ຈຶ່ງ​ເຮັດໃຫ້ອຸບ​ປະຕິ​ເຫດດັ່ງກ່າວ​ນີ້ ກາຍເປັນອຸບປະຕິເຫດເຮືອຂ້າມຟາກ ທີ່ຮ້າຍແຮງ
ສຸດ ​ໃນ​ຮອບຫຼາຍ​ກວ່າ 2 ທົດ​ສະ​ວັດ​ ຢູ່ໃນ​ເກົາຫຼີ​ໃຕ້.

ເຈົ້າໜ້າທີ່ຄົນ​ທີ 3 ​ປະຈຳຫ້ອງຂັບເຮືອ ແລະພະນັກງານອີກຄົນນຶ່ງ ຂອງເຮືອຂ້າມ
ຟາກລຳ ນີ້ ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ແລ້ວ​ ໃນ​ຂໍ້​ຫາ​ທີ່ໜີ​ເອົາ​ຕົວລອດ ​ແລະປະ​ປ່ອຍພວກ​ຜູ້​ໂດຍສານ ​ໃນ​ຂະນະ​ທີ່ເຮືອ​ລຳດັ່ງກ່າວພວມຈົມລົງນ້ຳນັ້ນ.​
Death Toll Passes 100 as Divers Search South Korea Ferry
please wait

No media source currently available

0:00 0:02:04 0:00
XS
SM
MD
LG