ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ດຳເນີນຄະດີ ກັບຕັນແລະລູກເຮືອ ກຳປັ່ນຂ້າມຟາກ ທີ່ຫຼົ້ມ ໃນເດືອນແລ້ວ (ສະໄລດ໌/ວີດີໂອ)


ບັນດາໄອຍະການ ເກົາຫລີໃຕ້ ກຳລັງນັ່ງຟັງ ການດຳເນີນຄະດີ ບັນດາລູກເຮືອຂ້າມນຳ້ ທີ່ຫລົ້ມ
ບັນດາໄອຍະການ ເກົາຫລີໃຕ້ ກຳລັງນັ່ງຟັງ ການດຳເນີນຄະດີ ບັນດາລູກເຮືອຂ້າມນຳ້ ທີ່ຫລົ້ມ
ເປັນ​ເວລາເກືອບ​ສອງເດືອນມາແລ້ວ ຫລັງ​ຈາກ​ໄດ້ເກີດໄພ
ພິບັດເຮືອ​ຂ້າມ​ຟາກ​ ​ເກົາຫລີ​ໃຕ້ຫລົ້ມ ​ທີ່ເຮັດໃຫ້ມີ​ຜູ້​ເສຍ​ຊີ
ວິດກວ່າ 300 ຄົນ ​ກັບ​ຕັນ​ແລະ​ບັນດາ​ລູ​ກ​ເຮືອ​ທີ່ພາກັນ​ໜີປະ​
ເຮືອນັ້ນ ກຳລັງ​ຖືກ​ດຳ​ເນີນ​ຄະດີ ຮວມ​ທັງໃນ​ຂໍ້ຫາຄາດຕະກຳ.

ກັບຕັນເຮືອ​ຂ້າມ​ຟາກ ທ່ານ Lee Joon-seok ​ແລະ​ລູກ​ເຮືອ
​ອີກສາມ​ຄົນ​ ໄດ້​ຖືກ​ຂໍ້​ຫາ “​ຄາດ​ຕະກຳ​ດ້ວຍການປ່ອຍປະລະ
ເລີຍຕໍ່ໜ້າທີ່ຢ່າງຕັ້ງໃຈ” ​ແລະອາດ​ປະ​ເຊີນ​ໜ້າກັບໂທດ​ປະ
ຫານ​ຊີວິດ ກໍ​ເປັນ​ໄປ​ໄດ້. ລູກ​ເຮືອ​ອີກ 11 ຄົນປະ​ເຊີນ​ໜ້າ ​ກັບ
ໂທດສະຖານເບົາລົງມາ ໃນຂໍ້ຫາ​ປ່ອຍປະລະ​ເລີຍຕໍ່ໜ້າທີ່.

ບັນດາ​ຈຳເລີຍ ​ໄດ້​ປາກົດ​ໂຕ​ໃນ​ວັນ​ອັງຄານ​ມື້​ນີ້ ຕໍ່​ໜ້າ​ສານ​ແຫ່ງ​ນຶ່ງ​ ໃນ​ເມື​ອງ Gwangju
​ເມືອງໃນພາກຕາ​ເວັນ​ຕົກ​ສຽງ​ໃຕ້ແຫ່ງນີ້ ຕັ້ງຢູ່ບໍ່ໄກ​ຈາກ​ບ່ອນ​ເຮືອ​ຂ້າມ​ຟາກ Sewol ​ຫລົ້ມ ທີ່ເຮັດ​ຜູ້ເສຍຊີວິດສ່ວນໃຫຍ່ ຊຶ່ງເປັນ​ນັກຮຽນ​ມັດທະ ຍົມ​ ​ທີ່ພວມ​ເດີນທາງ​ໄປ​ຫາ​ເກາະຕາກ​ ອາກາດ ທີ່ຢູ່​ໃກ້ໆ​ນັ້ນ.

ບັນດາ​ພໍ່​ແມ່​ຜູ້​ປົກຄອງ ທີ່ພວມໄວ້ທຸກຢູ່ ​ແລະ​ສະ​ມາ​ຊິກ​ຄອບຄົວ​ຫລາຍ​ສິບ​ຄົນ ພາກັນ
ເຂົ້າ​ຮ່ວມ​ຮັບ​ຟັງຄຳໃຫ້ການ. ຈຳນວນ​ນຶ່ງ​ ໄດ້​ອາ​ລະວາ​ດ​ບັນດາ​ເຈົ້າ​ໜ້າທີ່​ສານ ກ່ອນ
​ການ​ດຳ​ເນີນ​ຄະດີ. ພີ່ນ້ອງ​ຄົນ​ນຶ່ງ​ຖື​ປ້າຍ​ທີ່​ກ່າວ​ວ່າ “​ເຈົ້າ​ບໍ່​ແມ່ນ​ມະນຸດ ​ເຈົ້າແມ່ນຊົ່ວ
ຮ້າຍກວ່າ​ພວກສັດ​ເດຍລະສານອີກ.”

ການ​ດຳ​ເນີນ​ຄະດີ​ມີ​ຂື້ນ​ ທ່າມກາງຄວາ​ມ​ໂກດ​ແຄ້ນ​ຂອງ​ສາທາລະນະ​ຊົນ ທີ່​ຍັງມີ​ຄຳ​ຖາມ​
ຫລາຍ​ຢ່າງ​ຢູ່ວ່າ ການ​ດຳ​ເນີນ​ຄະດີ​ທີ່​ທ່ຽງ​ທຳ​ນັ້ນ ສາມາດ​ເປັນ​ໄປ​ໄດ​ບໍ. ​ບໍ່ດົນຫລັງ​ຈາກ
​ເຮືອ​ຫລົ້ມ​ໃນ​ວັນ​ທີ 16 ​ເດືອນ​ເມ​ສາຜ່ານມາ ປະທານາ​ທິບໍດີ ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວ​ວ່າ ການ​ປະຕິບັດ​ງານ​ຂອງ​ບັນດາ​ລູກ​ເຮືອ​ “​ເ​ທົ່າກັນກັບ​ການ​
ຄາດ​ຕະກຳ.”
SOKOR FERRY TRIAL VO
please wait
Embed

No media source currently available

0:00 0:01:40 0:00
XS
SM
MD
LG