ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີໃຕ້ ຫ້າມນໍາເຂົ້າ ປາຈາກເຂດ Fukushima (ວີດີໂອ)


ໂຮງໄຟຟ້າພະລັງງານນິວເຄລຍ Fukushima ບ່ອນທີ່ມີການຮົ່ວໄຫລ ຂອງນໍ້າທີ່ປົນ ກໍາມັນຕະພາບລັງສີນິວເຄລຍ ລົງສູ່ທະເລ.
ໂຮງໄຟຟ້າພະລັງງານນິວເຄລຍ Fukushima ບ່ອນທີ່ມີການຮົ່ວໄຫລ ຂອງນໍ້າທີ່ປົນ ກໍາມັນຕະພາບລັງສີນິວເຄລຍ ລົງສູ່ທະເລ.
ເກົາ​ຫລີ​ໃຕ້ ຫ້າມ​ນໍາ​ເຂົ້າ ຜະ​ລິດ​ຕະພັນ​ປາ ຈາກ​ຂົງເຂດອ້ອມ
​ແອ້ມ ​ໂຮງງານ​ພະລັງ​ໄຟຟ້າ​ນິວ​ເຄລຍ Fukushima ຂອງ
ຍີ່​ປຸ່ນທີ່ໃຊ້​ການ​ບໍ່​ໄດ້ ບ່ອນ​ທີ່​ກຳມັນ​ຕະພາບ​ລັງສີຮົ່ວ​ໄຫລ
ອອກມາສູ່​ທະ​ເລ ຫຼາຍ​ຂຶ້ນ​ນັ້ນ.

​ໂຄສົກ​ລັດຖະບານ​ກຸງໂຊ​ລ ທ່ານ Shin Joong-don ກ່າວ
​ໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ເຄື່ອນ​ໄຫວ​ນີ້ ​ແມ່ນ​ຈະຫ້າມສິນ​ຄ້ານໍາ​
ເຂົ້າ ທີ່​ມາ​ຈາກ 8 ​ເຂດ​ກໍາ​ແພງ​ເມືອງ ຮວມ​ທັງ Fukushima
ນຳ. ທ່ານ​ກ່າວ​ວ່າ ​ນອກ​ນັ້ນ ເກົາຫລີ​ໃຕ້​ຍັງ​ຈະ​ທຳ​ການ​ກວດ​
ເບິ່ງຈຳພວກ ປາຍີ່ປຸ່ນ ທີ່​ມາ​ຈາກ​ເຂດ​ອຶ່ນໆນຳ​ອີກ.

ຜູ້​ຄວບ​ຄຸມ​ໂຮງ​ໄຟຟ້າ Fukushima ​ໄດ້​ຮັບ​ຮູ້​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ
ນໍ້າ​ທີ່ມີມົນ​ລະພິດຫລາຍຮ້ອຍ​ໂຕນ​ໄດ້​ຮົ່ວ​ໄຫລ​ເຂົ້າ​ສູ່​ມະຫາ​ສະ
ມຸດທີ່ຢູ່ໃກ໊ນັ້ນ. ນໍ້າ​ດັ່ງກ່າວ​ແມ່ນ​ໃຊ້ເຮັດ​ໃຫ້​ເຄື່ອງ​ຈັກທີ່​ໄດ້​ຮັບ
​ຄວາມເສຍ​ຫາຍ​ຈາກ​ແຜ່ນດິນ​ໄຫວ​ໃນ​ປີ 2011 ​ແລະ ຄື້ນຟອງ
ທະ​ເລ tsunami ທີ່​ເຮັດ​ໃຫ້​ໂຮງງານນິວ​ເຄລຍ ພັງ​ທະລາຍນັ້ນ​ ເຢັນລົງ.

​ເກົາຫລີ​ໃຕ້ທີ່​ໄດ້ຫ້າມ​ນຳ​ເຂົ້າປາຂອງຍີ່ປຸ່ນ ບາງ​ພາກ​ສ່ວນຢູ່​ແລ້ວ ກ່າວ​ວ່າ ມາດຕະການ
​ຫລ້າ​ສຸດນີ້ ຈະມີຜົນບັງຄັບໃຊ້​ ​ຕໍ່​ໄປ​ຢ່າງ​ບໍ່ມີ​ກຳນົດ​.

ຫົວໜ້າຫ້ອງການລັດຖະບານຍີ່ປຸ່ນ ທ່ານ Yosihide Suga ກ່າວ​ວ່າ ຕົນຫວັງ​ວ່າ ການຕັດ
ສິນ​ໃຈຂອງ ກຸງ​ໂຊ​ລດັ່ງກ່າວ​ແມ່ນອີງໃສ່ “ຂໍ້​ມູນ​ທາງ​ດ້ານ​ວິທະຍາສາດ.” ທ່ານກ່າວ​ວ່າ
ຄວາມ​ປອດ​ໄພ​ຂອງ​ນໍ້າ ​ແລະ​ອາຫານຂອງ ຍີ່​ປຸ່່ນ​ແມ່ນ​ມີ​ຄວາມ​ປອດ​ໄພ ດີ​ແລ້ວ.”

SOKOR
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG