ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຢັ່ງ​​ສຽງ ພວກ​ປ່ອນ​ບັດ ຄາດວ່າ ທ່ານ Moon ຊະນະ ການເລືອກຕັ້ງ ປ. ເກົາຫຼີໃຕ້


ທ່ານ Moon Jae-in ຜູ້ສະໝັກປະທານາທິບໍດີ ພັກ​ເສລີ​ປະຊາທິ
ປັດ​ແຫ່ງເກົາຫລີ ວາງທ່າຖ່າຍຮູບ.
ທ່ານ Moon Jae-in ຜູ້ສະໝັກປະທານາທິບໍດີ ພັກ​ເສລີ​ປະຊາທິ ປັດ​ແຫ່ງເກົາຫລີ ວາງທ່າຖ່າຍຮູບ.

ການ​ຢັ່ງ​ຫາງ​ສຽງພວກ​ທີ່​ໄປ​ປ່ອນ​ບັດ​ໃນຂັ້ນ​ຕົ້ນຄາດ​ວ່າ ຜູ້​ສະໝັກພັກ​ເສລີ​ປະ ຊາທິ
ປັດ​ແຫ່ງເກົາຫລີ ທ່ານ Moon Jae-in ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍ
ດີ​ເກົາຫລີໄຕ້.

ການ​ສຳ​ຫລວ​ດພວກ​ທີ່​ໄປ​ປ່ອນ​ບັດເລືອກ​ຕັ້ງ ​ໂດຍອົງການ​ຂ່າວ KBS, MBC, ​ແລະ
SBS ຂອງ​ເກົາຫລີ ກ່າວ​ວ່າ ທ່ານ Moon ​ໄດ້​ຊະນະ​ດ້ວຍຄະ​ແນນ​ສຽງ 41 ​ເປີ​ເຊັນ
​ຂອງ​ຈຳນວນ​ບັດທັງ​ໝົດ. ການ​ຢັ່ງສຽງ​ພວກ​ທີ່​ໄປ​ປ່ອນ​ບັດຍັງສອດຄ່ອງ​ກັບການ​ຢ່ັງ​
ສຽງ ທີ່​ມີ​ຂຶ້ນ​ກ່ອນ​ການ​ເລືອກ​ຕັ້ງທີ່​ໄດ້​ໃຫ້ທ່ານ Moon ນຳ​ໜ້າ 20 ​ເປີ​ເຊັນ​ ບັນດາ​
ຜູ້​ສະໝັກທັງ​ໝົດ 13 ຄົນ.

ການ​ອອກໄປ​ປ່ອນ​ບັດ​ອາດສູງ​ເປັນ​ປະຫວັດການ ຫລັງ​ຈາກ​ໄດ້​ເກີດ​ຄວາມ​ວຸ້ນວາຍ
​ທາງ​ການ​ເມືອງ​ ທີ່ມີ​ການ​ເປີດ​ເຜີຍ​ ກ່ຽວ​ກັບການ​ກ່າວ​ຫາ​ຕໍ່​ທ່ານ​ນາງ Park ທີ່​ພົວ
ພັນ​ກັບ​ການ​ສໍ້​ລາດ​ບັງ​ຫລວງຫລາຍ​ລ້ານ​ໂດ​ລາ ທີ່​ໄດ້ພາໃຫ້​ມີການ​ເດີນຂະບວນ​
ປະ​ທ້ວງ​ຄັ້ງ​ໃຫຍ່​ເປັນ​ເວລາ​ຫລາຍ​ອາທິດ ທີ່​ໄດ້​ກົດ​ດັນ​ໃຫ້​ສະພາ​ແຫ່ງ​ຊາດ ບັງຄັບ​
ໃຫ້​ປົກ​ທ່າ​ນ ນາງ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່.

ບັນດາຜູ້ປ່ອນບັດ ຢືນລ່ຽນແຖວຢູ່ໜ່ວຍປ່ອນບັດ ທີ່ນະຄອນໂຊລ ປະເທດເກົາຫລີໃຕ້.
ບັນດາຜູ້ປ່ອນບັດ ຢືນລ່ຽນແຖວຢູ່ໜ່ວຍປ່ອນບັດ ທີ່ນະຄອນໂຊລ ປະເທດເກົາຫລີໃຕ້.

ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້ປະກາດ​ວ່າ ຊາວ​ເກົາຫລີຜູ້​ລົງທະບຽນ ປ່ອນ​
ບັດ 42 ລ້ານ​ຄົນ​ຈະ​ໄປ່​ປ່ອນ​ບັດ​ເຖິງ 80 ​ເປີ​ເຊັນ ຊຶ່ງຈະ​ເປັນ​ຈຳນວນ​ສູງ ​ສຸດ​ນັບ​ແຕ່ປະ
ທານາທິບໍດີ Kim Dae-jung ​ໄດ້​ຖືກ​ເລືອກ ​ໃນ​ປີ 1997 ດ້ວຍ ຄະ​ແນນ 80.7 ​ເປີ​ເຊັນ
​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ລົງ​ຄະແນນ​ສຽງ.

ບັນ​ດາ​ຄູ່ແຂ່ງ​ຂັນ​ທີ່​ໃກ້​ຊິດ​ຂອງ​ທ່ານ Moon ​ໃນ​ການ​ຢັ່ງ​ສຽງ​ພວກ​ທີ່​ໄປ​ປ່ອນ​ບັດ ແມ່ນ
ຜູ້​ສະໝັກ​ຂອງພັກ​ເສ​ລີ​ເກົາຫຼີ ທີ່​ນິຍົມ​ແນວທາງເດີມ ທ່ານ Hong Joon-pyo ​ໄດ້​ຊະ
ນະ 23 ​ເປີ​ເຊັນ ​ແລະ​ຜູ້​ສະໝັກ ພັກ​ປະຊາຊົນ ທີ່​ນິຍົມ​ແນວທາງ​ປານ​ກາງ ທ່ານ​ນາງ
Ahn Cheol-soo ​ໄດ້ຮັບ​ 21 ​ເປີ​ເຊັນ.

ລົດບັນທຸກ ຖານຍິງລູກສອນໄຟສະກັດກັ້ນຈາກພາກພື້ນດິນ (THAAD) ກຳລັງສະຫະລັດ ເກົາຫລີ ທີ່ເມືອງ Pyeongtaek ເກົາຫລີຫລີໃຕ້.
ລົດບັນທຸກ ຖານຍິງລູກສອນໄຟສະກັດກັ້ນຈາກພາກພື້ນດິນ (THAAD) ກຳລັງສະຫະລັດ ເກົາຫລີ ທີ່ເມືອງ Pyeongtaek ເກົາຫລີຫລີໃຕ້.


ຜົນ​ການ​ປ່ອນ​ບັດ​ທີ່​ເປັນ​ທາງ​ການ ຄາດ​ວ່າ​ ຈະ​ປະກາດ​ໃຫ້​ຊາບ​ໃນ​ຕອນ​ເຊົ້າ​ວັນ​ພຸດ​
ມື້​ອື່ນນີ້ ​ທີ່​ນະຄອນໂຊ​ລ ​ແຕ່​ຂອບ​ເຂດໃນ​ການ​ໄດ້​ຮັບໄຊຊະນະຂອງ​ທ່ານ Moon ໃນ
​ການ​ຢັ່ງ​ສຽງພວກ​ທີ່​ໄປ​ປ່ອນ​ບັດ​ນັ້ນ ຈຶ່ງ​ມີ​ທ່າ​ທາງ​ວ່າອາດ​ຈະ​ບໍ່​ໄກ​ໄປ ຈາກ​ຜົນການ​
ນັບຄະ​ແນນ​ສຽງຂອງ​ທາງ​ການ.

ອ່ານຂາວນີ້ເພີ້ມເປັນພາສາອັງກິດ

South Korea Elections
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG