ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ຮຽກຮ້ອງໃຫ້ ເກົາຫລີເໜືອ ປ່ອຍຜູ້ຊາຍ 2 ຄົນ ທີ່ຖືກຈັບ


ຜູ້ຊາຍເກົາຫລີໃຕ້ຄົນນຶ່ງ ກຳລັງເບິ່ງໂທລະພາບ ລາຍງານກ່ຽວ ກັບ ຜູ້ຊາຍເກົາຫລີໃຕ້ສອງຄົນ ຖືກຈັບຢູ່ໃນເກົາຫລີເໜືອ.
ຜູ້ຊາຍເກົາຫລີໃຕ້ຄົນນຶ່ງ ກຳລັງເບິ່ງໂທລະພາບ ລາຍງານກ່ຽວ ກັບ ຜູ້ຊາຍເກົາຫລີໃຕ້ສອງຄົນ ຖືກຈັບຢູ່ໃນເກົາຫລີເໜືອ.

​ໃນ​ວັນ​ສຸກ​ມື້​ນີ້ ​ເກົາຫລີ​ໃຕ້ໄດ້​ຮຽກຮ້ອງ​ໃຫ້ພຽງຢາງ ປ່ອຍ​ໂຕ​
ປະຊາຊົນຂອງ ​ຕົນ 2 ຄົນ ​ທີ່​ຖືກ​ຈັບ​ຢູ່​ໃນເກົາຫລີເໜືອ ໃນ​ຂໍ້​
ຫາ​ຈາລະກຳ ໃນທັນທີ.

​ເກົາຫລີ​ເໜືອ ​ໄດ້​ປະກາດໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ໄດ້​ຈັບ​
ຜູ້​ຊາຍ​ເກົາຫລີ​ໃຕ້​ສອງ​ຄົນ ທີ່​ລະບຸຊື່​ວ່າ ​ແມ່ນທ້າວ Kim Kuk-
gi ​ແລະທ້າວ Choe Chun-gil ​ໃນ​ປີ​ກາຍ​ນີ້ ຢູ່​ທີ່ເມືອງ Dan-
dong ຕິດ​ກັບຊາຍ​ແດນ​ຈີນ. ສື່ມວນຊົນຂອງທາງ ການ​ກ່າວ​
ວ່າ ທັງ​ສອງ​ຄົນ​ພາກັນ​ປະຕິບັດ​ງານ​ ໃສ່ຮ້າຍປ້າຍສີ​ເກົາ
ຫລີ​ເໜືອ.

ອົງການຂ່າວສູນ​ກາງ​ຂອງທາງ​ການ​ເກົາ​ຫລີກ່າວ​ວ່າ ທັງ​ສອງ​ຄົນນີ້ໄດ້ເຂົ້າຮ່ວມ ການ​ປຸກ
ລະດົມໃສ່ຮ້າຍປ້າຍສີ ສປປ ​ເກົາຫລີ​ ທີ່​ຈັດຕັ້ງ​ຂື້ນ​ ໂດຍໜ່ວຍ​ສືບ​ລັບ ສະຫະລັດ ​ແລະອົງ​
ການ​ສືບ​ລັບ​ແຫ່ງ​ຊາດເກົາຫລີ​ໃຕ້.

​ເກົາຫລີ​ໃຕ້ອະທິບາຍ​ວ່າ ການ​ກ່າວ​ຫານີ້ “ບໍ່​ມີ​ມູນຄວາມ​ຈິງ” ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ພຽງ
ຢາ' ​ປ່ອຍ​ໂຕ​ຜູ້​ຊາຍ​ສອງ​ຄົນ​ນີ້ໂດຍທັນທີ ແລະສົ່ງເຂົາເຈົ້າກັບ​ຄືນ​ບ້ານ.

​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ ທີ່​ບໍ່ໄດ້ລະບຸຊື່ຄົນນຶ່ງຂອງກະຊວງ​ຮັກສາ​ຄວາມ​ສະຫງົບ ຂອງ
ສປປ ​ເກົາຫລີ​ ກ່າວ​ວ່າ:
“ກະຊວງ​ຮັກສາ​ຄວາມ​ສະຫງົບ ຂອງ​ ສປປ ເກົາຫລີ ​ໄດ້​ເປີດ​ໜ້າ​ກາກ ​ແລະ​ຈັບ​ກຸມ ທ້າວ
Kim Kuk-gi ​ແລະ ທ້າວ Choe Chun-gil ຜູ້​ທີ​ມີ​ສັນຊາດເປັນຄົນເກົາຫລີ​ໃຕ້ ​ແລະ​ເຂົາ
​ເຈົ້າ​ໄດ້ທຳການ​ລຸກ​ລໍ້າ ​ເພື່ອ​ກໍ່ການຈະລາກຳແລະ ​ໃສ່ຮ້າຍປ້າຍສີຕໍ່​ປະ​ເທດ​ຂອງ​ພວກ​ເຮົາ.”

Koreas Tentions
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG