ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຂອງ​ ເກົາຫຼີ​ໃຕ້ ​ແລະ​ຈີນ ອາດພົບປະ ສຸດຍອດ ໄວໆນີ້


ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້
ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້
ບັນດາ​ຜູ້ນຳ​ ຂອງ​ເກົາຫຼີ​ໃຕ້ ​ແລະ​ຈີນ ອາດຈະ​ເຈລະຈາ​ກັນ ​
ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ​ນີ້​ທ່າມກາງທີ່ມີຄວາມວິຕົກ
ກັງວົນວ່າ ເກົາຫຼີ​ເໜືອ ​ຈະທຳ​ການ​ທົດ​ລອງ​ນິວ​ເຄລຍຄັ້ງທີ
4 ໃນໄວໆນີ້.

​ເຈົ້າ​ໜ້າ​ທີ່​ລັດຖະບານເກົາຫຼີ​ໃຕ້ໄດ້​ບອກ​ກັບ VOA ພະແນກ
ພາສາເກົາຫຼີ ໃນວັນຈັນວານນີ້ ວ່າ ປະທານາທິບໍດີເກົາຫຼີໃຕ້
ທ່ານນາງ Park Geun-hye ແລະປະທານປະເທດຈີນ
ທ່ານ Xi Jinping ມີທ່າທາງວ່າ ຈະຈັດກອງປະຊຸມສຸດຍອດ ກ່ອນເດືອນກໍລະກົດ ທີ່ຈະ ມາເຖິງນີ້ ທີ່ນະຄອນຫຼວງໂຊລ. ພວກເຈົ້າໜ້າທີ່ ໄດ້ກ່າວວ່າ ວັນເວລາທີ່ແນ່ນອນນັ້ນ
ຍັງບໍ່ທັນຕົກລົງກັນເທື່ອ ແຕ່ວ່າ ການປະກາດກ່ຽວກັບກອງປະຊຸມທີ່ວ່ານີ້ ອາດຈະມີຂຶ້ນ ໃນໄວໆນີ້.

ລາຍງານດັ່ງກ່າວນີ້ ມີຂຶ້ນໃນເວລາບໍ່ຮອດນຶ່ງປີນຶ່ງດ້ວຍຊ້ຳຫຼັງຈາກທີ່ ປະທານາທິບໍດີ
ເກົາ ຫຼີໃຕ້ ທ່ານນາງ Park ໄດ້ໄປຢ້ຽມຍາມປັກກິ່ງ ໃນເດືອນມິຖຸນາປີກາຍ. ທາງການ
ຍັງກ່າວ ອີກວ່າ ນີ້ເປັນສ່ວນນຶ່ງຂອງການດຳເນີນຄວາມພະຍາຍາມລະຫວ່າງສອງ
ປະເທດ ທີ່ຈະຫຼຸດ ຜ່ອນຄວາມໄຝ່ຝັນ ໃນເລື່ອງອາວຸດນິວເຄລຍຂອງເກົາຫລີເໜືອ.

ໃນການຢ້ຽມຢາມນະຄອນຫຼວງໂຊລ ໃນອາທິດແລ້ວນີ້ ປະທານາທິບໍດີສະຫະລັດ
ທ່ານບາ ຣັກ ໂອບາມາ ໄດ້ເຕືອນວ່າ Pyongyang ຈະບໍ່ໄດ້ຮັບຫຍັງເລີຍ ຈາກການ
ທົດລອງອາວຸດນິວເຄລຍອີກເທື່ອນຶ່ງ ນອກຈາກຈະຖືກໂດດດ່ຽວຫຼາຍຂຶ້ນຈາກປະຊາ
ຄົມນາໆຊາດເທົ່ານັ້ນ. ​
XS
SM
MD
LG