ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າ​ທີ່​​ເກົາຫຼີ​ໃຕ້ ຈັບ​ຕົວ​ທະຫານ​ ທີ່​ໄດ້​ຍິງ​​ສັງຫານ ເພື່ອນ​ທະຫານ​ ໄດ້ແລ້ວ (ວີດີໂອ)


ທະຫານເກົາຫຼີໃຕ້ ກຳລັງລາດຕະເວນ ຊອກຫາ ທະຫານໜຸ່ມ ທີ່ໃຊ້ປືນຂອງຕົນ ຍິງສັງຫານເພື່ອນທະຫານ ທີ່ເມືອງ Goseong ເມື່ອວັນອາທິດ ທີ 22 ມິຖຸນາ 2014.
ທະຫານເກົາຫຼີໃຕ້ ກຳລັງລາດຕະເວນ ຊອກຫາ ທະຫານໜຸ່ມ ທີ່ໃຊ້ປືນຂອງຕົນ ຍິງສັງຫານເພື່ອນທະຫານ ທີ່ເມືອງ Goseong ເມື່ອວັນອາທິດ ທີ 22 ມິຖຸນາ 2014.
ເຈົ້າໜ້າ​ທີ່​ທະຫານ​ເກົາຫຼີ​ໃຕ້ ກ່າວ​ວ່າ ທະຫານ​ເກນ​ໄວ​ໜຸ່ມ​
ຄົນ​ນຶ່ງ ທີ່​ໄດ້​ຍິງສັງຫານເພື່ອນ​ທະຫານ​ນຳ​ກັນ 5 ຄົນນັ້ນ ​
ໄດ້ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄດ້​ແລ້ວ ຫຼັງຈາກ​ຜູ້ກ່ຽວ​ຍິງ​ຕົວ​ເອງ​
ໃນ​ການ​ພະຍາຍາມ​ຂ້າ​ຕົວ​ຕາຍ.

​ໂຄສົກ​ກອງທັບ ກ່າວ​ວ່າ ສິບ​ເອກກອງທັບ​ບົກ ໄວ 22 ປີ ທີ່​
ເຈົ້າ​ໜ້າ​ທີ່​ລະບຸ​ຕົວ ດ້ວຍນາມສະກຸນວ່າ ທ້າວ Lim ​ນັ້ນ ໄດ້​
ຖືກ​ຈັບເມື່ອ​ຕອນ​ບ່າຍວັນຈັນ​ມື້​ນີ້ ​ໃນ​ເມືອງ Goseon ທາງ​
ທິດຕາ​ເວັນ​ອອກສຽ​ງ​ເໜືອ​ຂອງນະຄອນຫຼວງ Seoul ປະ
ມານ 220 ກິ​ໂລ​ແມັດ ຫຼັງຈາກ​ຜູ້ກ່ຽວ​ໄດ້​ຍິງໃສ່ຂ້າງຕົວ​ເອງ.

ທ້າວ Lim ​ຖືກ​ຈັບ​ໄດ້ 2 ມື້ ຫຼັງຈາກ​ຜູ້ກ່ຽວ​ໄດ້​ເປີດ​ສາກ ຍິງ​ປືນ​ແລະແກວ່ງ​ລະ​ເບີດ​ມື
​ໂຈມ​ຕີ ຢູ່​ທີ່ປ້ອມ​ຍາມ​ຂອງ​ລາວ ໃກ້​ກັບ​ຊາຍ​ແດນ​ເກົາຫຼີ​ເໜືອ ໂດຍ​ໄດ້​ສັງຫານເພື່ອນ​
ທະຫານ​ນຳ​ກັນ 5 ຄົນ ​ແລະເຮັດ​ໃຫ້ອີກ 7 ຄົນ​ ໄດ້​ຮັບ​ບາດ​ເຈັບ.

ທະຫານ​ເກົາຫຼີ​ໃຕ້​ໄດ້​ຊອກ​ພົບ ​ແລະລ້ອມ​ຕົວ​ ທ້າວ Lim ໄວ້​ໃນ​ບໍລິ​ເວນ​ປ່າ​ແຫ່ງ​ໜຶ່ງ
​ເມື່ອຕອນ​ບ່າຍ​ວັນ​ອາທິດ ​ແລ້ວໄດ້ເລີ້ມທຳ​ການ​ເຈລະຈາ ​ເພື່ອ​ຍຸດຕິ​ເຫດການ
ຢ່າງສັນຕິ.
SOKOR SOLDIER VO
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG