ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດຕິເຫດກຳປັ່ນຕຳກັນ ນອກແຄມຝັ່ງເກົາຫຼີໃຕ້


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ບໍລິສັດຕໍ່ເຮືອ Hyundai ຂອງເກົາຫຼີໃຕ້ໄດ້ສະແດງຄວາມ
ເສຍໃຈເປັນທີ່ສຸດ ຕໍ່ການຫຼົ້ມຂອງກຳປັ່ນບັນທຸກກຳປູເຈຍ
ແລະໃຫ້ຄຳໝັ້ນສັນຍາວ່າຈະດຳເນີນການຢ່າງດີທີ່ສຸດ ເພື່ອ
ຊ່ອຍກູ້ໄພພວກລູກເຮືອທີ່ຫາຍສາບສູນ.

ມີການຢືນຢັນວ່າພວກລູກເຮືອຊາວຣັດເຊຍ 4 ຄົນໄດ້ເສຍຊີວິດແລະ 7 ຄົນ ຫາຍສາບສູນ
ຫຼັງຈາກກຳປັ່ນ Alexandra ຂະໜາດ 1,500 ໂຕນ ໄດ້ຫຼົ້ມໃນມື້ວານນີ້ ລຸນຫຼັງໄດ້ເກີດ
ອຸບັດຕິເຫດຕຳກັນກັບກຳປັ່ນບັນທຸກຕູ້ຄອນເທນເນີ້ ທີ່ສ້າງໂດຍບໍລິສັດອຸດສາຫະກໍາໜັກ
Hyundai.

ກຳປັ່ນຂອງໜ່ວຍຍາມຝັ່ງເກົາຫຼີໃຕ້ 6 ລຳແລະເຮືອບິນເຮຣີຄອບເຕີ້ 2 ລຳຍັງສືບຕໍ່ພົວ
ພັນໃນການຊອກຄົ້ນຫາພວກທີ່ລອດຊີວິດມາໄດ້ໃນວັນພະຫັດມື້ນີ້ ຢູ່ນອກແຄມຝັ່ງທະເລ
ຂອງເມືອງ Ulsan ໃນເກົາຫຼີໃຕ້.

ມີລູກເຮືອຊາວຣັດເຊຍຄົນນຶ່ງ ໄດ້ຖືກຊ່ອຍຊີວິດໄວ້ໄດ້ໃນມື້ວານນີ້.

ມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ຍາມຝັ່ງທີ່ກ່າວວ່າ ກຳປັ່ນຂອງກຳປູເຈຍໄດ້ເດີນທາງ
ມາແຕ່ຣັດເຊຍເພື່ອໄປຍັງຍີ່ປຸ່ນ ເວລາທ້າຍຂອງກໍາປັ່ນລໍາດັ່ງກ່າວໄດ້ຖືກຕໍາ ໂດຍກໍາປັ່ນ
ທີ່ມີຂະໜາດໃຫຍ່ກວ່າ. ການສືບສວນພວມດຳເນີນໄປ ຢູ່ໃນເວລານີ້.

XS
SM
MD
LG