ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ເລີ່ມເດີນຂະບວນເພື່ອໃຫ້ຟ້ອງຮ້ອງປະທານາທິບໍດີ


ພວກປະທ້ວງ ເກົາຫຼີໃຕ້ ເດີນຂະບວນໄປສູ່ທຳນຽບປະທາ
ນາທິບໍດີ ໃນລະຫວ່າງ ການຊຸມນຸມຮຽກຮ້ອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໃຫ້ລາອອກຈາກຕຳ
ແໜ່ງໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 19 ພະຈິກ, 2016.
ພວກປະທ້ວງ ເກົາຫຼີໃຕ້ ເດີນຂະບວນໄປສູ່ທຳນຽບປະທາ ນາທິບໍດີ ໃນລະຫວ່າງ ການຊຸມນຸມຮຽກຮ້ອງປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໃຫ້ລາອອກຈາກຕຳ ແໜ່ງໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 19 ພະຈິກ, 2016.

ໃນວັນຈັນມື້ນີ້ ພວກພັກການເມືອງຝ່າຍຄ້ານຂອງ ເກົາຫຼີໃຕ້ ໄດ້ເລີ່ມແຜນການຮ້ອງຟ້ອງ ທີ່ອາດເປັນໄປໄດ້ ປະທານາທິບໍດີ ທ່ານນາງ Park Guen-hye, ຫຼັງຈາກບັນດາໄອຍະ ການໄດ້ກ່າວຄຳຕັດສິນວ່າ ທ່ານນາງສົມຮູ້ຮ່ວມຄິດໃນຂ່າວນອງນັນ ກ່ຽວກັບ ການໃຊ້ອິດ ທິພົນທີ່ປະກອບມີເພື່ອນທີ່ສະໜິດກັນມາແຕ່ດົນນານ ແລະ ພວກຜູ້ຊ່ວຍເຫຼືອທີ່ໃກ້ຊິດທີ່ ສຸດບາງຄົນຂອງທ່ານນາງ Park.

ທ່ານນາງ Choo Mi-ae ຫົວຂອງພັກປະຊາທິປະໄຕຝ່າຍຄ້ານທີ່ສຳຄັນໃນສະພາແຫ່ງ ຊາດໄດ້ກ່າວໃນວັນຈັນວານນີ້ວ່າ “ພັກຂອງພວກເຮົາຈະທົບທວນເວລາ ແລະ ຂັ້ນຕອນ ຂອງການຮ້ອງຟ້ອງໃນທັນທີທັນໃດ ແລະ ຈະສ້າງຕັ້ງອົງການໜຶ່ງຂຶ້ນ ເພື່ອດຳເນີນ ແລະ ທົບທວນຂັ້ນຕອນຕ່າງໆ.”

ໃນທ້າຍສັບປະດາທີ່ຜ່ານມາ ບັນດາໄອຍະການລັດຖະບານກາງ ໄດ້ກ່າວຟ້ອງເພື່ອນທີ່ ໃກ້ຊິດຂອງປະທານາທິບໍດີ ນາງ Choi Soon-sil ດ້ວຍຂໍ້ຫາລ່ວງລະເມີດອຳນາດການ ປົກຄອງ, ການບີບບັງຄັບ ແລະ ພະຍາຍາມສໍ້ໂກງສຳລັບການຕັ້ງຂໍ້ບັງຄັບໃຫ້ບໍລິສັດໃຫຍ່ ຕ່າງໆ ບໍລິຈາກເງິນຫຼາຍກວ່າ 65 ລ້ານໂດລາໃຫ້ແກ່ມູນນິທິກິລາສອງແຫ່ງ ດ້ວຍການຂົ່ມ ຂູ່ກວດສອບ ກ່ຽວກັບ ການເສຍພາສີ, ແລະ ສ້າງແຜນຂໍ້ຕົກລົງຕ່າງຫາກ ທີ່ໃຫ້ຜົນປະ ໂຫຍດຕໍ່ບໍລິສັດທີ່ລາວເປັນເຈົ້າຂອງໂດຍສ່ວນຕົວ ເຊິ່ງເຊື່ອມໂຍງກັບອົງການຈັດຕັ້ງທີ່ບໍ່ ປະສົງຜົນກຳໄລພວກນີ້.

ທ່ານນາງ Ahn Jong-bum, ແມ່ນໜຶ່ງໃນບັນດາອະດີດຜູ້ໃຫ້ການຊ່ວຍເຫຼືອຂອງທ່ານ ນາງ Park, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງເມື່ອຂ່າວນອງນັນໄດ້ປາກົດອອກມາໃນເດືອນ ກັນຍາແລ້ວນີ້, ກໍຖືກກ່າວຫາວ່າຕັ້ງໃຈຮ່ວມມື ແລະ ຊ່ວຍເຫຼືອນາງ Choi ເຊັ່ນກັນ. ຜູ້ຊີ້ ນຳອິີກຄົນໜຶ່ງ, ນາງ Jeong Ho-seong ໄດ້ຖືກກ່າວຫາວ່າປ່ອຍຄວາມລັບຂອງລັດຖະ ບານໃຫ້ນາງ Choi, ຜູ້ທີ່ໄດ້ຄອບງຳໃນການປະຕິຮູບນະໂຍບາຍຂອງລັດຖະບານ ແລະ ໄດ້ທົບທວນຄຳປາໄສບາງຄັ້ງຂອງປະທານາທິບໍດີ Park, ເຖິງແມ່ນວ່າ ລາວຈະບໍ່ມີຕຳ ແໜ່ງທາງການ ຫຼື ກວດສອບປະຫວັດມາກ່ອນກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG