ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້ຈັບ ຊາວເກົາຫຼີເໜືອ ລີ້ໄພຄົນນຶ່ງ


ນັກເຄື່ອນໄຫວຕໍ່ຕ້ານພຽງຢາງ ນາຍ Park Sang-hak
ນັກເຄື່ອນໄຫວຕໍ່ຕ້ານພຽງຢາງ ນາຍ Park Sang-hak

ເຈົ້າໜ້າທີ່ສືບລັບຂອງເກົາຫຼີໃຕ້ໄດ້ຈັບກຸມຊາວເກົາຫຼີເໜືອທີ່ໂຕນມາລີ້ໄພຄົນນຶ່ງໃນຖານສົງໄສ
ວ່າຜູ້ກ່ຽວວາງແຜນທີ່ຈະສັງຫານເພື່ອນຄົນນຶ່ງທີ່ໂຕນໜີມາຈາກເກົາຫຼີເໜືອຄືກັນແລະເປັນນັກ
ເຄື່ອນໄຫວທີ່ສະແດງການຄັດຄ້ານຕໍ່ພຽງຢາງນັ້ນ.

ໂຄສົກຄົນນຶ່ງຂອງໜ່ວຍສືບລັບເກົາຫຼີໃຕ້ກ່າວວ່າ ຊາວເກົາຫຼີເໜືອຄົນນີ້ ທີ່ຖືກແຈ້ງຊື່ໃຫ້ຊາບ
ແຕ່ພຽງນາຍ Anh ໄດ້ຖືກຈັບ ໃນຕົ້ນເດືອນນີ້ ທີ່ສະຖານີີລົດໄຟໃຕ້ດິນແຫ່ງນຶ່ງໃນກຸງໂຊລ
ບ່ອນທີ່ລາວຈະໄປພົບ ກັບນາຍ Park Sang-hak ທີ່ເປັນຫົວໜ້າກຸ່ມ ສົ່ງໝາກປູມເປົ້າຂະ
ໜາດໃຫຍ່ລຳລຽງໃບປິວຂ້າມຊາຍແດນ ຕິຕຽນອຳນາດການປົກຄອງຂອງເກົາຫຼີເໜືອນັ້ນ.

ນາຍ Park ກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້ວ່າ ນາຍ Anh ໄດ້ຕິດຕໍ່ໄປຫາລາວແລະໄດ້
ສະເໜີຂໍຈັດການພົບປະກັບຜູ້ຊາຍຊາວຍີ່ປຸ່ນຄົນນຶ່ງ ທີ່ເຕັມໃຈຈະໃຫ້ການສະໜັບສະໜຸນ ໃນ
ການເຮັດໃບປິວຂອງລາວ ແຕ່ນາຍ Park ເວົ້າວ່າລາວໄດ້ຖືກເຕືອນໂດຍພວກສາຍລັບກ່ຽວ ກັບການໂຈມຕີທີ່ອາດມີຕໍ່ລາວ.

ອົງການຂ່າວຢອນຮັບແຈ້ງວ່າ ນາຍ Anh ເປັນອະດີດທະຫານຈາກໜ່ວຍກຳລັງພິເສດຂອງ
ເກົາຫຼີເໜືອທີ່ໄດ້ໂຕນໜີໄປຍັງເກົາຫຼີໃຕ້ໃນຊຸມປີ 1990 ແຕ່ຜູ້ກ່ຽວໄດ້ຫາຍໂຕໄປເປັນເວລາ
ຫຼາຍໆປີ. ອົງການຂ່າວຢອນຮັບລາຍງານວ່ານາຍ Anh ມີເຂັມພິດຢູ່ໃນຄວາມຄອບຄອງເວ
ລາຜູ້ກ່ຽວຖືກຈັບ.

XS
SM
MD
LG