ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ເກັບ ຊີ້ນສ່ວນຈະຫລວດ ເກົາຫລີເໜືອ ມາໄດ້


ຈະຫລວດ Unha 3 ຂອງ ເກົາຫລີເໜືອ ທີ່ສົ່ງຂື້ນ ເມື່ອວັນທີ 12 ທັນວາ 2012.
ຈະຫລວດ Unha 3 ຂອງ ເກົາຫລີເໜືອ ທີ່ສົ່ງຂື້ນ ເມື່ອວັນທີ 12 ທັນວາ 2012.
ເກົາຫລີ​ໃຕ້ ກ່າວ​ວ່າ ກອງທັບ​ເຮືອ​ຂອງ​ຕົນ ​ໄດ້​ເກັບ​ເອົາ​ຊີ້ນ
ສ່ວນ​ທີ່ ຕົກລົງ​ມາ​ຈາກ​ຈະ​ຫລວດ​ຂອງ ​ເກົາຫລີ​ເໜືອ ທີ່​ສົ່ງ​
ຂື້ນ​ໄປ​ຫວ່າງ​ຕົ້ນ​ອາທິດ​ນີ້ ​ແລະ​ຈະ​ວິ​ໃຈ​ມັນ​ ​ເພື່ອ​ສຶກສາ​ເພີ້​ມ
​ເຕີມ ກ່ຽວ​ກັບ ສະມັດ​ຕະ​ພາບ ລູກ​ສອນ​ໄຟ​ຂອງ ພຽງ​ຢາງ.

​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Kim Min-souk ກ່າວ​ວ່າ ກໍ່າ​ປັ່ນ​ຂອງ​ກອງທັບ​ເຮືອ​ລໍາ​ນຶ່ງ ​ໄດ້​ນໍາ​ເອົາ​ອັນ​ທີ່​ປາກົດ​ວ່າ​ເປັນ ຖັງ​ນໍ້າມັນ ​ໄດ້​ໄປ​ເຖິງຄ້າຍ​ຖະຫານ​ແຫ່ງ​ນຶ່ງ ​ໃນ Pyongtaek ​ໃນ​ວັນ​ສຸກ​ວານ​ນີ້.

ຖັງ​ນໍ້າມັນ​ດັ່ງກ່າວ ມີ​ຊື່​ຂຽນ​ໄວ້ວ່າ ຈະ​ຫລວດ “Unha-3.” ທ່ານ Kim ກ່າວ​ວ່າ​ຊີ້ນ​ສ່ວນຈະ​ເປັນ​ກຸນ​ແຈ​ ບອກໃຫ້​ຮູ້​ເຖິງ​ສ່ວນ​ປະກອບ​ທີ່ແທ້​ຈິງ​ຂອງ​ຈະ​ຫລວດ.

ອົງການ​ຂ່າວ Yonhap ຂອງ ​ເກົາຫລີ​ໃຕ້ ລາຍ​ງານ​ວ່າ ກໍ່າ​ປັ່ນ​ຂອງ ກອງທັບ​ເຮືອລໍາ​ນັ້ນ ​ໄດ້​ເກັບ​ເອົາ​ຊີ້ນ​ສ່ວນ​ດັ່ງກ່າວຢູ່​ໃນ ທະ​ເລ​ເຫລືອງ ​ໃກ້​ກັບເສັ້ນທາງ​ຍິງຈະ​ຫລວດ​ ຕາມ​ທີ​ ​ເກົາຫລີ​ເໜືອ ​ໄດ້​ປະກາ​ດອອກ​ນັ້ນ.
XS
SM
MD
LG