ຖ້າຫາກຫລາຍອາທິດ ກ່ອນພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີທີ່ຖືກ ເລືອກໃໝ່ທ່ານ Donald Trump ມີຮ່ອງຮອຍໃນການບອກເຕືອນໃຫ້ຮູ້ໃດໆນັ້ນ ທະເລ ຈີນໃຕ້ອາດກາຍເປັນຈຸດລະເບີດໃນປີ 2017.
ຜູ້ທີ່ທ່ານ Trump ໄດ້ສະເໜີແຕ່ງຕັ້ງ ເປັນລັດຖະມົນຕ່າງປະເທດທ່ານ Rex Tillerson ໄດ້ສະແດງນໍ້າສຽງອັນໜັກແໜ້ນເພີ້ມຂຶ້ນຕໍ່ຈີນ ຢູ່ໃນການຮັບຟັງຄຳໃຫ້ການ ທີ່ສະພາສູງສະຫະລັດ ໂດຍທ່ານໄດ້ກ່າວຕໍ່ບັນດາສະມາຊິກສະພາສູງວ່າ ການສ້າງເກາະທຽມຂອງ ຈີນ ຢູ່ໃນເຂດນ່ານນໍ້າທີ່ມີການແຍ້ງກັນນັ້ນ ເປັນ ການກະທຳທີ່ຜິດກົດໝາຍ “ຄ້າຍຄືກັບການທີ່ຣັດເຊຍເຂົ້າຍຶດເອົາເຂດ Creimea.”
ທ່ານ Tillerson ກ່າວວ່າ “ພວກເຮົາຕ້ອງສົ່ງສັນຍານອັນຈະແຈ້ງໄປໃຫ້ຈີນຮູ້ວ່າ ກ່ອນອື່ນ ໝົດ ການສ້າງເກາະທຽມຕ້ອງໄດ້ຢຸດເຊົາ. ແລະສອງມາ ການເຂົ້າໄປຫາບັນດາເກາະເຫຼົ່າ ນັ້ນຂອງເຈົ້າ ກໍຈະບໍ່ໄດ້ຮັບອະນຸຍາດ.”
ຜູ້ທີ່ຖືກສະເໜີແຕ່ງຕັ້ງໃຫ້ເປັນລັດຖະມົນຕີປ້ອງກັນປະເທດຂອງທ່ານ Trump ຄືນາຍພົນ ເບ້ຍບຳນານທ່ານ James Mattis ຍັງໄດ້ໃຫ້ສັນຍານເຖິງຄວາມວິຕົກເປັນຫ່ວງລະຫວ່າງ ການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງຂອງທ່ານ.
ນາຍພົນ Mattis ກ່າວວ່າ “ຂ້າພະເຈົ້າຄິດວ່າ ລະບຽບການຂອງໂລກ ແມ່ນພວມໄດ້ຮັບ ການໂຈມຕີ ຢ່າງໜັກໜ່ວງທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ່ສອງເປັນຕົ້ນມາແລະນັ້ນແມ່ນ
ມາຈາກຣັດເຊຍຈາກພວກກຸ່ມກໍ່ການຮ້າຍແລະຈາກອັນທີ່ຈີນກຳລັງເຮັດຢູ່ໃນທະ ເລຈີນ
ຄຳຖະແຫລງຂອງພວກທ່ານ ແມ່ນໄດ້ສະແດງໃຫ້ເຫັນເຖິງນໍ້າສຽງທ່າທີທີ່ໜັກແໜ້ນຕື່ມ ຂຶ້ນ ຂອງລັດຖະບານໃໝ່ ໃນຄວາມສຳພັນກັບຈີນ.
ໃນຂະນະດຽວກັນ ກະຊວງຕ່າງປະເທດຈີນ ຢືນຢັນໃນຕົ້ນເດືອນນີ້ວ່າ ເຮືອລົບຈີນກຸ່ມນຶ່ງພາຍໃຕ້ການນຳພາ ຂອງກຳປັ່ນບັນທຸກເຮືອບິນ Leoning ກຳລັງທົດລອງອາວຸດ ແລະອຸບປະກອນ ໃນການຊ້ອມລົບຢູ່ທະເລຈີນໃຕ້.
ໜັງສືພິມ Global Time ຂອງທາງການຈີນຂຽນຢູ່ໃນບົດບັນນາທິການວ່າ ການຊ້ອມລົບ
ເປັນການສະແດງໃຫ້ເຫັນເຖິງສະມັດຖະພາບໃນການສູ້ລົບຂອງກຳປັ່ນ Liaoning ຊຶ່ງ
ເປັນກຳປັ່ນບັນທຸກເຮຶອບິນ ລຳທຳອິດຂອງຈີນ “ທີ່ໄດ້ມີເພີ້ມຂຶ້ນ ແລະຂົງເຂດການປະຕິ
ບັດງານ ໄດ້ຂະຫຍາຍອອກໄປ.”