ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມເຄັ່ງຕຶງ ທະວີສູງຂຶ້ນ ກ່ອນການຕັດສິນ ບັນຫາຂັດແຍ້ງ ໃນທະເລຈີນໃຕ້

ພວກນັກເຄື່ອນໄຫວ ທີ່ີເປັນນັກສຶກສາ ຊາວຟີລິບປິນ ຖືປ້າຍ ຄືກັບເຮືອກຳປັ່ນຂອງຈີນ ເພື່ອປະທ້ວງ ການເຂົ້າໄປຖົມເກາະ ແລະກໍ່ສ້າງໃຫ້ເປັນເຂດທະຫານ ເມື່ອບໍ່ດົນມານີ້ ຢູ່ໃນເຂດກຸ່ມໝູ່ເກາະ Spratlysໃນທະເລຈີນໃຕ້, ທີ່ນະຄອນ ມານີລາ ຂອງຟີລິບປິນ, ວັນທີ 3 ມີນາ 2016.

ໃນຂະນະທີ່ ຟີລິບປິນ ຄອຍຖ້າ ການຕັດສິນຂອງສານສາກົນ ກ່ຽວກັບການຄັດຄ້ານ ຕໍ່ການອ້າງເອົາໝູ່ເກາະ ຢູ່ໃນທະເລຈີນໃຕ້ ເກືອບທັງໝົດຂອງຈີນ ຊຶ່ງມັນກາຍເປັນທີ່ ຈະແຈ້ງແລ້ວວ່າ ເຖິງແມ່ນວ່າ ການຕັດສິນ ຈະອອກມາໃນຮູບໃດກໍຕາມ ບັນຫາຂັດແຍ້ງ ນີ້ ແມ່ນກຳລັງທະວີຄວາມ​ຮຸນ​ແຮງຂຶ້ນຢູ່. ຜູ້ສື່ຂ່າວຂອງວີໂອເອ Bill Ide ມີລາຍລະອຽດ​ເພີ້ມຕື່ມຈາກນະຄອນຫຼວງປັກກິ່ງ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

ຈີນກ່າວວ່າ ສາຍສຳພັນທາງດ້ານທະຫານທີ່ຂະຫຍາຍຂຶ້ນ ແລະ ການໄປມີໜ້າຢູ່ໃນ ຂົງເຂດ ຂອງວໍຊິງຕັນ ແມ່ນ​ໄດ້​ກໍ່​ໃຫ້​ເກີດຄວາມເຄັ່ງຕຶງ ຢູ່ໃນທະເລຈີນໃຕ້ສູງຂຶ້ນ - ບໍ່ແມ່ນການອ້າງເອົາເຂດນ້ຳແດນດິນອັນກວ້າງຂວາງຂອງປັກກິ່ງ ທີ່ກວມເອົາເຂດ ເສດຖະກິດສະເພາະ ຫຼື EEZ ຂອງບັນດາປະເທດອື່ນໆ ​ແຕ່​ຢ່າງ​ໃດ.

ເຖິງແມ່ນວ່າ ນານາຊາດຮຽກຮ້ອງໃຫ້ປັກກິ່ງ ປະຕິບັດຕາມການຕັດສິນກໍ​ຕາມ ​ແຕ່ຈີນ ກ່າວວ່າ ຕົນຈະບໍ່ເອົາຫົວຊານຳການຕັດສິນນັ້ນເລີຍ ຊຶ່ງເປັນທີ່ຄາດກັນວ່າ ຄຳຕັດສິນ ດັ່ງກ່າວ ຈະອອກມາ ໃນສອງສາມສັບປະດາຈະມາເຖິງນີ້.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ການເສີມກຳລັງ ບໍ່ໄດ້ແນໃສ່ ຈີນ ແຕ່ມີຄວາມເປັນ ຫ່ວງ ເປັນໃຍ ກ່ຽວກັບເຈດຕະນາ ແລະ ການກະ ທຳຕ່າງໆ ຂອງປັກກິ່ງ ຢູ່ໃນຂົງເຂດ ດັ່ງກ່າວນັ້ນ ອັນເປັນສ່ວນທີ່ສົ່ງຜົນ ສະທ້ອນອັນຈະແຈ້ງ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວວ່າ “ພວກເຮົາ ເສີມ ຂະຫຍາຍບົດບາດດ້ານທະຫານ ຂອງພວກເຮົາ ຢູ່ໃນຂົງເຂດ ແຕ່ອັນນັ້ນ ບໍ່ໝາຍເຖິງ ການທ້າທາຍ ໃດໆເລີຍ. ມັນເປັນການສືບຕໍ່ ຍຶດໝັ້ນຢູ່​ກັບ ລະບົບຂອງຫຼັກການ ພື້ນ ຖານ ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ໄດ້ມີມານັ້ນ, ທີ່ໄດ້ເຮັດໃຫ້ຂົງເຂດນີ້ ຈະເລີນ ຮຸ່ງເຮືອງ ເປັນເວລາ ຫຼາຍທົດສະວັດຜ່ານມາ.”

ພວກລົດຖັງສະເທີນນ້ຳສະເທີນບົກ ຂອງກອງທັບເຮືອສະຫະລັດ ໂດຍບັນທຸກ ທະຫານຂອງ ຟີລິບປິນ ແລະ ສະຫະລັດ ແມ່ນເຫັນໄດ້ ໃນລະຫວ່າງ ການຊ້ອມລົບ ຮ່ວມກັນ ຢູ່ໃກ້ຊາຍຫາດ ທີ່ຫັນໜ້າໃສ່ ພວກເກາະທີ່ມີບັນຫາຂັດແຍ້ງກັນ ຢູ່ໃນທະເລຈີນໃຕ້ ທີ່ຮູ້ຈັກກັນຄື Scarborough Shoal, ວັນທີ 21 ເມສາ 2015.

ການກະທຳອັນໃດ ທີ່ຈີນອາດຈະເຮັດ ໃນການຕອບໂຕ້ ແມ່ນຍັງບໍ່ທັນຈະແຈ້ງເທື່ອ. ພວກຄົນບາງສ່ວນ ສະເໜີແນະວ່າ ເໝືອນກັນກັບຈີນໄດ້ເຄີຍເຮັດມາຢູ່ແຫ່ງອື່ນ ປັກກິ່ງ ອາດເລີ້ມຖົມດິນແດນ ຢູ່ທີ່​ເກາະ Scarborough ອັນ​ເປັນ​ເກາະຫີນປະກາລັງ ທີ່ ຈີນ ເອີ້ນ ວ່າ ເກາະ Huangyan ທີ່ໄດ້ມີບັນຫາຂັດແຍ້ງກັນນັ້ນ.

​ເກາະຫິນປະກາລັງດັ່ງກ່າວ ແມ່ນຢູ່ຫ່າງຈາກ ອ່າວ Subic ຂອງຟີລິບປິນ ຕ່ຳກວ່າ 200 ກິໂລແມັດ ແລະຕັ້ງພາຍໃນເຂດເສດຖະກິດສະເພາະ ຂອງຟີລິບປິນ ຢູ່ແລ້ວ.

ບັນດາເຈົ້າໜ້າທີ່ຂອງຈີນ ບໍ່ໄດ້ປະຕິ​ເສດ​ກ່ຽວ​ກັບຄວາມເປັນໄປໄດ້ ວ່າຕົນ​ຈະ​ເລີ້ມຖົມ ​ດິນ​ນັ້ນ.

ໂຄສົກ ກະຊວງການຕ່າງປະເທດຂອງຈີນ ທ່ານນາງ Hua Chunying ກ່າວວ່າ “ຂ້າພະ ເຈົ້າ ຢາກກ່າວຢ້ຳອີກວ່າ ເກາະ Scarborough ແມ່ນເປັນເຂດແດນ ໂດຍທຳມະຊາດ ຂອງຈີນ. ບໍ່ວ່າ ການກະທຳຂອງຈີນ ຈະອອກມາແບບໃດກໍຕາມ ທີ່ຈີນຈະເຮັດ ຫຼື ບໍ່ ເຮັດນັ້ນ ມັນເປັນສິ່ງທີ່ຢູ່ພາຍໃຕ້ຂອບເຂດ ອະທິປະໄຕຂອງຈີນ.”

ບໍ່ວ່າການຕັດສິນ ຈະອອກມາໃນຮູບໃດກໍຕາມ ປັກກິ່ງ ຈະບໍ່ງຽບມິດຢູ່.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ກາງ,ໃສ່ເສື້ອສີຟ້າ) ພວມເບິ່ງ ເຮືອບິນອາຍພົ່ນກຳລັງບິນອອກຈາກ ເຮືອກຳປັ່ນບັນທຸກເຮືອບິນ USS John C. Stennis ຢູ່ໃນທະເລຈີນໃຕ້ (C.Babb/VOA).
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ກາງ,ໃສ່ເສື້ອສີຟ້າ) ພວມເບິ່ງ ເຮືອບິນອາຍພົ່ນກຳລັງບິນອອກຈາກ ເຮືອກຳປັ່ນບັນທຸກເຮືອບິນ USS John C. Stennis ຢູ່ໃນທະເລຈີນໃຕ້ (C.Babb/VOA).

ພຽງທ້າຍສະປະດາຜ່ານມານີ້ ກຳປັ່ນບັນທຸກເຮືອບິນ ຂອງສະຫະລັດ ໄດ້ຖືກປະຕິເສດ ບໍ່ໃຫ້ ເຂົ້າໄປຍັງ Hong Kong. ກຳປັ່ນລຳ​ນີ້ ແມ່ນລຳດຽວກັນ ກັບ ທີ່ລັດຖະມົນຕີ ປ້ອງ ກັນປະເທດ ທ່ານ Carter ໄດ້ຂຶ້ນໄປ ເມື່ອເດືອນເມສາຜ່ານມາ ໃນຂະນະທີ່ ພວມປະຕິ ບັດການ ຢູ່ໃນທະເລຈີນໃຕ້.

ຈີນຍັງໄດ້ສະແຫວງຫາການສະໜັບສະໜູນ ຕໍ່ການອ້າງເອົາກຳມະສິດຂອງຕົນ ກັບ ຣັດເຊຍ ຊຶ່ງຈະໃຊ້ນ້ຳໜັກຂອງຕົນ ໜູນຫຼັງປັກກິ່ງ. ສາມປະເທດ ໃນ​ເຂດເອເຊຍຕາເວັນ ອອກສຽງໃຕ້ ຍັງໄດ້ອອກສຽງສະໜັບສະໜູນຈີນ ນຳດ້ວຍ ແຕ່ ມີພຽງປະເທດດຽວ​ເທົ່າ​ນັ້ນ ທີ່​ໄດ້ອ້າງເອົາກຳ ມະສິດເຊັ່ນກັນ ຢູ່ໃນເຂດນ້ຳທີ່ມີບັນຫາຂັດແຍ້ງກັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG