ລິ້ງ ສຳຫລັບເຂົ້າຫາ

ຫວຽດນາມໄດ້ຮັບຄວາມເສຍຫາຍ ເກືອບທົ່ວປະເທດ ຈາກໄພພິບັດນໍ້າຖ້ວມ

  • Bouasawan Simmalaj

ປະຊາຊົນໃນແຂວງກວາງບິງ ຢູ່ພາກກາງຂອງຫວຽດນາມ ຍ້າຍເຄື່ອງເຮືອນຂອງຕົນທີ່ຖືກນໍ້າຖ້ວມ ໄປໄວ້ບ່ອນສູງກວ່າ ໃນວັນ 18 ຕຸລາ, 2011

ປັດຈຸບັນ​ນີ້ ຫວຽດນາມ​ກໍາລັງ​ຕົກ​ຢູ່​ໃນ​ສະພາບ​​ສະ​ບັກ​ສະ​ບອມຈາກ​ໄພພິບັດ​ນໍ້າຖ້ວມ ທີ່​​ໄດ້ ສ້າງ​ຄວາມ​ຫາ​ຍະ​ນະ​ໃຫ້​ແກ່​ປະ​ເທ​ດອື່ນໆ​ໃນ​ຂົງ​ເຂດ​​ໄປຕາມໆ​ກັນ. ພວກ​ເຈົ້າໜ້າ​ທີ່​ຫວຽດ ນາມ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​​ໄປ​ແລ້ວ​ຢ່າງໜ້ອຍ 105 ຄົນ ​ຍ້ອນໄພ​ນໍ້າ​ຖ້ວມທີ່ໄດ້​ປະ​ທະ​​ໄປ ເກືອບ​ທົ່ວ​ປະ​ເທດ. ​ແຕ່​ແນວ​ໃດ​ກໍ​ດີ ພື້ນ​ທີ່​ບາງແຫ່ງ​ຂອງ​ຫວຽດນາມ​ກໍ​ມີ​ສະພາບ​ດີຫລາຍ​ກວ່າ ​ບ່ອນ​ອື່ນໆນັ້ນຢູ່. ນັກ​ຂ່າວ​ວີ​ໂອ​ເອ Marianne Brown ສົ່ງ​ລາຍ​ງານ​ມາ​ຈາກ​ຮາ​ໂນ​ຍ ຊຶ່ງ ບົວ​ສະຫວັນຈະ​ນໍາ​າສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ນໍ້າ​ຖ້ວມ​ໃນ​ຂົງ​ເຂດ​ປາກ​ແມ່​ນໍ້າຂອງ​ ຂອງ​ຫວຽດນາມ ​ໄດ້​ສູງ ຂຶ້ນສູ່​ລະດັບ​ສູງ​ສຸດ​ໃນ​ກາງ​
ເດືອນ​ກັນ​ຍາ ​ແຕ່ມາ​ຮອດ​ປັດຈຸ​ບັນ​ນີ້​ ລະດັບ ນໍ້າ​ກໍ​ຍັງ​ບໍ່ໄດ້​ເຫືອດແຫ້ງ​ໄປ​ໝົດ​ເທື່ອ.

ທ່ານນາງ Lotta Sylwander ຜູ້ຕາງໜ້າ​ກອງ​ທຶນ​ເດັກ​ຂອງອົງການ​ສະຫະ​ປະຊາຊາດ ປະ​ຈໍາຫວຽດນາມ ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ຢູ່​ທີ່​ນັ້ນ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ ​ໃນຮອບ​ສິບ​ປີຜ່ານ​ມາ.

ທ່ານ​ນາງ​ຊີ​ລວັນ​ເດີເວົ້າວ່າ “ປົກກະຕິ​ແລ້ວ ​ໃນແຂວງ An Giang ນັ້ນ ນໍ້າ​ບໍ່​ເຄີຍຖ້ວມ​ໄປ​ເຖິງ​ເມືອງ​ຫລວງ ​ແຕ່​ມາ​ເທື່ອ​ນີ້ ນໍ້າ​ໄດ້​ໄຫລ​ຖ້ວມ​ໄປ​ໝົດ​ທຸກ​ແຫ່ງ. ​ໂດຍ​ພື້ນຖານ​ແທ້ໆ​ແລ້ວ ​ເຂດ​ແຂວງ​ທັງ​ໝົດ​ແມ່ນ​ຖືກ​ນໍ້າ​ຖ້ວມ​. ສະ​ນັ້ນ ຈຶ່ງ​ວ່າມັນ​ຮ້າຍ​ແຮງ​ ຮ້າຍ​ແຮງ​ຫລາຍທີ່​ສຸດ. ນັ້ນ​ໝາຍ​ຄວາມ​ວ່າ​ຖະໜົນ​ຫົນທາງ​ທຸກໆ​ເສັ້ນ​ຖືກ​ຖ້ວມ​ໝົດ. ​ໂຮງຮຽນ​ໝົດ​ທຸກ​ແຫ່ງຖືກ​ປິດ​ລົງ ​ແລະ​ກໍ​ຍາກ​ລໍາບາກ​ສໍາລັບ​ຜູ້​ຄົນ​ຈະ​ໄປ​ຮອດ​ໄປ​ເຖິງ​ໂຮງໝໍ​ ແລະ​ສຸກສາລາ ​ເພາະວ່າເຂົາ​ເຈົ້າ​ຕ້ອງ​ຕ້ອງອາໄສ​ເຮືອ​ເທົ່າ​ນັ້ນ. ຖ້າ​ບໍ່​ມີ​ເຮືອ ກໍແມ່ນໄປບໍ່​ຮອດ.”

ນໍ້າຖ້ວມໃນຄຸ້ມຕານຫົ້ວ ໃນແຂວງກວາງບິງ, ໃນພາກກາງຂອງ ຫວຽດນາມ ໃນວັນທີ 2 ຕຸລາ 2011 ຍ້ອນຝົນຕົກໜັກທີ່ມານໍາ ລົມພະຍຸໃຕ້ຝຸ່ນເນຊັດ. ຊຶ່ງເຮັດໃຫ້ປະຊາຊົນຫລາຍຮ້ອຍຄົນ ໄປອາໃສຢູ່ເທິງພູຢູ່ເຂດໃກ້ຄຽງນັ້ນ

ນໍ້າຖ້ວມໃນຄຸ້ມຕານຫົ້ວ ໃນແຂວງກວາງບິງ, ໃນພາກກາງຂອງ ຫວຽດນາມ ໃນວັນທີ 2 ຕຸລາ 2011 ຍ້ອນຝົນຕົກໜັກທີ່ມານໍາ ລົມພະຍຸໃຕ້ຝຸ່ນເນຊັດ. ຊຶ່ງເຮັດໃຫ້ປະຊາຊົນຫລາຍຮ້ອຍຄົນ ໄປອາໃສຢູ່ເທິງພູຢູ່ເຂດໃກ້ຄຽງນັ້ນ

ເກືອບຮອດ 600,000 ຄົນ​ໃນ​ 7 ​ເຂດ​ແຂວງ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ນໍ້າ ຖ້ວມ ທີ່​ມີ​ລະດັບ​ນໍ້າ​ສູງ​ເຖິງ​ຫົກແມັດ​ ໃນ​ບາງ​ເຂດ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​
ວ່າ ໃນຈໍານວນ​ຜູ້​ເສຍ​ຊີວິດ​ນັ້ນ
ມີ​ເດັກນ້ອຍ 72 ຄົນ. ຈໍານວນ
ຫລາຍ ແມ່ນ​ເດັກ​ທາລົກ ຫລື​
ພວກ​ເດັກນ້ອຍທີ່​ຍັງລອຍ​ນໍ້າ​ ບໍ່ເປັນ.

ທ່ານນາງ Sylwander ກ່າວ
ວ່າ ບັນຫາ​ໃຫຍ່​ອັນ​ນຶ່ງ​ນັ້ນ ​ກໍ
ຄື​ ພວກຜູ້​ຄົນ​ຈະ​ຕ້ອງ​ໄດ້ປະ
ກອບ​ທຸລະ​ກິດ​ປະ​ຈໍາ​ວັນ​ຂອງເຂົາ​ເຈົ້າຢູ່​ຕໍ່​ໄປ​ ເຖິງແມ່ນລະດັບ​ນໍ້າ​ ​ຍັງ​ສູງຢ່າງ​ເປັນ​ອັນຕະລາຍຢູ່ກໍ​ຕາມ.

ທ່ານ​ນາງ​ຊີ​ລ​ແວນ​ເດີ​ເວົ້າວ່າ “ພວກ​ເຂົາ​ເຈົ້າ​ແມ່ນລື້​ງ​ກັບ​ການລຸຍ​ຂ້າມ​ຕາມ​ທາງ​ນໍ້າ​ໄດ້​
ດີ ​ແລະ​ບາງ​ເທື່ອ ພວກ​ເຂົາ​ເຈົ້າຫໍຈະ​ລອຍ​ນໍ້າ​ໄປ ​ແລະ​ລຶ້ງ​ເອົາ​ຖົງ​ເປ້​ໂຮ​ງຮຽນ​
ຢ​ອງໃສ່​ເທິງ​ຫົວ ​ເວລາລຸຍ​ນໍ້າຮ່ອງໄປ ຫລື​ຢ່າງ​ໃດ​ຢ່າງ​ນຶ່ງ ​ແຕ່​ບັນຫາກໍແມ່ນ​ ​ເວ
ລາ​ນີ້​ ມີ​ນໍ້ານອງ​ຫລາຍ​ແທ້ໆ ແລະ​ກະ​ແສ​ນໍ້າ​ກໍ​ໄຫລແຮງ​ຫລາຍ ​ແລະພວກ​ເດັກ
ນ້ອຍ​ກໍ​ຈະຖືກ​ນໍ້າ​ພັດເອົາໄປ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ມັນ​ບໍ່​ເປັນ​ເຊ່ນ​ນັ້ນ.”

ໄພ​ຫາ​ຍະ​ນະ​ຄັ້ງ​ນີ້ ບໍ່​ແມ່ນ​ຈະ​ຮູ້ສຶກ​ຢູ່​ໃນ​ເຂດພາກໃຕ້​ແຕ່ແຫ່ງ​ດຽວ​ເທົ່າ​ນັ້ນ ຄື ບໍ່​ເທົ່າ​ໃດ​ອາ
ທິດ​ຫລັງ​ຈາກ​ນໍ້າໄດ້​ໄຫລຖ້ວມ​ແມ່​ນໍ້າຂອງ ຝົນທີ່ຕົກລົງ​ມາ​ຢ່າງ​ໜັກກໍ​ໄດ້​ພາ​ໃຫ້​ເກີດ​ນໍ້າ​ປ່າ​ທີ່
ໄຫລ​ຖ້ວມ​ໄວ​ໃນ​ທັນທີ​ທັນ​ໃດ ໃນ​ພາກ​ກາງຂອງ​ປະ​ເທດ. ພວກ​ເຈົ້າໜ້າ​ທີ່​ຫວຽດນາມ​ກ່າວ​ວ່າ​
ມີ 20 ຄົນ​ເສຍ​ຊີວິດ​ຢູ່​ທີ່​ນັ້ນ​ແລ້ວ. ສ່ວນ​ຫລາຍ​ແມ່ນ​ເສຍ​ຊິ​ວີ​ດໃນອາທິດ​ຜ່ານ​ມາ​ນີ້.

ມີ​ປະມານ 30,000 ຄົນ​ໄດ້​ພາ​ກັນ​ອົບ​ພະຍົບຫລົບ​ໜີ​ຈາກ​ບ້ານ​ຢູ່​ອາ​ໃສ ຂອງ​ພວກ​ເຂົາ​ເຈົ້າ.

ຢ່າງ​ໃດ​ກໍ​ຕາມ ທ່ານ Bhupinder Tomar ຈາກ​ສະຫະພັນສະພາກາ​ແດງນາໆ​ຊາດ​ກ່າວ​ວ່າ
ເຖິງ​ແມ່ນ​ຈະ​ປະ​ເຊີນ​ກັບ​ໄພພິບັດຮ້າຍ​ແຮງ​ທໍານອງ​ດຽວ​ກັນກໍ​ຕາມ ​ແຕ່​ພວກປະຊາ​ຄົມ​ຕ່າງໆ​
ໃນ​ເຂດ​ພາກ​ກາງຂອງ​ປະ​ເທດ ​ແມ່ນ​ມີ​ຄວາມ​ສາມາດກັບ​ຄືນ​ສູ່ສະພາບ​ເດີມ​ໄດ້​ດີກ​ວ່າ​ພວກ​ທີ່
ຢູ່​ພາກ​ໃຕ້.

ທ່ານ ​ໂທ​ມາ​ຣ໌​ ເວົ້າວ່າ “ໃນ​ເຂດ​ແມ່​ນໍ້າຂອງ​ນັ້ນ ພວກ​ຄົນ​ພາກັນ​ດໍາລົງ​ຊີວິດ​ປະ​
ຈໍາ​ວັນ​ຢູ່​ກັບ​ນໍ້າ​ຖ້ວມ ​ເພາະ​ມັນ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ພວກ​ເຂົາ​ເຈົ້າ. ສ່ວນ​ໃນ​ເຂດ​ພາກ​ກາງ ນໍ້າ​ຖ້ວມ​ແມ່ນ​ເປັນ​ນໍ້າ​ປ່າ​ທີ່​ໄຫລ​ຖ້ວມຢ່າງ​ແຮງ ​ໄວ​ແລະຫລວງຫລາຍ​ໃນ​ທັນທີທັນ​ໃດ ​ແລະ​ກໍ​ສົ່ງຜົນ​ກະທົບຕໍ່​ຫລາຍໆ​ຂົງ​ເຂດ ທີ່​ແຕກ​ຕ່າງ​ກັນ​ ​ຂຶ້ນຢູ່​ກັບ​ປະລິມານ​ອັ່ງ​ອໍ​ຂອງນໍ້າ​. ​ເພາະສະ​ນັ້ນ ​ຄວາມ​ສາມາດ​ໃນການ​ກັບ​ຄືນ​ສູ່​ສະພາບ​ເດີມ​ ກໍ​ຈະ​ຕໍ່າ​ກວ່າ​ຫລາຍ. ຜົນ​ກະທົບ​ໃນ​ໄລຍະ​ຍາວ​ນັ້ນ ກໍ​ແມ່ນ​ວ່າ ມັນ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ໂຄງ​ລ່າງ​ພື້ນຖານ ​ແລະ​ເຮືອນ​ຊານ ຢ່າງ​ຫລວງຫລາຍ. ການ​ຟື້ນ​ຕົວ​ຄືນແມ່ນ ຈະ​ໄວ​ກວ່າໃນ​ເຂດ​ພາກ​ກາງ ​ເພາະ​ພື້ນ​ທີ່​ທີ່​ຖືກ​ກະທົບ​ນັ້ນ​ ບໍ່​ກວ້າງ​ໃຫຍ່​ພໍ​ປານ​ໃດ.”

ທ່ານ​ໂທ​ມາຣ໌ ກ່າວ​ຕໍ່​ໄປ​ວ່າ ຜົນ​ກະທົບ​ໃນ​ໄລຍະ​ຍາວ​ໃນ​ເຂດ​ແຂວງ​ພາກ ກາງ ກໍ​ຄື​ການ​ທໍາລາຍ​ພວກ​ໂຄງ​ລ່າງ​ພື້ນຖານ​ແລະ​ເຮືອນ​ຊານ. ຢ່າງ​ໃດ​ກໍດີ ການ​ຟື້ນ​ຕົວ​ຄືນ​ໃນ​ເຂດ​ພາກ​ກາງນັ້ນຈະ​ໄວ​ກວ່າ ​ເພາະ​ພື້ນ​ທີ່​ທີ່​ຖືກ​ກະທົບ​ນັ້ນ​ບໍ່​ກວ້າງໃຫຍ່ພໍ​ປານ​ໃດ. ສະ​ເພາະ​ໃນ​ແຂວງກວາງ​ນໍາ​ແຂວງ ດຽວນັ້ນ ຜົນ​ເສຍ​ຫາຍ​ກໍ​ອາດ​ຈະ​ຕົກ​ຢູ່​ປະມານ​ຫ້າ​ລ້ານ​ໂດ​ລາ ອີງ​ຕາມ​ລາຍງານ​ຂ່າວ.

ຄ່າ​ເສ​ຍຫາຍ ​ເບິ່ງ​ຄື​ວ່າ​ຈະ​ຫລວງຫລາຍຄື​ກັນ ​ໃນ​ເຂດ​ແຂວງປາກ​ແມ່ນໍ້າຂອງ. ​ເມື່ອສອງ​ອາທິດ​ຜ່ານ​ມານີ້ ໜັງສືພິມຂອງລັດ​ຫວຽດນາມ​ເວົ້າວ່າ ນໍ້າ​ຖ້ວມ​ໃນ​ເຂດ​ປາກ​ແມ່​ນໍ້າຂອງ​ ໄດ້ສ້າງ​ຜົນ​ເສຍ​ຫາຍ ​ຄິດ​ເປັນ​ມູນ​ຄ່າ ຫລາຍ​ກວ່າ 135 ລ້ານ​ໂດ​ລາ ນັບ​ຕັ້ງ​ແຕ່ເລິ່ມເກີດໄພ​ນໍ້າ​ຖ້ວມມາ​ຕັ້ງ​ແຕ່​ທ້າຍ​ເດືອນ​ສິງຫາ.

ທ່ານ ​ໂທ​ມາຣ໌ ກ່າວ​ຕື່ມ​ວ່າ ຄວາມ​ແຕກ​ຕ່າງ​ສໍາລັບ​ພວກ​ຊາວນາ​ໃນ​ເຂດ​ແມ່​ນໍ້າຂອງ​ ກໍ​ຄື​ພວກ​ເຂົາ​ເຈົ້າອາ​ໃສ​ນໍ້າ​ທີ່​ຖ້ວມ​ນັ້ນ ​ຟື້ນ​ຟູ​ໜ້າ​ດິນ​ໃນ​ທົ່ງ​ນາ​ຂອງ​ພວກ​ເຂົາ​ເຈົ້າ​ ຊຶ່ງໝາຍ​ຄວາມ​ວ່າ​ ຜົນ​ກະທົບ​ຂອງ​ນໍ້າຖ້ວມ​ຄົງຈະ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ພວກ​ເຂົາ​ເຈົ້າ​ໃນ​ໄລຍະ​ຍາວ.

ທ່ານ ​ໂທ​ມາ​ຣ໌​ ເວົ້າວ່າ “ຂ້າພະ​ເຈົ້າ​ແນ່​ໃນ​ວ່າ​ ໃນ​ເວລາ​ອີກ​ປີ​ເຄິ່ງ ນໍ້າ​ທີ່​ໄຫລ​ຖ້ວມ​ເຫລົ່າ​ນີ້​ ຈິງໆ​ແລ້ວ ຈະ​ໃຫ້​ໝາກຜົນ​ໄດ້​ດີ​ຫລາຍ​ເພາະວ່າ​ມັນ​ນໍາ​ເອົາ​ສິ່ງ​ເສດ​ເຫລືອ​ຂີ້​ຕະກອນ ​ແລະ​ດິນ​ໃໝ່​ມາສູ່​ພື້ນ​ທີ່​ປູກຝັງ ຊຶ່ງ​ນັ້ນ​ມັນ​ກໍຈະ​ເປັນ​ປະ​ໂຫຍດ​ຢ່າງ​ຫລວງຫລາຍ​ ແກ່​ພວກຊາວນາ.”

ໃນ​ຂະນະ​ທີ່​ລະດັບ​ນໍ້າ​ຖ້ວມ​ກໍາລັງເລີ່​ມລົດ​ລົງ​ໄປ​ ຈາກ​ພື້ນ​ທີ່ຕອນ​ເທິງ​ແມ່​ນໍ້າຂອງນັ້ນ ທ່ານນາງ Sylwander ກ່າວ​ວ່າ ທ່ານ​ນາງ​ຄິດ​ວ່າ​ສະຖານະ ການຈະ​ດີ​ຂຶ້ນ. ​ເຖິງ​ແມ່ນ​ລະດັບ​ນໍ້າ​ຖ້ວມ​ຍັງສູງ​ຂຶ້ນຢູ່​ຕໍ່​ມາ ໃນ​ແຂວງຕ່າງໆ ຕາມ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ກໍ​ຕາມ ​ແຕ່ພວກ​ເຂົາ​ເຈົ້າກໍ​ໄດ້ມີ​ເວລາ​ຫລາຍ​ກ່ວາ ສໍາລັບກຽມຮັບ​ມືກັບ​ເຫດ​ສຸກ​ເສີນ​ນັ້ນ​.

ແຕ່​ນັ້ນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ໄພພິບັດ​ຈະ​ສິ້ນ​ສຸດ​ລົງ​ເທື່ອ. ຄື​ຈາກ​ທີ່​ການ​ເກັບ​ກ່ຽວ​ເຂົ້າລະດູ​ນຶ່ງໄດ້ຖືກ​ທໍາລາຍ​ໄປ​ແລ້ວ​ນັ້ນ ຫລາຍໆ​ຄອບຄົວ​ກໍ​ເລີຍ ບໍ່​ມີ​ລາຍ​ໄດ້ ​ແລະ​ບັນດາ​ອົງການ​ຊ່ວຍ​ເຫລືອ​ຕ່າງໆກໍ​ກໍາລັງດິ້ນຮົນ​ເພື່ອ​ຊ່ວຍ​ພວກທີ່​ຕົກອັບ​ແທ້ໆ. ​ແຫ​ລ່ງນໍ້າ​ດື່ມ​ນໍ້າ​ໃຊ້ກໍ​ເປື້​ອນ​ເປີະ ​ແລະ​ມີ​ການ ສ່ຽງ​ຕໍ່ການ​ເກີດ​ພະຍາດ​ທີ່​ມາ​ຈາກ​ນໍ້າ​ບໍ່​ສະອາດ ​ເຊັ່ນ​ໂຣກທ້ອງ​ຊຸ​ຫລື​ທ້ອງ​ນີ້​ຮາກ ທີ່​ມັກ​ຈະລະບາດຫລັງ​ຈາກ​ໄພ​ນໍ້າ​ຖ້ວມ.

XS
SM
MD
LG