ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ South Carolina ຍ້າຍທຸງ ສະຫະພັນ ລັດພາກໃຕ້ ອອກຈາກບໍລິເວນ ຕຶກສະພາ


Confederate Flag Leaving S. Carolina Statehouse Grounds
please wait

No media source currently available

0:00 0:01:48 0:00

ລັດ South Carolina ມີກຳນົດທີ່ຈະຍົກຍ້າຍທຸງ ສະຫະພັນ
ລັດພາກໃຕ້ ອອກໄປຈາກບໍລິເວນເດີ່ນສະພາຂອງລັດທີ່ຕັ້ງຢູ່
ໃນພາກໃຕ້ສະຫະລັດ ໃນພິທີທີ່ຈະຈັດຂຶ້ນໃນວັນສຸກມື້ນີ້.

​ຜູ້ປົກຄອງ​ລັດ ທ່ານນາງ Nikki Haley ໃນວັນພະຫັດວານນີ້
ໄດ້ລົງນາມໃນຮ່າງກົດໝາຍທີ່ສະໜັບສະໜຸນໂດຍພັກເດໂມ
ແຄຣັດແລະຣີພັບບລີກັນ ໃຫ້ຍົກຍ້າຍທຸງສະໄໝສົງຄາມກາງ
ເມືອງດັ່ງກ່າວສາມອາທິດ ຫລັງຈາກໄດ້ມີການສັງຫານ ທີ່ໄດ້
ຮັບແຮງກະຕຸ້ນ ໂດຍການແບ່ງແຍກເຊື້ອຊາດຜິວພັນ ສະມາ
ຊິກໂບດຊາວຜິວດຳ 9 ຄົນ.

ບັນດາ​ສະມາຊິກ​ໃນສະພາຕ່ຳ ຂອງລັດ South Carolina ​ໄດ້ເດີນຕາມຮອຍສະມາຊິກ ສະພາສູງຂອງລັດ ເວລາພວກທ່ານໄດ້ຮັບຮອງ​ເອົາ ຮ່າງກົດໝາຍ ຫລັງ​ຈາກ​ໄດ້ມີ​ການ
​ອະພິ​ປາຍກັນດົນ​ກວ່າ 1​3 ຊົ່ວ ​ໂມງ.

ທ່ານນາງ Haley ເອີ້ນວ່າ “​ມັນ​ແມ່ນວັນທີ່ຍິ່ງໃຫຍ່ ສຳລັບ​ລັດ South Carolina ເປັນມື້​
ທີ່​ນຳ​ເອົາ​ພວກ​ເຮົາ​ທຸກຄົນ​ມາ​ຢູ່ຮ່ວມ​ກັນ​ຢ່າງແທ້​ຈິງ ​ໃນຂະນະທີ່ພວກ​ເຮົາ​ສື​ບຕໍ່ຫາທາງ
ຄືນດີ​ກັນ ດັ່ງກັບ​ຄົນ​ໜຶ່ງ​ດຽວ​ກັນ ​ແລະ ລັດ​ໜຶ່ງ​ດຽວ​ກັນ.”

ທຸງດັ່ງກ່າວນີ້ ຈະຖືກຊັກລົງຈາກປາຍເສົາ ຢູ່ໃນພິທີທີ່ຈັດຂຶ້ນໃນຕອນເຊົ້າຂອງວັນສຸກມື້
ນີ້. ທ່ານນາງ Haley ກ່າວວ່າ ທຸງຈະຖືກຊັກລົງຈາກເສົາດ້ວຍກຽດສັກສີ ແລະຈະນຳໄປ ວາງສະແດງ ໃນບ່ອນທີ່ຖືກຕ້ອງ ຢູ່ຫໍພິພິດທະພັນ.

Confederate Flag
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG