ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນ ໄປໃຊ້ສິດໃຊ້ສຽງ ຢູ່ລັດ South Carolina ແລະລັດ Nevada


US Politics
please wait
Embed

No media source currently available

0:00 0:02:02 0:00

ເປັນ​ທີ່​ຄາດ​ກັນ​ວ່າ ບັນດາ​ຜູ້​ມີ​ສິດ​ປ່​ອນບັດ ຢູ່​ໃນ​ສອງ​ລັດ ​ທີ່​ແຕກ
​ຕ່າງ​ກັນ​ຂອງ​ສະຫະລັດຈະ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ຂຶ້ນໃນ​ການ
​ແຂ່ງຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ແລະ​ຣີພັບ​ບລີ​ກັນ​ໃນ​ວັນເສົາ​ມື້ນີ້​ໃນ
​ຂະນະ​ທີ່​ການ​ຊ່ວງຊິງ​ເພື່ອ​ເຂົ້າ​ໄປຄອບ​ຄອງ​ທຳ​ນຽບຂາວເພີ້ມທະ
ວີ​ຄວາມ​ເຂັ້ມຂຸ້ນຂຶ້ນ. ລັດ South Carolina ຈັດ​ໃຫ້​ມີ​ການ​ເລືອກ​
ຕັ້ງຂັ້ນຕົ້ນຂອງ​ພັກ​ຣີພັບ​ບລີ​ກັນໃນ​ຂະນະ​ທີ່​ລັດ Nevada ຈັດໃຫ້
ມີການ​ປະຊຸມ​ຄັດ​ເລືອກ​ຜູ້​ສະໝັກ​ຂອງ​ພັກເດໂມແຄຣັດ.

ກ່ອນ​ໜ້າການ​ເລືອກ​ຕັ້ງຂັ້ນຕົ້ນຢູ່​ລັດ South Carolina ນັ້ນ ການ​
ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Donald Trump ຜູ້​ສະໝັກ​ທີ່​ມີ​ຄະ​ແນນ​
ສຽງ​ນຳ​ໜ້າ​ ຂອງ​ພັກຣີພັບ​ບລີ​ກັນ ​ແລະພະ​ສັນຕະປາປາ Francis
ກ່ຽວ​ກັບ​ການ​ສ້າງ​ກຳ​ແພງຊາຍ ​ແດນ​ລະຫວ່າງ​ເມັກ​ຊິ​ໂກ​ກັບ​ສະຫະລັດໄດ້​ກໍ່​ໃຫ້​ເກີດ​ເປັນ​
ຂ່າວ​ນອງ​ນັນ.​ ​ໃນ​ຂະນະ​ທີ່​ພວມ​ບິນ​ກັບ ​ໄປ​ຍັງ​ກຸງ​ໂຣມ ຫລັງ​ຈາກ​ ການສະ​ເດັດ​ປະພາດ​
ເມັກ​ຊິ​ໂກ ​ໃນອາທິດ​ນີ້ ພະ​ສັນຕະປາປາ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ໂດຍ​ເວົ້າວ່າ ບຸກ​
ຄົນທີ່​ຄິດແຕ່ຈະສ້າງ​ກຳແພງແຕ່​ບໍ່​ຄິດ​ຈະ​ສ້າງຂົວ​ນັ້ນບໍ່​ແມ່ນຊາວຄຣິສຕຽນ. ທ່ານ Trump ​ໄດ້ຮຽກ​ຮ້ອງ​ໃຫ້​ສ້າງກຳ​ແພງ​ກັ້ນ ລະຫວ່າງ​ປະ​ເທດ​ທັງ​ສອງ.

​ເພື່ອ​ເປັນ​ການ​ຕອບໂຕ້​ ຕໍ່​ພະ​ສັນຕະປາປາ​ນັ້ນ ທ່ານ Trump ​ໃນ​ຂັ້ນຕົ້ນ ​ເອີ້ນຄຳເວົ້າດັ່ງ
ກ່າວ​ນັ້ນວ່າບໍ່​ເປັນ​ທີ່ໜ້າ​ນັບຖື​ເລີຍແຕ່​ໃນ​ເວລາ​ຕໍ່​ມາທ່ານ​ໄດ້​ກ່າວ​ໃນ​ລະຫວ່າງການຕອບ
​ຄຳ​ຖາມ ​ທີ່​ມີ​ການ​ອອກ​ອາກາດ​ໄປ​ທົ່ວ​ປະ​ເທດ​ໃນ​ວັນ​ພະຫັດ ຜ່ານ​ມານີ້ວ່າ ທ່ານ​ໃຫ້ການ​ເຄົາລົບ​ເປັນຢ່າງ​ຍິ່ງ​ຕໍ່​ພະ​ສັນຕະປາປາ Francis ​ແລະ​ພະ​ສັນຕະປາປາ​ອາດ​ຈະ​ໄດ້​ຮັບ​ຂໍ້​
ມູນ​ທີ່​ບໍ່​ຖືກຕ້ອງ​ ກ່ຽວ​ກັບ​ແຜນການ​ສ້າງກຳ​ແພງ​ຢູ່​ຊາຍ​ແດນ.

ບັນດາ​ຜູ້​ສະໝັກ​ປະທານາທິບໍດີ​ ຂອງ​ພັກຣີພັບ​ບລີ​ກັນ ​ທີ່​ເຂົ້າ​ຮ່ວມ​ການ​ຕອບ​ຄຳຖາມ​ກັບ​
ທ່ານ Trump ບໍ່​ໄດ້​ໃຫ້ຄວາມ​ສຳຄັນ​ຕໍ່​ຂ່າວ​ນອງ​ນັນ​ນີ້.​ ຜູ້​ປົກຄອງ​ລັດ Ohio ທ່ານ John
Kasich ບໍ່​ຍອມ​ຕຳ​ໜິຕິຕຽນ​ພະ​ສັນຕະປາປາ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ຂອງ​ພະ​ອົງຂະ
ນະ​ທີ່​ອະດີດ​ຜູ້​ປົກຄອງ​ລັດ​ຟລໍຣິດາທ່ານ Jeb Bush ກ່າວ​ວ່າມັນ​ເປັນ​ເລື້ອງທີ່​ບໍ່ເໝາະສົມ ​
ທີ່​ຈະ​ຕັ້ງຄຳ​ຖາມກ່ຽວ​ກັບ​ເລື້ອງຄວາມ​ເຊື່ອຂອງ​ທ່ານ Trump.

XS
SM
MD
LG