ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາລັດ South Carolina ເຫັນດີ ໃຫ້ຍົກຍ້າຍ ທຸງສະຫະ​ພັນ​ ລັດພາກ​ໃຕ້


ທ່ານ D-Williamsburg, ຂວາ, ໂອບກອດຊາຍທີ່ບໍ່ລະບຸຊື່ ຫຼັງຈາກສະພາໄດ້ຜ່ານຮ່າງກົດໝາຍ ເພື່ອຍົກຍ້າຍທຸງສະຫະ​ພັນ​ລັດ​ພາກ​ໃຕ້ ອອກຈາກພື້ນທີ່ບໍລິເວນຕຶກສະພາ ໃນຕອນເຊົ້າ ຂອງວັນພະຫັດ. 9 ກໍລະກົດ 2015, ໃນນະຄອນຫຼວງ Columbia ລັດ South Carolina.
ທ່ານ D-Williamsburg, ຂວາ, ໂອບກອດຊາຍທີ່ບໍ່ລະບຸຊື່ ຫຼັງຈາກສະພາໄດ້ຜ່ານຮ່າງກົດໝາຍ ເພື່ອຍົກຍ້າຍທຸງສະຫະ​ພັນ​ລັດ​ພາກ​ໃຕ້ ອອກຈາກພື້ນທີ່ບໍລິເວນຕຶກສະພາ ໃນຕອນເຊົ້າ ຂອງວັນພະຫັດ. 9 ກໍລະກົດ 2015, ໃນນະຄອນຫຼວງ Columbia ລັດ South Carolina.

ບັນດາ​ສະມາຊິກ​ສະພາ​ຂອງລັດ South Carolina ​ໄດ້​ອະນຸມັດ
​ມາດ​ຕະການ​ເພື່ອ​ຍົກ​ຍ້າຍທຸງ​ສະຫະ​ພັນ​ລັດ​ພາກ​ໃຕ້ ສະ​ໄໝສົງ
ຄາມກາງເມືອງ ອອກຈາກ​ພື້ນ​ທີ່​ ຂອງ​ສະພາ​ ໃນ​ເມືອງຫຼວງ ​Co-
lumbia ຂອງລັດ South Carolina.

ຮ່າງ​ກົດໝາຍດັ່ງກ່າວ ໄດ້​ຖືກ​ຮັບຮອງ​ໃນ​ຕົ້ນຕອນ​ເຊົ້າ​ຂອງ​ວັນ​
ພະຫັດມື້ນີ້​ດ້ວຍຄະແນນສຽງ 94 ຕໍ່ 2​0 ​ໃນ​ການ​ພິຈາລະນາ​ຄັ້ງ​
ທີ 3 ​ແລະ ສຸດ​ທ້າຍ, ຫຼັງ​ຈາກ​ໃຊ້​ເວລາ​ໃນ​ການ​ອະພິ​ປາຍຫຼາຍ​
ກວ່າ 1​3 ຊົ່ວ​ໂມງ. ຜູ້​ຄັດຄ້ານ​ຕໍ່​ຮ່າງ​ກົດໝາຍນີ້, ​ເຊິ່ງໄດ້ຮັບການ​ເຫັນ​ດີ ​ໂດຍຄະແນນສຽງ
ຖ້ວມລົ້ນຂອງສະພາ​ສູງລັດ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ໄດ້​ສະ​ເໜີ​ບົດເພີ້ມ​ເຕີມຫຼາຍ​ກວ່າ 60
ຂໍ້​ໃນ​ລະຫວ່າງ​ການ​ອະພິປາຍເຊິ່ງ​ແນ​ໃສ່​ການ​ເລື່ອນ​ເວລາຫຼືເປັນ​ໄປ​ໄດ້ກໍຍົກ​ເລີກການຮັບ
ຮອງເອົາ​ໃນ​ທີ່​ສຸດ.

ຜູ້​ປົກຄອງ​ລັດທ່ານນາງ Nikki Haley​ ​ໄດ້​ກ່າວ​ໃນ Facebook ຂ​ອງ ທ່ານນາງວ່າ “​ມັນ​ແມ່ນ​ມື້​ໃໝ່​ໃນ​ລັດ South Carolina ເປັນມື້​ທີ່​ພວກ​ເຮົາ​ທຸກ​ຄົນ​ສາມາດມີ​ຄວາ​ມ​ພາກ​ພູມ​ໃຈ, ມື້​ໜຶ່ງ​ທີ່​ສາມາດ​ນຳ​ເອົາ​ພວກ​ເຮົາ​ທຸກຄົນ​ມາ​ຢູ່ຮ່ວມ​ກັນ​ໂດຍ​ແທ້​ຈິງ ​ໃນຂະນະທີ່ພວກ​ເຮົາ​ສືບຕໍ່​ຫາທາງ​ກັບ​ຄືນ​ມາ​ດີ​ກັນ ດັ່ງກັບ​ຄົນ​ໜຶ່ງ​ດຽວ​ກັນ ​ແລະ ລັດ​ໜຶ່ງ​ດຽວ​ກັນ.”

​ໃນ​ການ​ລົງ​ຄະ​ແນນສຽງ​ຂອງ​ວັນ​ພະຫັດ​ມື້​ນີ້ ​ເປັນ​ກາ​ນສະຫຼຸບ​ຄວາມ​ພະຍາຍາມ​ອັນ​ເຄັ່ງຕຶງ ​ເຊິ່ງ​ໄດ້​ເລີ່​ມຂຶ້ນ​ຫຼັງ​ຈາກ 9 ຄົນ​ຢູ່ໃນໂບດ​ຄົນ​ຜິວ​ດຳ​ທີ່​ເມືອງ Charleston ຖືກ​ຂ້າ​ຕາຍ​ໃນ​ຂະນະ​ທີ່​ກຳລັງ​ສຶກສາ​ຄຳ​ພີ ​ໄບ​ໂບ​ ​ໃນ​ວັນ​ທີ 17 ກໍລະກົດ. ຕໍ່​ມາໄດ້​ມີ​ການ​ປະກົດ​ໃຫ້​ເຫັນ​ຮູບ​ຂອງ​ມີ​ປືນ​ຄົນ​ຜິວ​ຂາວ, ທ້າວ Dylann Roof, ຖື​ທຸງ​ສະຫະ​ພັນ​ລັດ​ພາກ​ໃຕ້, ​ເຊິ່ງຊາວ​ຜິວ​ດຳ​ຫຼາຍ​ຄົນ​ຖື​ວ່າ​ ເປັນ​ສັນຍາ​ລັກຂອງສະໄໝ ການແບ່ງ​ແຍກລະຫວ່າງ ຂ້າທາດ ແລະນາຍທາດທີ່ເປັນຄົນຜິວ ຂາວ ຢູ່​ໃນພາກໃຕ້ຂອງສະຫະລັດ.

ຜູ້ຖືກ​ເຄາະຮ້າຍ​ລວມມີ ທ່ານ Clementa Pinckney, ສະມາຊິກສະພາສູງ​ລັດ ​ແລະພະ ປະຈຳໂບດ Emanuel Methodist Episcopal.

ຜູ້​ປົກຄອງ​ລັດ ທ່ານ​ ນາງ Haley ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຍົກຍ້າຍ​ທຸງ​ດັ່ງກ່າວ​ຫຼັງ​ຈາກ​ການ​ສັງຫານໝູ່​ຢູ່​ໂບດ Emanuel ​ໂດຍ​ປະຕິເສດຕໍ່ຄວາມເຫັນ ຂອງຜູ້​ສະໜັບ​ສະ​ໜູນ ທີ່ກ່າວ​ວ່າ ​ມັນ​ເປັນ​ສັນຍາ​ລັກ​ຂອງ​ປະຫວັດ​ສາດ ແລະ ມໍລະດົກຂອງ​ລັດ​ພາກ​ໃຕ້.

ທຸງ​ນັ້ນ​ຈະ​ຖືກ​ຍົກຍ້າຍ​ພາຍ​ໃນ 24 ຊົ່ວ​ໂມງ​ຫຼັງ​ຈາກ​ທ່ານ​ນາງ Haley ລົງ​ນາມໃນຮ່າງ​ກົດ
ໝາຍ. ​ແລະ ​ທຸງ​ກໍຈະ​ຖືກນຳໄປ​ວາງສະ​ແດງໄວ້​ໃນ​ຫໍພິພິທະ​ພັນ.

US Confederate flag
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG