ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ ອາຟຣິກາໃຕ້ ປ່ຽນຄຳ ຕັດສິນລົງໂທດ ນັກກິລາ ຊື່ດັງ Oscar Pistorius


ນັກກິລາ ໂອລິມປິກ ແລະ ນັກແລ່ນແລະລານ ກິລາໂອລິມປິກ
ຄົນພິການ ທ້າວ Oscar Pistorius (ກາງ) ຖືກນຳໂຕໄປ
ຂຶ້ນລົດຕຳຫຼວດ.
ນັກກິລາ ໂອລິມປິກ ແລະ ນັກແລ່ນແລະລານ ກິລາໂອລິມປິກ ຄົນພິການ ທ້າວ Oscar Pistorius (ກາງ) ຖືກນຳໂຕໄປ ຂຶ້ນລົດຕຳຫຼວດ.

ສານສູງສຸດ ແຫ່ງປະເທດ ອາຟຣິກາໃຕ້ ໄດ້ຕັດສິນລົງໂທດ ນັກກິລາ ທີ່ຖືກຕັດຂາ ທ້າວ Oscar Pistorius ກ່ຽວກັບການຄາດຕະກຳ, ເຊິ່ງຈະໄດ້ພິກຜັນ ການຕັດສິນໂທດກ່ອນໜ້ານີ້ ກ່ຽວກັບການຄາດຕະກຳໂດຍບໍ່ເຈດຕະນາ ໃຫ້ເປັນໂທດທີ່ຫຼຸດຄວາມຮ້າຍແຮງລົງ ຕື່ມ.

ສານໄດ້ປະກາດການຕັດສິນຂອງຕົນ ໃນວັນພະຫັດມື້ນີ້ໃນຄະດີ ຂອງນັກກິລາ ໂອລິມປິກທີ່ໂດ່ງດັງ, ເຊິ່ງໄດ້ຖືກຕັດສິນລົງໂທດໃນ ປີກາຍນີ້ກ່ຽວກັບ ການຍິງແຟນຂອງລາວ ນາງ Reeva Steenkamp ເສຍຊີວິດໃນປີ 2013.

ຄະດີດັ່ງກ່າວ ຕອນນີ້ໄດ້ຖືກສົ່ງກັບຄືນໄປສານຊັ້ນຕົ້ນສຳລັບການພິຈາລະນາ ຄຳຕັດສິນໃໝ່.

ທ້າວ Pistorius ໄດ້ຖືກກ່າວໂທດກ່ຽວກັບການຄາດຕະກຳໂດຍເຈດ ຕະນາ, ທຽບເທົ່າກັບ ການຄາດຕະກຳ ສຳລັບການຍິງແຟນຂອງລາວເສຍຊີວິດຜ່ານ ປະຕູຫ້ອງນ້ຳ. ທ້າວ Pistorius ໄດ້ກ່າວວ່າ ລາວໄດ້ເຂົ້າໃຈຜິດຄິດວ່າແຟນຂອງ ລາວ ເປັນຄົນຂີ້ລັກ ແລະ ວ່າ ການຍິງນັ້ນແມ່ນເປັນອຸບັດເຫດ.

ນັກກິລາໂອລິມປິກ ອາຟຣິກາໃຕ້ ທ້າວ Oscar Pistorius ແລະ ນາງ Reeva Steenkamp ທີ່ພິທີປະກາດລາງວາງ, ໃນນະຄອນຫຼວງ Johannesburg, ອາຟຣິກາໃຕ້. 4 ພະຈິກ 2012.
ນັກກິລາໂອລິມປິກ ອາຟຣິກາໃຕ້ ທ້າວ Oscar Pistorius ແລະ ນາງ Reeva Steenkamp ທີ່ພິທີປະກາດລາງວາງ, ໃນນະຄອນຫຼວງ Johannesburg, ອາຟຣິກາໃຕ້. 4 ພະຈິກ 2012.

ລາວໄດ້ຖືກປ່ອຍອອກຈາກຄຸກໃນເດືຶອນຕຸລາທີ່ຜ່ານມາ, ຫຼັງຈາກຖືກກັງຂັງບໍ່ ຮອດໜຶ່ງປີ ໃນ​ໂທດ​ຂັງຄຸກ 5 ປີ. ພາຍໃຕ້ກົດໝາຍຂອງປະເທດ ອາຟຣິກາໃຕ້, ຄົນທີ່ໄດ້ຖືກຕັດສິນຈຳຄຸກ 5 ປີ ຫຼືໜ້ອຍກວ່າແມ່ນສາມາດອອກຈາກຄຸກໄດ້ ຫຼັງຈາກໄດ້ຮັບໃຊ້ 1 ສ່ວນ 6 ຂອງກຳນົດການ ຂັງຄຸກຂອງພວກເຂົາ.

ລາວຈະໄດ້ຖືກກັກຂັງໃນສ່ວນເວລາທີ່ເຫຼືອກ່ຽວກັບການຕັດສິນໂທດ ຂ້າຄົນ ໂດຍບໍ່ເຈດຕະ ນາພາຍໃຕ້ການກັກຂັງໄວ້ໃນເຮືອນຂອງຜູ້ຕ້ອງຫາເອງ.

ຜູ້ຊາຍຄົນດັ່ງກ່າວເປັນທີ່ຮູ້ຈັກກັນດັ່ງກັບ “ນັກແລ່ນໃບມີດ” ສຳລັບຂາທຽມຂອງ ລາວ ເຊິ່ງ ເປັນສາຍໄຍທີ່ເຮັດຈາກຄາບອນ, ລາວເປັນຜູ້ຊະນະເລີດ ຫຼຽນຄຳ ກິລາໂອລິມປິກຄົນພິການ ປະເພດແລ່ນແລະລານ 6 ຄັ້ງ. ທ້າວ Pistorius ໄດ້ກາຍເປັນນັກແລ່ນທີ່ຖືກຕັດຂາຄົນທຳອິດ ທີ່ໄດ້ແຂ່ງຂັນໃນກິລາໂອລິມປິກ ລະດູຮ້ອນ ທີ່ນະຄອນຫຼວງ London ປີ 2012.

Pistorius Appeal
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG