ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກແລ່ນ ອາຟຣິກາໃຕ້ ໄດ້ຮັບ ອະນຸຍາດ ໃຫ້ປະກັນໂຕ (ສະໄລດ໌)


ທ້າວ Oscar Pistorius ​ໄດ້​ຮັບອະນຸຍາດ​ໃຫ້​ປະກັນ​ໂຕ ​ໃນ​ຂະນະ​ທີ່​ລາວລໍຖ້າ​ການ​ດຳ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ຄາດ​ຕະກໍາຜູ້​ສາວ​ຂອງ​ລາວ
ທ້າວ Oscar Pistorius ​ໄດ້​ຮັບອະນຸຍາດ​ໃຫ້​ປະກັນ​ໂຕ ​ໃນ​ຂະນະ​ທີ່​ລາວລໍຖ້າ​ການ​ດຳ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ຄາດ​ຕະກໍາຜູ້​ສາວ​ຂອງ​ລາວ
ດາຣານັກແລ່ນ​ອາ​ຟຣິກາ​ໃຕ້ ທ້າວ Oscar Pistorius ​ໄດ້​ຮັບ
ອະນຸຍາດ​ໃຫ້​ປະກັນ​ໂຕ ​ໃນ​ຂະນະ​ທີ່​ລາວລໍຖ້າ​ການ​ດຳ​ເນີນ​
ຄະດີ ​ໃນ​ຂໍ້​ຫາ​ຄາດ​ຕະກໍາຜູ້​ສາວ​ຂອງ​ລາວ ນາງ Reeva
Steenkamp.

ຢູ່​ໃນ​ຄຳພິພາກສາ​ທີ່ຍືດຍາວໃນ​ວັນ​ສຸກ​ວານ​ນີ້ ທີ່​ໄດ້​ມີ​ການ​ຕຳ​
ໜິຕິຕຽນຕໍ່​ການ​ສືບສວນຂອງ​ຕໍາຫລວດ ຢູ່​ທີ່ບ່ອນ​ເກີດ​ເຫດນັ້ນ
ຜູ້​ພິພາກສາ Desmond Nair ​ໄດ້ຕັດສິນ ​ໃຫ້ທ້າວ Pistorius
ປະກັນໂຕ​ໄດ້ ​ໃນ ວົງ​ເງິນ 1 ລ້ານແຣນ ຫລືປະມານ 112,000
ພັນໂດລາ.

ຜູ້ພິພາກສາ ໄດ້ອ່ານຄຳຕັດສິນຂອງທ່ານອອກມາດັງໆເກືອບ
ສອງຊົ່ວ ໂມງ ຢູ່ໃນສານນະຄອນຫຼວງ Protoria. ​ແລະໃນທີ່
ສຸດ ທ່ານກໍໄດ້ປະ ກາດກ່ຽວ​ກັບການຕັດສິນຂອງທ່ານຊຶ່ງຄອບຄົວ Pistoriuໄດ້ພາ
ກັນ ສະແດງຄວາມດີໃຈອອກມາ.

ທ້າວ Pistorius ໄດ້ຢູ່ໃນຄວາມຄຸ້ມຄອງຂອງຕໍາຫລວດ ຕັ້ງແຕ່​ໄດ້​ເກີດ​ເຫດ​ໃນວັນທີ 14 ເດືອນກຸມພາ. ຫລັງຈາກ​ໄດ້ຟັງ ລຸງຂອງລາວ ທ່ານ Arnold Pistorius ກ່າວຕໍ່
ບັນດານັກຂ່າວວ່າ ຄອບຄົວພາກັນ ໂຫລ່ງໃຈທີ່ນັກກິລາຄົນນີ້ ໄດ້ຮັບ​ອະນຸຍາດ​ໃຫ້​ປະກັນ​ໂຕ​ອອກ​ມາ.

ໂຄສົກຄອບຄົວ Steenkamp ທ່ານ Nicolas Van Eden ກ່າວວ່າ ຄອບຄົວຂອງ
ຜູ້ເຄາະຮ້າຍ ບໍ່ແນ່​ໃຈວ່າຈະມີຄວາມຮູ້ສຶກຢ່າງໃດຕໍ່ຄະດີ ດັ່ງກ່າວ.

ໂຄສົກຂອງ​ອົງການໄອຍະການແຫ່ງຊາດທ່ານ Medupe Simasiku ກ່າວວ່າ ລັດຖະ
ບານຍັງມີຄວາມໝັ້ນໃຈ​ໃນ​ຄ​ະດີທ້າວ Pistorius ເຖິງ ແມ່ນວ່າ​ໄດ້ມີການຕັດສິນປະ
ກັນໂຕຜູ້ກ່ຽວກໍ​ຕາມ. ທ່ານໄດ້ກ່າວຕໍ່ບັນ ດານັກຂ່າວວ່າ ການໃຫ້ປະກັນໂຕບໍ່ໄດ້ໝາຍ
ເຖິງການຕັດສິນ​ໃຫ້​ພົ້ນຄວາມ​ຜິດ.

ທ້າວ Pistorius ໄດ້ອອກຈາກສານ​ໂດຍ​ມີ​ລົດ​ມາ​ຮັບ​ເອົາ. ມັນບໍ່ເປັນທີ່ ແຈ່ມແຈ້ງວ່າ ລາວໄປໃສຫຼັງຈາກ​ນັ້ນ. ບັນດາເຈົ້າໜ້າທີ່ບອກລາວວ່າ ບໍ່ໃຫ້ກັບຄືນໄປເຮືອນຂອງ
ລາວເພາະຍັງເປັນບ່ອນ​ທີ່​ຈະ​ມີ​ການ​ສືບສວນ ​ໃນ​ຄະດີ​ນີ້ຢູ່.

ຢູ່ໃນ​ເງື່ອນ​ໄຂ​ຂອງການປະກັນໂຕນັ້ນ ທ້າວ Pistorius ຕ້ອງໄດ້ມອບ ໜັງສືເດີນທາງ
ແລະອາວຸດປືນ​ໃຫ້​ເຈົ້າໜ້າ​ທີ່ ແລະເຂົ້າ​ໄປສະເໜີໂຕຕໍ່ ເຈົ້າໜ້າທີ່ຕໍາຫລວດສອງເທື່ອ
ຕໍ່ອາທິດ.

ການສະເໜີໂຕຕໍ່ສານຄັ້ງຕໍ່ໄປ​ຂອງ​ຜູ້ກ່ຽວໄດ້​ກຳນົດ​ໃສ່ວັນທີ 4 ເດືອນ ມິຖຸນາ.


XS
SM
MD
LG