ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາຟຣິກາໃຕ້ ກະກຽມ ຮັບຕ້ອນ ບັນດາຜູ້ນໍາໂລກ ທີ່ຈະໄປຮ່ວມໄວ້ອາໄລ ແກ່ທ່ານແມນເດລາ (ວີດີໂອ/ສະໄລດ໌)


South African Authorities Prepare for Enormous Crowds at Mandela Memorial
please wait

No media source currently available

0:00 0:01:05 0:00
ລິງໂດຍກົງ

ວີດີໂອ: ອາຟຣິກາໃຕ້ ກະກຽມຈັດ ພິທີໄວ້ອາໄລແກ່ ທ່ານ ແນລສັນ ແມນເດລາ ສະໜາມກິລາໃຫຍ່.

ອາ​ຟຣິກາ​ໃຕ້​ກຳລັງ​ກະກຽມ​ເພື່ອ​ເປັນ​ເຈົ້າພາບ​ຕ້ອນຮັບ​ບັນດາ​
ຜູ້ນຳ​ຂອງ​ໂລກຈໍານວນຫຼາຍ​ສິບ​ຄົນ ທີ່ວາງ​ແຜນ​ທີ່​ຈະ​ໄປ​ຮ່ວມ​
ພິທີ​ໄວ້ອາ​ໄລແກ່ທ່ານ Nelson Mandela ອະດີດຜູ້ນຳພາ​ຕໍ່
ຕ້ານ​ນະ​ໂຍບາຍ​ແບ່ງ​ແຍກເຊື້ອຊາດ​ຜິວ​ພັນ ທີ່ໄດ້​ເຖິງ​ແກ່​ອະສັນ
​ຍະ​ກຳ​ໄປ​ໃນ​ສັບປະດາ​ແລ້ວ​ນີ້ ຮວມອາຍຸ​ໄດ້ 95 ປີ ຊຶ່ງ​ພິທີ​ດັ່ງ
ກ່າວຈະ​ມີ​ຂຶ້ນ​ໃນັວນອັງຄານ​ມື້​ອື່ນ​ນີ້.

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ພ້ອມ​ດ້ວຍອະ
ດີດ​ປະທານາທິບໍດີGeorge W. Bush, Bill Clinton ​ແລະ
Jimmy Carter ຈະເດີນທາງ​ໄປ​ຍັງນະຄອນ Johannesburg
ບ່ອນ​ທີ່​ພິທີ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່ເດິ່ນກີລາ​ບານ​ເຕະທີ່​ເປັນ​ບ່ອນ​ຊີງ​ຂັນ
​ຊະນະ​ເລີດ​ກີລາ​ບານ​ເຕະ​ປະຈຳ​ປີ 2010 ນັ້ນ. ທ່ານ George H.W. Bush ບິດາ​ຂອງ​
ທ່ານ George W. Bush ເປັນ​ອະດີດ​ປະທານາທິບໍດີ​ສະຫະລັດ​ທີ່​ຍັງ​ມີ​ຊີວິດ ຄົນ​ດຽວ​
ເທົ່າ​ນັ້ນ ທີ່​ຈະ​ບໍ່ໄດ້ໄປ​ຮ່ວມ​ໃນ​ພິທີ​ດັ່ງກ່າວ. ​ໂຄສົກ​ປະຈຳ​ທ່ານກ່າວ​ວ່າ ທ່ານ Bush ​ໄວ
89 ປີ ບໍ່ສາມາດເດີນທາງ​ໄກ​ໄດ້​ອີກແລ້ວ.

ລັດຖະມຸນຕີ​ຕ່າງປະ​ເທດ​ອາ​ຟຣິກາ​ໃຕ້​ກ່າວ​ວ່າ ​ໄດ້​ມີ​ຄວາມ​ສົນ​ໃຈຫຼວງ​ຫຼາຍ​ ຢ່າງ​ບໍ່ເຄີຍ
ມີ​ມາ​ກ່ອນ​ ຈາກບັນດາ​ຜູ້ນຳ​ຂອງ​ໂລກ​ ທີ່​ຢາກ​ໄປ​ຮ່ວມ​ພິທີ​ໄວ້ອາ​ໄລ​ດັ່ງກ່າວ ຊຶ່ງ​ຈະ​ດຳ​ເນີນ
ໄປ​ພາຍ​ໃຕ້​ການຮັກສາ​ຄວາມ​ປອດ​ໄພ​ຢ່າງເຂັ້ມງວດ.

ທ່ານ David Cameron ນາຍົກລັດຖະມຸນຕີ​ອັງກິດ ປະທານາທິບໍດີ Hassan Rouhani
ແຫ່ງ​ອີຣ່ານ ປະທານາທິບໍດີ Raul Castro ​ແຫ່ງ​ຄີວບາ ກັບ​ທ່ານພັນ​ກິ​ມູນ ​ເລຂາທິການ
​ໃຫຍ່​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ພວກ​ຜູ້ນຳ​ປະ​ເທດ​ອື່ນໆ ກໍ​ຄາດ​ວ່າ​ຈະ​ໄປ​ຮ່ວມ​ໃນ​ພິທີ
ໄວ້ອາ​ໄລ​ແກ່​ທ່ານ Mandela ທີ່​ໄດ້​ໂຜ່​ໂຕ​ອອກມາ​ຈາກ​ການ​ຖືກຂັງ​ຄຸກ​ເປັນ​ເວລາ 27 ປີ
ມາ​ເປັນ​ປະທານາທິບໍດີ​ຜິວ​ດຳຄົນ​ທຳ​ອິດ​ຂອງ​ອາ​ຟຣິກາ​ໃຕ້.



XS
SM
MD
LG