ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

24 ຄົນ ເສຍຊີວິດ ຍ້ອນລົດບັສຂວໍ້າ ຢູ່ ອາຟຣິກາໃຕ້


ພາບຂອງອຸປະຕິເຫດລົດບັສຂວໍ້າທີ່ເຮັດໃຫ້ 24 ຄົນເສຍຊີວິດ ຢູ່ໃກ້ກັບເມືອງ De Doorns ປະເທດ ອາຟຣິກາໃຕ້
ພາບຂອງອຸປະຕິເຫດລົດບັສຂວໍ້າທີ່ເຮັດໃຫ້ 24 ຄົນເສຍຊີວິດ ຢູ່ໃກ້ກັບເມືອງ De Doorns ປະເທດ ອາຟຣິກາໃຕ້
ຕໍາ​ຫລວດອາ​ຟຣິກາ​ໃຕ້ ກໍາລັງ​ກວດ​ເບິ່ງ​ຊາກ​ເພພັງ​ຂອງລົດ​ບັສ
ສອງ​ຊັ້ນ ​ເພື່ອ​ຊ​ອກຫາ​ສາ​ເຫ​ດຂອງອຸປະຕິ​ເຫດ ທີ່​ເຮັດ​ໃຫ້ 24
ຄົນ​ເສຍ​ຊີວິດ​ໃນ​ວັນ​ສຸກວານນີ້ ຢູ່​ທາງ​ເທິງພູ​ແຫ່ງ​ນຶ່ງ ​ໃກ້​ກັບ​ນະ
ຄອນ Cape Town.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ລົດບັສ​ໄດ້​ເຈືອກ​ອອກ​ຈາກ​ທາງ 140
ກິ​ໂລ​ແມັດທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນ​ດັ່ງກ່າວ
ທີ່​ຂ້າມ​ແມ່ນໍ້າ Hex ​ແລະ​ລົດ​ໄດ້ຂວໍ້າ​ເອົາ​ຂ້າງລົງ​. ບັນດາ​ໜ່ວຍ​ກູ້
​ໄພພົບ​ເຫັນ​ວ່າ ລົດ​ບັສຄັນນີ້ ​ຂວໍ້າ​ຢູ່​ຂ້າງ​ໜ່ວຍ​ພູ.

ພວກ​ກູ້​ໄພ​ໄດ້​ໃຊ້ລົດ​ຍົກ ຍົກ​ເອົາ​ຊາກ​ຫັກ​ພັງ​ຂອງ​ລົດ​ບັສໄປ ແລະ​
ຕັດເຫລັກ​ທີ່​ບິດບ້ຽວ​ນັ້ນ​ອອກ​ຈາກ​ກັນ.

ສື່​ມວນ​ຊົນ ອາ​ຟຣິກາ​ໃຕ້ ກ່າວວ່າ ຜູ້​ໂດຍສານ 66 ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ລະດັບ​ປານກາງ ຫາ​ຮ້າຍ​ແຮງ​ ແລະ​ອ້າງ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ ​ທີ່​ກ່າວວ່າ ຫ້າມ​ລໍ້ຫຼື​ເບຣັກ ອາດ​ເປັນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ໃນ​ຄັ້ງນີ້.

​ອົງການ​ຂ່າວຝຣັ່ງ​ໄດ້​ອ້າງ​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ຈາລະ​ຈອນ​ຄົນ​ນຶ່ງ ທີ່​ກ່າວວ່າ ຄົນ​ຂັບ
ລົດປະກົດ​ວ່າ​ໄດ້​ພະຍາຍາມຜ່ອນຄວາມໄວຂອງລົດບັສລົງ ກ່ອນ​ຈະ​ເສຍຫລັກຈົນຄວບ​ຄຸມ​ບໍ່​ໄດ້.

ກ່ຽວຂ້ອງກັນ

XS
SM
MD
LG