ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Zuma ຂອງອາຟຣິກາໃຕ້ ຍອມຮັບ ຄວາມ ຜ່າຍແພ້ ທີ່ເປັນປະວັດການ ໃນການເລືອກຕັ້ງ

ພວກປະທ້ວງສອງຄົນ ຖືປ້າຍ ຂະນະທີ່ປະທານາທິບໍດີ Jacob Zuma ກ່າວຖະແຫລງ ການປະກາດ ຜົນຂອງການເລືອກຕັ້ງ ຂັ້ນເທດສະບານ ໃນນະຄອນຫຼວງ Pretoria ຂອງອາຟຣິກາໃຕ້, ວັນທີ 6 ສິງຫາ 2016. ພວກປະທ້ວງໝາຍເຖິງ ຄະດີການຟ້ອງຮ້ອງ ຂົ່ມຂືນສຳເລົາ ໃນປີ 2006 ຂອງທ່ານ Zuma ທີ່ສານໄດ້ຕັດສິນ ໃຫ້ພົ້ນຈາກໂທດ.

ປະທານາທິບໍດີ ຂອງອາຟຣິກາໃຕ້ ທ່ານ Jacob Zuma ໄດ້ຮູ້ສຶກສັ່ນສະເທືອນ ຈາກ ການເສຍໄຊທີ່ເປັນປະວັດການ ໃນການເລືອກຕັ້ງຂັ້ນທ້ອງຖິ່ນ ໂດຍກ່າວວ່າ ພວກລົງ ຄະແນນສຽງ “ໄດ້ພາກັນສົ່ງສານໃຫ້ທົ່ວໂລກຮູ້ແລ້ວ” ແລະ ວ່າ ພັກ Congress ແຫ່ງຊາດຂອງອາຟຣິກ ຫຼື ANC ທີ່ປົກຄອງປະເທດໃນປັດຈຸບັນ ແມ່ນ “ຈະຮັບຟັງ ຢ່າງລະມັດລະວັງທີ່ສຸດ.”

ທ່ານ Zuma ໄດ້ກ່າວຖະແຫລງໃນວັນເສົາວານນີ້ ຂະນະທີ່ ການນັບຄະແນນສຽງ ໄດ້ສະແດງໃຫ້ເຫັນວ່າ ພັກ ANC ໄດ້ສູນເສຍ ການຄວບຄຸມນະຄອນຫຼວງ Pretoria ແລະ ການມີສຽງສ່ວນຫຼາຍຂອງຕົນ ຢູ່ໃນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ ແລະ ນະຄອນ Johannesburg ທີ່ເປັນສູນກາງຂອງເສດຖະກິດ.

ຮອງປະທານ ທ່ານນາ Cyril Ramaphosa, ຜູ້ນັ່ງຢູ່, ແລະ ບັນດາສະມາຊິກພັກ African National Congress ປຶກສາຫາລື ຜົນການເລືອກຕັ້ງຂັ້ນເທດສະບາດ ຢູ່ທີ່ສູນກາງຜົນການເລືອກຕັ້ງ ໃນນະຄອນຫຼວງ Pretoria ຂອງອາຟຣິກາໃຕ້, ວັນທີ 5 ສິງຫາ 2016.

ພັກຂອງທ່ານ Nelson Mandela ໄດ້ປະກາດຍອມຮັບການຜ່າຍແພ້ ໄປແລ້ວ ໃນວັນ ສຸກຜ່ານມາ ໃນເມືອງ Port Elizabeth ໂດຍສູນເສຍ ພື້ນທີ່ແຂ່ງຂັນທີ່ສຳຄັນ ໃນການ ເລືອກຕັ້ງຂັ້ນເທດສະບານ ເມື່ອວັນພຸດຜ່ານມາ ດ້ວຍຄະແນນສຽງເກືອຍ 7 ເປີເຊັນ.

ໃນພື້ນທີ່ຕົວເມືອງ ທີ່ປະກອບດ້ວຍນະຄອນຫຼວງ Pretoria ພັກຝ່າຍຄ້ານ ພັກແນວໂຮມ ເພື່ອປະຊາທິປະໄຕ ໄດ້ຊະນະດ້ວຍຄະແນນສຽງ 43.1 ເປີເຊັນ ໃນຂະນະທີ່ ພັກ ANC ຕິດຕາມເຂົ້າມາດ້ວຍຄະແນນສຽງ 41.2 ເປີເຊັນ.

ການສຳຫຼວດໄດ້ສະແດງໃຫ້ເຫັນວ່າ ພັກ ANC ຍັງນຳໜ້າຢູ່ ໃນທົ່ວປະເທດ ໂດຍມີ ຄະແນນສຽງລວມ 54 ເປີເຊັນ. ແຕ່ວ່າ ຂໍ້ມູນນັ້ນ ແມ່ນເຮັດໃຫ້ ບັນດາຜູ້ນຳພັກ ANC ດີໃຈພຽງນ້ອຍໜຶ່ງ ຂະນະທີ່ການນັບຄະແນນສຽງ ໃນວັນເສົາວານນີ ໃນນະຄອນ Johannesburg ໄດ້ສະແດງໃຫ້ເຫັນວ່າ ພັກທີ່ປົກຄອງປະເທດ ມີຄະແນນຕົກຕ່ຳກວ່າ ການມີສຽງສ່ວນຫຼາຍ ຢ່າງຂາດລອຍ ແລະ ຈະຕ້ອງການ ພັກການເມືອງພັນທະມິດ ເພື່ອຈະໄດ້ຄວບຄຸມ ເມືອງອີກຕໍ່ໄປ.

ທ່ານ Zuma ໄດ້ປະສົບກັບບັນຫາເລື່ອງທີ່ອັບອາຍຂາຍໜ້າດ້ານການເມືອງ ນັບຕັ້ງ ແຕ່ໄດ້ເຂົ້າຮັບໜ້າທີ່ມາ ເປັນເວລາ 7 ປີ. ໃນກໍລະນີໜຶ່ງນັ້ນ ທ່ານໄດ້ຖືກພົບເຫັນວ່າ ໃຊ້ເງິນຂອງສາທາລະນະ ຈຳນວນ 500,000 ໂດລາ ເພື່ອສ້ອມແປງເຮືອນສ່ວນຕົວ ຂອງທ່ານ. ສານລັດຖະທຳມະນູນ ຂອງປະເທດ ໄດ້ສັ່ງໃຫ້ທ່ານ ຈ່າຍຈຳນວນເງິນ ດັ່ງກ່າວນັ້ນ ຄືນໝົດ.

ໃນລະຫວ່າງ ການປົກຄອງຂອງທ່ານ ການຫວ່າງງານໄດ້ເພີ້ມສູງຂຶ້ນ 27 ເປີເຊັນ ແລະ ບັນດານັກວິເຄາະດ້ານເສດຖະກິດ ຄາດຄະເນວ່າ ການຂະຫຍາຍຕົວຂອງ ຜະລິດ ຕະພັນລວມພາຍໃນປະເທດ ຈະຢູ່ລະດັບສູນ ສຳລັບປີ 2016.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

South Africa Elections
please wait

No media source currently available

0:00 0:01:09 0:00

XS
SM
MD
LG