ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈິດດາຣະນີ: ວຽງໃນຝັນ


ຈິດດາຣະນີ
ຈິດດາຣະນີ
ສະບາຍດີ​ ​ແລະ​ກໍກັບມາພົບ​ກັບວັນນະສອນເຊັ່ນ​ເຄີຍ
​ ໃນ​ທຸກໆຄໍ່າ​ຄືນ​ຂອງ​ວັນ​ອາທິດນີ້ ພ້ອມ​ກັບ​ເພງ ຂັບລໍາ
​ລາວ​ຂະ​ນານ​ແທ້ ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກ
ຂອງ VOA ວັນນະ​ສອນ​ຈະ​ມາ​ຕອບ​ຈມ ຂອງ​ທ່ານ​ຜູ້​ຟັງ
ຊຶ່ງ​ກໍ​ຫຼ້າ​ຊ້າ​ໄປ​ແດ່ ​ແຕ່​ຫວັງ​ວ່າ​ຈະ​ບໍ່​ວ່າ​ກັນ ຈມສະບັບ​
ທໍາ​ອິດ​ນີ້​ມາ​ຈາກທ່ານ ສີ​ຄວນ ​ໂຄດ​ມະນີ​ວົງ ຈາກບ້ານ​
ໂພນ​ມີ​ໄຊ​ແຂວ​ງຊຽງ​ຂວາງ​ ທີ່​ຂຽນ​ເຂົ້າມາ​ທາງ FB
ຊຶ່ງກໍ​ໄດ້ບອກມາວ່າ ຟັງລາຍການຂອງ VOA ​ເປັນ​ປະ​ຈໍາ​
ແລະ​ວ່າ​ມັກ​ຫຼາຍ​ວ່າ​ຊັ້ນ. ຝາກຂໍ​ຟັງ​ເພງ “ເງິນ” ຂອງ​
ອາຈານ ຄໍາ​ຫຼ້າ ໜໍ່​ແກ້ວ​ ​ເພື່ອ​ມອບ​ໃຫ້ ຈັນ​ສະໝອນ ​
ແສງ​ສະ​ວັດ ທີ່ຢູ່​ເມື​ງ​ອັດ​ແລນ​ຕາ ລັດຈໍ​ເຈຍ ສະຫະລັດ
ບັງເອີນຫາເພງນີ້ບໍ່ພໍ້ ວັນນະສອນກໍເລີຍຂໍປ່ຽນເປັນເພງ
ອື່ນ ແຕ່ກໍຍັງເປັນຜົນງານເພງຂອງອາຈານ ຄໍາຫຼ້າ ໜໍ່ແກ້ວ ສິນລະປິນ ຄຸນນະພາບຄົນ
ເດີມຢູ່ດີ ຊຶ່ງອາຈານ ຄໍາຫຼ້າ ໜໍ່ແກ້ວ ຖືວ່າເປັນສິນລະປິນຕົ້ນສະບັບເລີຍລະ ທີ່ໄດ້ແຕ່ງ
ເພງດັງໆແລະເດັດໆ ທີ່ຫຼາຍໆຊື່ນຊອບ ພໍດີກໍມີທ່ານຜູ້​ຟັງ​ທີ່ມີນາມແຝງວ່າ Windy Shy
ທີ່​ຂຽນ​ມາ​ຫາທາງເຮົາຜ່ານທາງ Facebook ວ່າຮັບຟັງ VOA ຢ່າງສະໝໍ່ສະເໝີ ແລະ
ພ້ອມຍັງບອກວ່າ ການບັນທຶກສຽງຂອງເຮົາຕິດຄັດມາໄດ້ຫຼາຍມື້ແລ້ວ ເລີຍບໍ່ໄດ້ຟັງ ​ເອົາມື້ນີ້ ຂໍໃຫ້ຟັງເພງ“ສວນ​ມອນ​ລໍາ​ລຶກ ສົດໆ ໄປພ້ອມກັນເລີຍ​ຈະໄດ້ມ່ວນຊື່ນນໍາກັນ
ແລະເປັນແຟນລາຍການຕະລອດໄປ​ ຂໍມອບໃຫ້ທຸກໆທ່ານເລີຍ.

ເພງ: “ສວນ​ມອນ​ລໍາ​ລຶກ ຂັບຮ້ອງໂດຍ ຄໍາຫຼ້າ ໜໍ່ແກ້ວ


ທ່ານ Willie Srioudom ຂຽນມາຂໍຟັງເພງ “ວຽງໃນຝັນ” ເພື່ອຈະມອບໃຫ້ບຸກຄົນ
ທີ່ພິເສດສຸດ ຊື່ ວຽງໄຊ ຊຶ່ງບ້ານເດີມເປັນຄົນທ່າແຂກ ແລະປະຈຸບັນນີ້ ອາໄສຢູ່ເຂດ
ນະຄອນຫຼວງ ວໍຊິງຕັນ ດີຊີ​ ເພາະວ່າຂາດການຕິດຕໍ່ມາໄດ້ຫຼາຍກວ່າ 33 ປີແລ້ວ ​
ແລະເພງ “ວຽງໃນຝັນ” ສະບັບນີ້ ເປັນຂອງນັກຮ້ອງສາວ ຈິດດາຣະນີ ຈາກຝຣັ່ງ​
ເພາະວ່າເພງນີ້ໄດ້ມີຫຼາຍໆສິນລະປິນນໍາມາຮ້ອງ…ເລີຍທໍາໃຈລໍາບາກ. ແຕ່ຈັງໃດ
ກໍມ່ວນແທ້ແນ່ນອນຢູ່ແລ້ວ​ ເພາະວ່າທາງເຮົາຈະທົ່ງເສີມສິນລະປິນລາວໃນທົ່ວ
ທຸກມຸມໂລກ.

ເພງ “ວຽງໃນຝັນ” ໂດຍ ຈິດດາຣະນີ


ຂໍອໍາລາທ່ານດ້ວຍເພງນີ້​ “ຄິດ” ຂອງມື້ລາງ ສິນລະປິນສຽງອໍາມະຕະ ​ແສນສັກດາ
ຊຶ່ງຜົນງານດີໆຂອງທ່ານກໍຍັງຈະຢູ່ກັບພວກເຮົາຕະລອດໄປ ຂໍໃຫ້ທຸກໆທ່ານນອນ
ລັບຝັນດີ​ ແລະກໍຢ່າລືມກັບມາພົບກັບສຽງເພງມ່ວນໆກັບວັນນະສອນ ໃນລາຍການ
ສຽງເພງຈາກແດນໄກໄດ້ອີກໃໝ່ ໃນອາທິດໜ້າ.

ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG