ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສໍາພາດພາກທີ 2 ກັບພະເອກບູ້ Sonny Syonesa ໃນເລື່ອງ In 3 Dragon


ສັນນີ ສີອ່ອນສາ ໃນເລື່ອງ In 3 Dragon
ສັນນີ ສີອ່ອນສາ ໃນເລື່ອງ In 3 Dragon

ມື້ນີ້ ພະເອກບູ້ແນວກໍາລັງພາຍ Sonny Syonesa (ສັນນີ ສີອ່ອນສາ) ໝຸ່ມລາວອະເມຣິກັນ ຈະມາໂອ້ລົມກັບວັນນະສອນ ຕໍ່ຈາກອະທິດທີ່ແລ້ວ ເຊີນຮັບຟັງບົດສົນທະນາໄດ້ໃນອັນດັບຕໍ່ໄປ.


ໃນອາທິດທີ່ແລ້ວນີ້ ວັນນະສອນໄດ້ສົນທະນາກັບພະເອກຮູບເງົາບູ້ ແນວກໍາລັງພາຍໃນ
Sonny Syonesa ໜຸ່ມລາວ-ອະເມຣິກັນ ກ່ຽວກັບອາຊີບ​ຂອງ​ລາວ ຊຶ່ງການທີ່​ຈະກາຍ
ມາເປັນພະເອກຮູບເງົາແນວບູ້ນີ້ໄດ້ນັ້ນ ກໍບໍ່ແມ່ນຂອງງ່າຍ.

ໃນງານເປີດຮອບປະຖົມມະເລີກຂອງຮູບເງົາທີ ສັນນີ ສີອ່ອນສາ ສະແດງ
ໃນງານເປີດຮອບປະຖົມມະເລີກຂອງຮູບເງົາທີ ສັນນີ ສີອ່ອນສາ ສະແດງ


Sonny ເລີ່ມ​ໄດ້ໄຕ່ເຕົ້າຈາກການເປັນ Stunman ຫຼື ນັກສະແດງຕົວສໍາລອງທີ່ໃຊ້ແທນ
ພວກດາຣາໃນການ​ສະແດງທີ່ໂລດໂຜ່ນ ເຊັ່ນ​ກະໂດດຈາກຕຶກສູງ ຫຼືການໃຊ້ອອກກໍລັງ​
ໃນ​ການ​ຕໍ່ສູ້ ທີ່ມີຄວາມສ່ຽງສູງຕ່າງໆນາໆ Sonny ສາມາດພິສູດໃຫ້ທຸກຄົນເຫັນວ່າ
ເຮັດ​ໄດ້ ຫລັງຈາກໄດ້ຝຶກຝົນຮໍ່າຮຽນແລະຝຶກຊ້ອມເປັນເວລານານປີ ຈາກເຫຼົ່າອາຈານ
ດັງໆທັງ ມວຍລາວ,ໄທ ຈີນ, ເກົາຫຼີແລະຍີ່ປຸ່ນ ຈົນໃນທີ່ສຸດ Sonny ບໍ່ພຽງແຕ່ເປັນ
stunman ຕົວສໍາລອງເທົ່ານັ້ນ ແຕ່ໄດເ້ກາຍເປັນພະເອກແນວບູ້ໄດ້ຢ່າງພາກພູມໃຈ ບໍ່
ນ້ອຍໜ້າໄປ ກວ່າດາຣາດັງເຊັ່ນ Jackie Chan ຫຼື Bruce Lee ພະເອກຕົ້ນສະບັບ
ແຕ່ຢ່າງໃດເລີຍ ແລະມື້ນີ້ເຮົາຈະໄປຮັບຟັງການສໍາພາດຂອງ Sonny ຕື່​ມອີກ​ເພື່ອຈະ​ໄດ້
ຮູ້ຈັກ​ກັບຜູ້ກ່ຽວຫຼາຍຂຶ້ນ.

/ການສົນທະນາລະຫວ່າງ ວັນນະສອນ ກັບ ສັນນີ ສີອ່ອນສາ/

ການສໍາພາດພາກທີ 2 ກັບພະເອກບູ້ Sonny Syonesa ໃນເລື່ອງ In 3 Dragon
ການສໍາພາດພາກທີ 2 ກັບພະເອກບູ້ Sonny Syonesa ໃນເລື່ອງ In 3 Dragon

ເສັ້ນທາງການເປັນດາຣາບູ້ຂອງ Sonny Syonesa ຈະໄປ​ໄກຮອດໃສນັ້ນ ພວກເຮົາ
ຕ້ອງຕິດຕາມອີກ​ຕໍ່​ໄປ ແລະແນ່ນອນແມ່ນຕ້ອງໄດ້ຊົມຮູບເງົາຂອງ Sonny ທີ່ສະແດງ
ໄວ້ທັງສອງເລື່ອງ ຄື: Am I Alone? ແລະ In 3 Dragons ຊຶ່ງເລື່ອງ In 3
Dragon
ນີ້​ ຈະອອກສາຍໃນອີກ 2-3 ເດືອນຂ້າງໜ້ານີ້ ໃນທົ່ວສະຫະລັດ.

XS
SM
MD
LG