ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປ່ອນບັດເລືອກຕັ້ງ ທີ່ໄນຈີເຣຍ ດຳເນີນໄປອີກ ມື້ນຶ່ງ ໂດຍບໍ່ໄດ້ວາງແຜນ


ການເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ໄນ​ຈີ​ເຣຍ ​ມີ​ຂຶ້ນ​ອີກໃນ​ວັນ​
ອາທິດ​ມື້​ນີ້ ​ໃນ​ການ​ປ່ອນ​ບັດ​ເປັນ​ມື້​ທີ​ສອງ​ທີ່​ບໍ່​ໄດ້​ວາງ​ແຜນ​ໄວ້
​ກ່ອນ ຫຼັງ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ໂຈະ​ການ​ປ່ອນ​ບັດ​ໃນ​ບາງ
​ເຂດ​ໄວ້​ໃນ​ວັນ​ເສົາ​ວານ​ນີ້ ຍ້ອນ​ມີ​ບັນຫາ​ທາງ​ດ້ານ​ເທັກ​ນິກ ​
ແລະ​ມີ​ການ​ຊັກ​ຊ້າ​ຢ່າງ​ຍາວ​ນານ.

ການ​ປ່ອນ​ບັດ​ໄດ້​ດຳ​ເນີນ​ໄປ​ຢ່າ​ງລາບ​ລື່ນ ເປັນ​ສ່ວນໃຫຍ່ໃນ
​ທົ່ວ​ປະເທດ ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ການ​ນັບ​ບັດ​ເລືອກ​ຕັ້ງ​ກໍ
ພວມ​ດຳ​ເນີນໄປ. ​ແຕ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​
ທີ່​ເປັນ​ອິດ​ສະລະ​ຂອງໄນ​ຈີ​ເຣຍກ່າວ​ວ່າ ການ​ປ່ອນ​ບັດໃນ​ວັນ​
ອາທິດ​ມື້​ນີ້​ຈະ​ມີ​ຂຶ້ນໃນ​ບັນດາ​ຂົງ​ເຂດ ບ່ອນ​ທີ່ການ​ດຳ​ເນີນຂັ້ນ
​ຕອນ​ຮັບຮອງ​ເອົາ​ຜູ້​ປ່ອນ​ບັດ​ ໄດ້​ຖືກ​ງົດ​ໄວ້​ຊົ່ວຄາວ​ນັ້ນ.

ທ່ານ​ພັນ ​ກິ​ ມູນ ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຊົມ​ເຊີຍໄນ​ຈີ​ເຣຍ ທີ່​ມີ​ “ການ​ປ່ອນ​ບັດທີ່​ດຳ​ເນີນ​ໄປ​ຢ່າງ​ສັນຕິ​ແລະເປັນ​ລະບຽບ​ ​ໂດ​ຍສ່ວນ​ໃຫຍ່” ນັ້ນ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ​ນຳ “ຄວາມຕັ້ງໃຈແນ່​ວ​ແນ່ແລະ​ຄວາມ​ສາມາດໃນ​ການ​ຟື້ນ​ໂຕ​ຄືນ​ມາ​ສູ່ສະພາບປົກກະຕິ” ​ຂອງປະຊາຊົນ​ໄນ​ຈີ​ເຣຍ ​ໃນ​ການ​ຊົ​ມ​ໃຊ້​ສິດທິ ​ແລະ​ໜ້າ​ທີ່​ປ່ອນ​ບັດ” ​ຕໍ່​ໜ້າ​ການ​ກໍ່ຄວາມຮຸນ​ແຮງ​ທີ່​ບໍ່​ຍຸຕິ​ທຳ​ນັ້ນ.”

ການ​ປ່ອນ​ບັດ​ໄດ້ຖືກແປດ​ເປື້ອນ ຍ້ອນ​ການ​ໂຈມ​ຕີ​ຂອງ​ພວກທີ່​ສົງ​ໄສ​ວ່າ​ແມ່ນພວກ​ກະ
ບົດ​ກຸ່ມ Boko Haram ​ໃນ​ລັດ Gombe ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ນັ້ນ. ພວກ​ທີ່​ເຫັນ​ເຫດການ ກ່າວ​ຕໍ່ວີ​ໂອ​ເອວ່າ ​ມື​ປືນ​ຈຸ​ໜຶ່ງ ​ໄດ້​ໂຈມ​ຕີ 3 ໝູ່ບ້ານ​ໃນ​ລັດ​ດັ່ງກ່າວ ໂດຍ​ໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​ນ້ອຍ 24 ຄົນ.

ທ່ານ Kashim Settina ຜູ້​ວ່າການ​ລັດ Borno ທີ່​ໃກ້​ກັນ​ນັ້ນ ກ່າວ​ວ່າ ພວກ​ກະບົດ ​ໄດ້​ສັງຫານ​ປະຊາຊົນ 25 ຄົນ​ໃນ​ບ້ານ Butarai ໃນ​ວັນ​ສຸກ​ກ່ອນ​ວັນ​ເລືອກ​ຕັ້ງ​ນັ້ນ.

ການປ່ອນບັດເລືອກຕັ້ງ ທີ່ເມືອງກາໂນ:

Kano: Election Day
please wait
Embed

No media source currently available

0:00 0:04:27 0:00

ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ລັດຖະສະພາ ​ໄດ້ມີ​ຂຶ້ນ​ຫຼັງ​ຈາກ ​ໄດ້​ຊັກ​ຊ້າ​ມາ 6 ອາທິດ
​ສືບ​ເນື່ອງ​ມາຈາກ​ການ​ກໍ່​ການ​ກະບົດ​ໂດຍກຸ່ມ​ໂບ​ໂກ​ຮາຣຳ​ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ
ຂອງ​ປະ​ເທດ. ການ​ຢັ່ງ​ຫາງ ສຽງ​ປະຊາຊົນ​ກ່ອນ​ວັນ​ເລືອກ​ຕັ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ປະທາ
ນາທິບໍດີ Goodluck Jonathan ປະ​ເຊີນ​ກັບ​ການ​ແຂ່ງຂັນ​ທີ່ສູ​ສີ​ກັນ​ກັບ​ຄູ່​ແຂ່ງ ຄື​ນາຍ​ພົນ Muhammadu Buhari ອະດີດ​ນາຍ​ທະຫານ ທີ່ປົກຄອງ​ໄນ​ຈີ​ເຣຍນັ້ນ. ​ຜູ້​ແຂ່ງຂັນທັງ​ສອງ​ທ່ານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ຮັບ​ເອົາ​ການຕັດສິນ​ໃຈ​ຂອງຜູ້​ປ່ອນ​ບັດ ຕາບ​ໃດທີ່​ການ
​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ “ເສລີແລະ​ໜ້າ​ເຊື່ອ​ຖື​ໄດ້.”

ຢູ່​ຫຼາຍໆບ່ອນ​ໃນ​ວັນ​ເສົາ​ວານ​ນີ້ ພວກ​ເຄື່ອງ​ຈັກ​ທີ່​ໃຊ້​ອ່ານ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ປະຊາ
ຊົນ ​ແລະແປະ​ໂປ້​ມືນັ້ນ ​ເກີດ​ຕິດ​ຂັດ​ບໍ່​ທຳ​ງານ.

ພວກ​ຜູ້​ປ່ອນ​ບັດ​ໃນ​ໜ່ວຍ​ປ່ອນ​ບັດ​ແຫ່ງ​ໜຶ່ງ ທີ່​ນະຄອນ Lagos ກ່າວ​ຕໍ່​ວີ​ໂອ​ເອວ່າ ​ເຂົາ​ເຈົ້າໄດ້​ຢືນ​ແລນ​ແຖວຖ້າ​ປ່ອນ​ບັດ ດົນ​ກວ່າ 4 ຊົ່ວ​ໂມງ ​ໃນ​ຂະນະ​ທີ່​ພວກ​ພະນັກງານເລືອກ​ຕັ້ງ​ພະຍາຍາມ​ໄປ​ຊອກ​ຫາ​ເຄື່ອງ​ຈັກໃໝ່ ມາ​ໃຊ້​ນັ້ນ. ປະທານາທິບໍດີ Jonathan ​ເອງ ກໍ​ໄດ້​ລໍຖ້າ​ 30 ນາທີ ​ເພື່ອ​ກວດ​ບັດ​ຂອງ​ທ່ານ ​ໃນ​ເມືອງ Otuoke ທາງ​ພາກໃຕ້​ຂອງ​ປະ​ເທດ.

ການປ່ອນບັດ ທີ່ນະຄອນຫລວງ ອາບາຈາ ໃນວັນອາທິດ ທີ 29 ມື້ນີ້:

Abuja: Sunday
please wait
Embed

No media source currently available

0:00 0:03:04 0:00

XS
SM
MD
LG