ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Bring Back Our Girls ໂຮມຊຸມນຸມກັນ ທີ່ນະຄອນຫຼວງ Abuja ຂອງໄນຈີເຣຍ


Nigeria Girls
please wait
Embed

No media source currently available

0:00 0:00:53 0:00

ພວກ​ສະມາຊິກ​ຂອງ​ກຸ່ມ Bring Back Our Girls ປະມານ 100 ຄົນ​ ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ນະຄອນຫຼວງ Abuja ເພື່ອ​ທຳ​ການ​ໄຫວ້​ວອນ ເປັນ​ຂີດ​ໝາຍວັນຄົບຮອບ​ໜຶ່ງ​ປີທຳ​ອິດແຫ່ງ​ການລັກພາ​ໂຕພວກ​ເດັກ​ນັກຮຽນ​ຍິງ ​ທີ່​ເມືອງ Chibok.

ນັກຮຽນ​ຈຳນວນ 273 ຄົນ ​ໄດ້​ຖືກ​ລັກພາ​ໂຕ​ໄປ​ ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ Boko Haram ​ໃນ​ວັນ​ທີ 14 ​ເມສາ ປີ 2014 ຈາກ​ໂຮງຮຽນ​ມັດທະຍົມ ຂອງ​ຫລວງແຫ່ງ​ໜຶ່ງ ​ໃນ​ລັດ Borno.

ພວກ​ນັກຮຽນ​ຍິງ​ເຫຼົ່າ​ນີ້ ສ່ວນ​ຫລາຍ​ຍັງ​ຊອກ​ຫາ​ບໍ່​ເຫັນ. ບັນດາ​ສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ຍອມເສຍ​ຄວາມ​ຫວັງ​ເທື່ອ​ ​ແລະ​ຊອກ​ຫາ​ຄວາມ​ເຂັ້ມ​ແຂງ​ຈາ​ກການໄຫວ້​ວອນ​.

ກອງທັບ​ໄນ​ຈີ​ເຣຍ ​ກ່າວ​ວ່າ ການປະຕິບັດ​ງານ​ທາງ​ທະຫານ​ຂອງ​ນາໆ​ຊາດ​ທີ່​ກຳລັງ​ດຳ​ເນີນ​ໄປ ​ໄດ້​ຍືດ​ເອົາ​ຫົວ​ເມືອງສ່ວນ​ໃຫຍ່ ຄືນ​ມາ​ແລ້ວ ທີ່​ໄດ້ຕົກ​ໄປ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ​ນັ້ນ.

ກຸ່ມ Boko Haram ​ໄດ້​ທຳ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢ່າງ​ນອງ​ເລືອດ ​ມາ​ຕັ້ງ​ແຕ່​ປີ 2009 ​ເພື່ອ​ຫັນປ່ຽນ​ໄນ​ຈີ​ເຣຍໃຫ້ເປັນ​ລັດ​ອິສລາມ ​ແຕ່ໃນຫວ່າງ​ບໍ່​ດົນ​ມາ​ນີ້ ​ພວກ​ເຂົາ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ ​ທຳ​ການ​ໂຈມ​ຕີ​ຫົວ​ເມືອງ​ຕ່າງໆ ​ໃນບັນດາ​ປະ​ເທດ​ເພື່ອນ​ບ້ານ Cameron, Chad ແລະ Niger.

XS
SM
MD
LG