ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເກີດການສູ້ລົບຢ່າງໜັກ ທີ່ນະຄອນຫຼວງ ໂຊມາເລຍ


ທະຫານ Uganda ຄົນນຶ່ງທີ່ປະຕິບັດງານນຳກຳລັງຮັກສາສັນຕິພາບ ຂອງສະຫະພາບອາຟຣິກາໃນນະຄອນຫຼວງ ໂມກາດິສຊູ
ທະຫານ Uganda ຄົນນຶ່ງທີ່ປະຕິບັດງານນຳກຳລັງຮັກສາສັນຕິພາບ ຂອງສະຫະພາບອາຟຣິກາໃນນະຄອນຫຼວງ ໂມກາດິສຊູ

ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໄດ້​ລະ​ເບີດ​ຂຶ້ນທີ່​ນະຄອນຫຼວງ​ໂມ​ກາ​ດິສຊູ​ຂອງ​ໂຊ​ມາ​ເລຍໃນ​ວັນ​ສຸກ
ມື້ນີ້ ຂະນະ​ທີ່​ມີ​ລາຍ​ງານ​ວ່າກຳລັງ​ທະຫານ​ລັດຖະບານໂຊ​ມາ​ເລຍທີ່​ໄດ້​ຮັບ​ການ​ໜຸນຫຼັງຈາກ
ສະຫະພາບ​ອາ​ຟຣິກາ​ ປະສົບ​ກັບ​ຄວາມ​ກ້າວໜ້າ​ ໃນ​ການບຸກ​ໂຈມ​ຕີເຂດ​ຄວບ​ຄຸມ​ຂອງ​ກຸ່ມ
ຫົວ​ຮຸນ​ແຮງ al-Shabab ​ໃນ​ນະຄອນ​ຫຼວງ​ໂຊ​ມາ​ເລຍ.

ເຈົ້າໜ້າ​ທີ່​ໂຊ​ມາ​ເລ​ຍບາງ​ຄົນ​ກ່າວ​ວ່າ ທະຫານ​ຂອງ​ສະຫະພາບ​ອາ​ຟຣິກາ​ທີ່​ປະຕິ​ບັດ​ງານ​ຢູ່​
ໃນ​ໂຊ​ມາ​ເລຍ​ທີ່​ເອີ້ນຫຍໍ້​ວ່າ AMISOM ນັ້ນ ​ໄດ້​ເຂົ້າຢຶດ​ເອົາ​ຄ້າຍຍຸດ​ທະ​ສາດ​ຫຼາຍໆ​ບ່ອນ
ຂອງ​ກຸ່ມ al-Shabab ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຂັບໄລ່​ກຳລັງ​ທີ່​ຍັງ​ເຫຼືອຂອງ​ພວກ​ຫົວ​ຮຸນ
ແຮງ​ກຸ່ມ​ນີ້ອອກ​ໄປ​ຈາກ​ນະຄອນຫຼວງ​ໂມກາ​ດິສຊູ.

ກຳລັງ​ຮັກ​ສັນຕິພາບ​ຂອງ​ສະຫະພາ​ບອາ​ຟຣິກາ​ ສາມາດ​ເຂົ້າຄວບ​ຄຸມ​ ສ່ວນ​ໃຫຍ່ຂອງ​ນະ
ຄອນຫຼວງ​ໂມ​ກາ​ດິສຊູ ນັບ​ແຕ່​ກຸ່ມ al-Shabab ​ໄດ້​ຖອນ​ໂຕ​ອອກ​ໄປຈາກ​ນະຄອນຫຼວງ​
ໂຊ​ມາ​ເລຍ​ ໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ຍຸຕິ ບໍ່​ໃຫ້ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ
ທຳ​ການວາງ​ລະ​ເບີດ​ແລະ​ໂຈມ​ຕີ​ແບບ​ກອງ​ໂຈນ​ຢູ່ທີ່​ນະຄອນຫຼວງ​ໂມ​ກາ​ດິສຊູ.

XS
SM
MD
LG