ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ Al-Shabab ຂອງ ໂຊມາເລຍ ແຕ່ງຕັ້ງ ຜູ້ນຳຄົນໃໝ່ (ວີດີໂອ)


ຮູບພາບປະຊາຊົນໂຊມາເລຍ ພາກັນອອກມາສູ່ຖະໜົນ ຫຼັງຈາກທະຫານລັດຖະບານແລະສະຫະພາບອາຟຣິກາ ຂັບໄລ່ພວກຫົວຮຸນແຮງ ອອກຈາກບ່ອນລີ້ຊ່ອນຂອງພວກເຂົາ.
ວັນທີ 31 ສິງຫາ 2014.
ຮູບພາບປະຊາຊົນໂຊມາເລຍ ພາກັນອອກມາສູ່ຖະໜົນ ຫຼັງຈາກທະຫານລັດຖະບານແລະສະຫະພາບອາຟຣິກາ ຂັບໄລ່ພວກຫົວຮຸນແຮງ ອອກຈາກບ່ອນລີ້ຊ່ອນຂອງພວກເຂົາ. ວັນທີ 31 ສິງຫາ 2014.

ກຸ່ມ​ຫົວ​ຮຸນ​ແຮງ Al-Shabab ຂອງ​ໂຊ​ມາ​ເລຍໄດ້​ຢືນຢັນກ່ຽວກັບ
​ການ​ເສຍຊີວິດ​ຂອງ​ຜູ້ນຳ​ຂອງ​ຕົນ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ
​ສະຫະລັດ ​ແລະໄດ້ສະ​ເໜີ​ແຕ່ງ​ຕັ້ງ​ ຜູ້​ເຂົ້າຮັບ​ຕຳ​ແໜ່​ງ​ແທນ​ແລ້ວ.

ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນເຄືອ​ຂ່າຍຂອງ​ອາລກາ​ອິດາ ໄດ້ປະກາດ​
ການ​ເລືອກ​ເອົາ​ນາຍ Abu Ubeid Ahmed Omar ຂຶ້ນ​ແທນ
​ນາຍAhmed Abdi Godane ທີ່ໄດ້ເສຍຊີວິດໄປນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຢືນຢັນ​ກ່ຽວກັບການ​ເສຍ​ຊີວິດ​
ຂອງ​ນາຍ Godane ​ໃນວັນ​ສຸກ​ຜ່ານ​ມາ​ນີ້ໂດຍ​ກ່າວ​ວ່າ ຜູ້ກ່ຽວ
ໄດ້​ຖືກສັງຫານໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ສະຫະ
ລັດໃນ​ຕົ້ນ​ສັບປະດາ​ແລ້ວ​ນີ້.

ນາຍົກລັດຖະມົນຕີ​ໂຊ​ມາ​ເລຍ ທ່ານ Abdiweli Sheikh Ahmed ກ່າວ​ຕໍ່​ວີ​ໂອ​ເອ ພະ
ແນ​ກ​ໂຊ​ມາລີວ່າ ປະ​ເທດ​ຂອງ​ທ່ານ​ໄດ້​ຊ່ອຍ​ທຳນຽບຫ້າ​ແຈ ຊອກ​ຫາ​ໂຕ​ນາຍ Godane
ແລະ​ເຫັນດີໃນ​ການ​ສັງຫານ​ຜູ້ກ່ຽວ.

ນັບ​ແຕ່​ນັ້ນ​ມາ ບັນດາ​ເຈົ້າ​ໜ້າ​ທີ່​ໂຊ​ມາເລຍໄດ້ສັ່ງການ​ໃຫ້​ປະ​ເທດ​ຢູ່​ໃນ​ຂັ້ນຕຽມ​ພ້ອມ​ຢ່າງ​
ສູງ ຊຶ່ງ​ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ໂຊ​ມາ​ເລຍ ທ່ານ Khalif Ahmed Ereg ກ່າວໃນ​ວັນ​ເສົາ​ວານ​ນີ້ວ່າ ພວກຫົວ​ຮຸນ​ແຮງ​ອາດ​ຈະ​ກຳລັງ​ວາງ​ແຜນເພື່ອ​ທຳ​ການໂຈມຕີ
​ໂຕ້​ຕອບຕໍ່​ສະຖານ​ທີ່​ແຫ່ງ​ຕ່າງໆ​ ຂອງ​ລັດຖະບານ​ກໍ​ເປັນ​ໄດ້. ​

somaliaalshabableader7september14
please wait

No media source currently available

0:00 0:00:51 0:00

XS
SM
MD
LG