ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ຄົນເສຍຊີວິດ ໃນເຫດລະເບີດລົດ ໃນນະຄອນຫຼວງ ໂມກາດີຊູ


ແຜນທີ່ຂອງນະຄອນຫຼວງ ໂມກາດີຊູ, ໂຊມາເລຍ.
ແຜນທີ່ຂອງນະຄອນຫຼວງ ໂມກາດີຊູ, ໂຊມາເລຍ.

ລົດທີ່ບັນຈຸລະເບີດຄັນໜຶ່ງໄດ້ແຕກຂຶ້ນຢູ່ນອກຮ້ານຂາຍຕີນລົດ ໃນນະຄອນຫຼວງ Mogadishu ຂອງປະເທດ ໂຊມາເລຍ ໃນຕອນແລງວັນອາທິດວານນີ້, ເຮັດໃຫ້ມີປະຊາ ຊົນຢ່າງໜ້ອຍ 3 ຄົນເສຍຊີວິດ ແລະ ບາດເຈັບອີກ 4 ຄົນ, ອີງຕາມການກ່າວຂອງຜູ້ເຫັນ ເຫດການ ແລະ ບັນດາເຈົ້າໜ້າທີ່.

ນັກຂ່າວວີໂອເອຄົນໜຶ່ງກ່າວວ່າ ຄົນຂັບລົດ, ຜູ້ຖືກສົງໄສວ່າເປັນຜູ້ໂຈມຕີສະຫຼະຊີບຂອງ ກຸ່ມຫົວຮຸນແຮງ al-Shabab, ແມ່ນລວມຢູ່ໃນຈຳນວນຜູ້ເສຍຊີວິດນັ້ນ.

ນັກຂ່າວຄົນໜຶ່ງຈາກສະຖານີວິທະຍຸ Dalsan ໃນນະຄອນຫຼວງ Mogadishu, ເຊິ່ງຕັ້ງຢູ່ ໃກ້ໆກັບຈຸດລະເບີດນັ້ນ ໄດ້ກ່າວວ່າ ລາວໄດ້ຍິນສຽງລະເບີດທີ່ດັງແຮງ ແລ້ວຕໍ່ມາກໍເຫັນ ຄວັນ ແລະ ໄຟລຸກຂຶ້ນ.

ລາວໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຍິນສຽງລະເບີດດັງສັ່ນສະເທືອນໄປທົ່ວ, ສົ່ງແປວໄຟ ແລະ ຄວັນດຳປິວຂຶ້ນສູ່ອາກາດ, ແລະນອກນັ້ນ ຂ້າພະເຈົ້າຍັງໄດ້ເຫັນແປວໄຟລຸກໄໝ້ ຢູ່ທົ່ວບໍລິເວນດັ່ງກ່າວ.”

ທ່ານ Mohamed Abdulle, ໜຶ່ງໃນບັນດາເຈົ້າໜ້າທີ່ ຜູ້ທີ່ໄປຮັບມືກັບເຫດການຄົນທຳ ອິດໄດ້ກ່າວຕໍ່ວີໂອເອວ່າ “ລົດໄດ້ລະເບີດຂຶ້ນຢູ່ບໍ່ໄກຈາກ ສູນບໍລິການສ້ອມແປງຕີນລົດ ແລະ ການບໍລິການ ໃນເມືອງ Bondhere ທາງພາກເໜືອຂອງນະຄອນຫຼວງ Mogadishu. ໜຶ່ງໃນບັນດາສະມາຊິກພະນັກງານຂອງຮ້ານ, ທີ່ຖືກຕ້ອງສົງໄສວ່າ ເປັນຜູ້ ໂຈມຕີຂອງພວກ al-Shabab ທີ່ຂັບລົດ ແລະ ຜູ້ໂດຍສານຄົນໜຶ່ງໄດ້ເສຍຊີ ວິດໃນການໂຈມຕີນັ້ນ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ຕຳຫຼວດຍັງສືບສວນສອບສວນຫາທີ່ມາຂອງການໂຈມຕີນີ້ຢູ່ ພ້ອມດ້ວຍ ເປົ້າໝາຍອື່ນໆທີ່ອາດເປັນໄປໄດ້ນຳ.

ບັນດາທ່ານໝໍທີ່ໂຮງພະຍາບານສື່ມວນຊົນໃນນະຄອນຫຼວງ ໄດ້ຢືນຢັນວ່າໄດ້ຮັບເອົາຜູ້ ທີ່ບາດເຈັບສີ່ຄົນມາປິ່ນປົວຢູ່ໂຮງໝໍຂອງພວກເຂົາເຈົ້າ.

ມາເຖິງປະຈຸບັນນີ້ຍັງບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງ ກ່າວ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Somalia Blast
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG