ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມກະບົດ al-Shabab ຖອນ ອອກຈາກ ໂມກາດິດຊູ


ພວກນັກຕໍ່ສູ້ຂອງກຸ່ມ Al-Shabab.
ພວກນັກຕໍ່ສູ້ຂອງກຸ່ມ Al-Shabab.

ລັດຖະບານ​ໂຊ​ມາ​ເລຍ​ແລະ​ພວກ​ໂຄສົກ​ຂອງ​ກຸ່ມ​ອີສລາ​ມກ່າວ​ວ່າ ​ເຄື່ອຂ່າຍ al-Qaida ທີ່​ພົວພັນ​ກັບ​ກຸ່ມ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ al-Shabab ກໍາລັງ​ຖອນອອກ​ຈາກ​ນະຄອນຫລວງ Mogadishu.

ໂຄສົກ​ຂອງ​ກຸ່ມ al-Shabab ກ່າວ​ວ່າ ກຸ່ມ​ຂອງ​ຕົນ​ໄດ້​ເລີ້ມ​ອອກ​ຈາກ​ທີ່ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ຕົນ​ໃນ​ກຸງ Mogadishu ​ໃນ​ແລງ​ວັນ​ສຸກ​ວານ​ນີ້ ຊຶ່ງໂຄສົກ​ຄົນ​ນີ້​ເອີ້ນ​ວ່າ ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຍຸດ​ທະ​ສາດ​ອັນ​ນຶ່ງ​ເພື່ອ​ປົກ​ປ້ອງ​ການ​ໂຈມ​ຕີ​ໂຕ້​ຕອບ​ຄືນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ກຸ່ມ al-Shabab ຍັງ​ຈະ​ຢູ່​ໃນ​ຫົວ​ເມືອງ​ອື່ນໆ​ໃນ​ພາກ​ໃຕ້​ຂອງ​ໂຊ​ມາ​ເລຍ​ຕໍ່​ໄປ.

ກຸ່ມ al-Shabab ​ໄດ້​ທໍາ​ການ​ຕໍ່ສູ້​ມາ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ໂຊ​ມາ​ເລຍ ແລະ​ໄດ້​ພະຍາ ຍາມ​ມາ​ເຊ່ນ​ກັນ​ເພື່ອ​ປົກ​ປ້ອງ​ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາ​ຫານ​ບໍ່​ໃຫ້​ນໍາ​ໄປ​ແຈກ​ຢາຍ​ໃຫ້​ພວກ​ທີ່​ໄດ້​ຮັບເຄາະ​ຮ້າຍຫລາຍ​ລ້ານ​ຄົນ​ຈາກ​ຜົນກະທົບ​ຈາກ​ໄພ​ແຫ້ງ​ແລ້ງ​ແລະ​ຄວາມ​ອຶດ​ຫິວ​ໃນ​ທົ່ວ​ປະ​ເທດ​ໂຊ​ມາ​ເລຍ​ນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນ​ໂຊ​ມາ​ເລຍ​ຫລາຍ​ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ຈາກ​ຜົນ​ກະທົບໄພແຫ້ງ​ແລ້ງ​ດັ່ງກ່າວ.

ທ່ານ Abdirahman Omar Osman ​ໂຄສົກ​ລັດຖະບານ ​ເອີ້ນ​ການຖອນ​ໂຕ​ອອກ​ຂອງ​ພວກ​ກະບົດ​ຈາກ​ນະຄອນຫລວງ​ນັ້ນ​ວ່າ ​ເປັນ​ມື້​ດີ​ທີ່ສຸດ​ສໍາລັບ​ໂຊ​ມາ​ເລຍ.

ປະ​ເທດ​ໃນ​ແຫລມ​ອາ​ຟຣິກາ​ແຫ່ງ​ນີ້ ​ໄດ້​ຂາດ​ແຄນ​ລັດຖະບານ​ປົກຄອງ​ປະ​ເທດ​ມາ​ໄດ້ 20 ປີ​ແລ້ວ.

XS
SM
MD
LG