ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ດ້ວຍລົດລະເບີດ ຢູ່ທີ່ໂຮງແຮມ ໃນໂຊມາເລຍ ສັງຫານ 10 ຄົນ


ຈຸດເກີດເຫດລະເບີດ ຢູ່ດ້ານນອກຂອງໂຮງແຮມ Dayah ຂອງນະຄອນ Mogadishu ໃນປະເທດໂຊມາເລຍ, ວັນທີ 25 ມັງກອນ 2017.
ຈຸດເກີດເຫດລະເບີດ ຢູ່ດ້ານນອກຂອງໂຮງແຮມ Dayah ຂອງນະຄອນ Mogadishu ໃນປະເທດໂຊມາເລຍ, ວັນທີ 25 ມັງກອນ 2017.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ທີ່​ຫ້າງ​ໄວ້​ໃນ​ລົດ​ໃຫ້​ແຕກ​ຂຶ້ນ​ ​ແລະ​ກໍ​ບຸກ
ເຂົ້າ​ໄປ​ໃນ​ໂຮງ​ແຮມ​ແຫ່ງ​ນຶ່ງ ທີ່​ນະຄອນຫຼວງ​ໂຊ​ມາ​ເລຍ ​ໃນ​ວັນ​ພຸດ​ມື້ນີ້ ຊຶ່ງ​ເປັນ
​ການ​ໂຈມ​ຕີ ​ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 10 ຄົນ ​ແລະ​ອີກຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າໜ້າ​ທີ່ ​ແລະ​ພວກ​ຄົນ​ຂັບ​ລົດ​ໂຮງໝໍ ກ່າວ​ວ່າ ​ເຂົາ​ເຈົ້າຄາດ​ວ່າ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ອາດ​ຈະ​ເພີ້ມຂຶ້ນຕື່ມ.

ຈຸດເກີດເຫດລະເບີດ ຢູ່ໃນໂຮງແຮມ Dayah ຂອງນະຄອນ Mogadishu ໃນປະເທດໂຊມາເລຍ, ວັນທີ 25 ມັງກອນ 2017, ຫລັງຈາກ ການໂຈມຕີ ໂດຍພວກຜູ້ຕ້ອງສົງໄສ ທີ່ມາຈາກກຸ່ມຫົວຮຸນແຮງ Al-Shabab.
ຈຸດເກີດເຫດລະເບີດ ຢູ່ໃນໂຮງແຮມ Dayah ຂອງນະຄອນ Mogadishu ໃນປະເທດໂຊມາເລຍ, ວັນທີ 25 ມັງກອນ 2017, ຫລັງຈາກ ການໂຈມຕີ ໂດຍພວກຜູ້ຕ້ອງສົງໄສ ທີ່ມາຈາກກຸ່ມຫົວຮຸນແຮງ Al-Shabab.

ການ​ໂຈມ​ຕີ​ມີ​ຂຶ້ນທີ່​ໂຮງ​ແຮມ Dayah ​ໃນ​ນະຄອນຫຼວງ​ໂມ​ກາ​ດິສຊູ ທີ່​ຕັ້ງຢູ່​ໃກ້ກັບ
​ສະພາ​ແຫ່ງ​ຊາດ​ແລະບ່ອນ​ປະຊຸມ​ສະພາຂອງ​ໂຊ​ມາ​ເລຍ.

ກຸ່ມ al-Shabab ຊຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນນີ້ຕໍ່​ໂຮງ​ແຮມ ​ແລະ​ສະຖ​ານທີ່​
ສຳຄັນ​ຕ່າງໆ​ ໃນ​ນະຄອນຫຼວງ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຜ່ານ​ທາງ​ເວັບ​ໄຊ ​
ຂອງ​ຕົນ.

ປະມານ 40 ນາທີ​ຫຼັງຈາກ​ການ​ໂຈມ​ຕີ​ເລີ້ມຂຶ້ນ ດ້ວຍ​ລະ​ເບີດ​ຂະໜາດ​ແຮງ​ທີ່​ຫ້າງ​
ໃສ່​ລົດ​ບັນທຸກ​ແຕກ​ຂຶ້ນ ຢູ່​ທີ່​ໂຮງ​ແຮມ ລະ​ເບີດ​ລູກ​ທີ່​ສອງ ​ກໍ​ໄດ້​ຕິດຕາມ​ມາ ຢູ່​ຂ້າງ​
ນອກ. ພວກ​ທີ່​ເຫັນ​ເຫດການ​ກ່າວ​ຕໍ່​ວີ​ໂອ​ເອວ່າ ລົດ​ທີ່​ໄດ້​ນຳ​ເອົາ​ພວກ​ຫົວ​ຮຸນ​ແຮງ​
ມາ​ທີ່​ໂຮງ​ແຮມ ກໍ​ໄດ້​ລະ​ເບີດ​ຂຶ້ນ ບາງທີ​ອາດ​ຈະ​ຄວບ​ຄຸມ​ ຈາກ​ໄລຍະ​ໄກ.

ມີ​ພວກ​ນັກ​ຂ່າວ​ຢ່າງ​ນ້ອຍ 7 ຄົນ ຮວມຢູ່​ໃນ​ຈຳນວນ​ຜູ້​ບາດ​ເຈັບ ຈາກ​ເຫດ​ລະ​ເບີດ
​ລູກ​ທີ​ສອງ​ອີງ​ຕາມ​ທ່ານ Mohammed Ibrahim Moalimu ​ເລຂາທິການ​ໃຫຍ່
ຂອງ​ສະຫະພັນ​ນັກ​ຂ່າວ​ແຫ່ງ​ຊາດ​ໂຊ​ມາ​ເລຍ.

Somalia Attack
please wait
Embed

No media source currently available

0:00 0:01:13 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG