ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງກຳລັງ ໂຊມາເລຍ ຊ່ວຍເຫຼືອພະນັກງານ ເຮືອ 8 ຄົນທີ່ຖືກລັກພາຕົວໄປ ໂດຍໂຈນສະຫຼັດ


ທະຫານລັດຖະບານຍ່າງຢູ່ຫາດຊາຍ Eyl, ລັດ Puntland.
ທະຫານລັດຖະບານຍ່າງຢູ່ຫາດຊາຍ Eyl, ລັດ Puntland.

ບັນດາເຈົ້າໜ້າທີ່ ໂຊມາເລຍ ກ່າວວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ຊ່ວຍເຫຼືອ ພະນັກງານເຮືອຊາວ ອິນເດຍ 8 ຄົນ ຜູ້ທີ່ຖືກນຳຕົວຂຶ້ນຝັ່ງໂດຍພວກໂຈນສະຫຼັດ ໃນ
ວັນຈັນທີ່ຜ່ານມາ.

ຜູ້ປົກຄອງເມືອງ Hobyo ທ່ານ Abdullahai Ahmed Ali ໄດ້ກ່າວຕໍ່ວີໂອເອພາສາ
ໂຊມາເລຍ ໃນວັນພຸດມື້ນີ້ວ່າ ພວກກະລາສີດັ່ງກ່າວຈາກກຳປັ່ນ Al Kausar ມີຄວາມ
ປອດໄພດີ ແລະ ຢູ່ໃນການຄຸ້ມຄອງຂອງກອງກຳລັງຮັກສາຄວາມປອດໄພ.

ທ່ານ Ali ໄດ້ກ່າວວ່າ “ກັບຕັນເຮືອກຳລັງຂີ່ລົດໄປກັບຂ້າພະເຈົ້າ.”

ທ່ານກ່າວວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ຄວບຄຸມຕົວໂຈນສະຫຼັດ 4 ຄົນ ຜູ້ ທີ່ໄດ້ຈັບສະມາຊິກເຮືອໄວ້ ຫຼັງຈາກໄດ້ຍ້າຍພວກເຂົາເຈົ້າອອກຈາກກຳປັ່ນຂອງພວກ
ເຂົາເຈົ້າໄປ ຢູ່ນອກຊາຍຝັ່ງເມືອງ Hobyo.

ກະລາສີອີກສອງຄົນ ໄດ້ຖືກພົບເຫັນຢູ່ເທິງເຮືອ ລັງຈາກກອງກຳລັງຮັກສາຄວາມປອດ
ໄພ ໄດ້ເຂົ້າຍຶດໃນລະຫວ່າງຕອນເຊົ້າໆຂອງວັນຈັນທີ່ຜ່ານມາ, ແລະ ເຫັນວ່າມີສະມາ
ຊິກເຮືອມີທັງໝົດ 10 ຄົນ. ໃນເບື້ອງຕົ້ນແຫຼ່ງຂ່າວການເດີນເຮືອໄດ້ຕັ້ງຕົວເລກກະລາສີ
ວ່າມີຢູ່ 11 ຄົນ.

ກຳປັ່ນດັ່ງກ່າວ ໄດ້ຖືກພວກໂຈນຍຶດໃນວັນທີ 1 ເມສາທີ່ຜ່ານມາ ຢູ່ນອກຊາຍຝັ່ງຂອງ
ປະເທດ ໂຊມາເລຍ ໃນຂະນະທີ່ກຳລັງຂົນສົ່ງສິນຄ້າໄປເມືອງ Kismayo.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG