ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະປະຊາຊາດວ່າ ໄພອຶດຢາກ ໃນໂຊມາເລຍ ສິ້ນສຸດລົງແລ້ວ


ນາງ Nasteho Hassan Mohyadin ອາຍຸ 3 ປີ ພ້ອມດ້ວຍແມ່ຂອງນາງ ຄືນາງ Farhid Ali Mohamed ນັ່ງຢູ່ນອກຕູບຜ້າຕັ້ງ ຢູ່ສູນແຫ່ງນຶ່ງສຳລັບຜູ້ຫຼົບໜີໄພອຶດຢາກ ຫຼືບໍ່ກໍບັນຫາຂັດແຍ້ງ ທີ່ນະຄອນຫຼວງໂມກາດິສຊູ (19 ມັງກອນ 2012)
ນາງ Nasteho Hassan Mohyadin ອາຍຸ 3 ປີ ພ້ອມດ້ວຍແມ່ຂອງນາງ ຄືນາງ Farhid Ali Mohamed ນັ່ງຢູ່ນອກຕູບຜ້າຕັ້ງ ຢູ່ສູນແຫ່ງນຶ່ງສຳລັບຜູ້ຫຼົບໜີໄພອຶດຢາກ ຫຼືບໍ່ກໍບັນຫາຂັດແຍ້ງ ທີ່ນະຄອນຫຼວງໂມກາດິສຊູ (19 ມັງກອນ 2012)

ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການສິ້ນສຸດລົງ​ຂອງ​ໄພ​ອຶດ
ຢາກ​ໃນ​ໂຊ​ມາ​ເລຍ​ແຕ່​ກໍ​ເຕືອນ​ວ່າ​ເກືອບ​ນຶ່ງ​ສ່ວນ​ສາມ​ຂອງ​ປະຊົນໃນ​ປະ​ເທດ​ດັ່ງກ່າວຍັງສືບ​
ຕໍ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ອາຫານ​ຢ່າງຮີບ​ດ່ວນຢູ່.

ອົງການ​ອາຫານ​ແລະ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຝົນ​ທີ່​ຕົກ​ລົງ​ມາ
ພ້ອມ​ທັງ​ການ​ຈັດ​ສົ່ງຝຸ່ນວິທະຍາສາດ ​ເມັດ​ພັນແລະອາຫານ​ໄປ​ໃຫ້ຊ່ອຍ​ເຮັດ​ໃຫ້​ໂຊ​ມາ​ເລຍ​
ມີ​ສະພາບ​ການ​ດີີ​ຂຶ້ນ ຈາກ​ການ​ເປັນ​ປະ​ເທດ​ປະສົບ​ໄພ​ຢຶດຢາກມາ​ເປັນ​ປະ​ເທດ​ທີ່​ຕ້ອງການ​
ຄວາມ​ຊ່ອຍ​ເຫຼືອສຸກ​ເສີນ ​ທາງ​ດ້ານມະນຸດສະທຳ. ​ແຕ່​ໃນ​ຂະນະ​ດຽວ​ກັນ ອົງການ​ດັ່ງກ່າວ​
ຂອງ​ສະຫະ​ປະຊາ​ຊາດກໍ​ເຕືອນ​ວ່າ ຄວາມ​ກ້າວໜ້າ​ທີ່​ໄດ້​ຮັບ​ມານັ້ນ​ແມ່ນ​ຍັງ​ບອບ​ບາງແລະ
ສາມາດຕ່າວ​ປີ້ນ​ໄດ້ ຖ້າ​ປາສະຈາກ​ການ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ສະໜັບສະໜຸນ.

ໄພ​ອຶດ​ຢາກ​ໃນ​ໂຊ​ມາ​ເລຍ​ແມ່ນ​ຮ້າຍ​ແຮງ​ສຸດ​ໃນ​ຮອບ 60 ປີ ແລະ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີ
ວິດ​ຫຼາຍສິບ​ພັນ​ຄົນ ພ້ອມ​ນີ້ຍັງ​ໄດ້​ບັງຄັບ​ໃຫ້​ຊາວ​ໂຊ​ມາ​ເລຍ​ ອີກຫຼາຍຮ້ອຍ​ພັນ​ຄົນ​ຕ້ອງ​ໄດ້
ຫຼົບໜີ​ໄປ​ອາ​ໄສ​ຢູ່​ ຕາມ​ສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ ​ໃນ​ປະ​ເທດ​ເຄັນ​ຢາ ​ເອທິ​ໂອ​ເປຍແລະ​ທີ່
ນະຄອນຫຼວງ​ໂມ​ກາ​ດິສຊູ​ຂອງ​ໂຊ​ມາ​ເລຍ ​ເພື່ອຊອກ​ສະ​ແຫວງ​ຫາ​ອາຫານ​ການ​ກິນ​ແລະ​ນໍ້າ
ດື່ມ. ​ໃນ​ຈຸດ​ສູງ​ສຸດ​ຂອງ​ວິ​ກິດ​ການນັ້ນ ມີ​ປະຊາຊົນ​ຫຼາຍ​ເຖິງ 750,000 ຄົນ ​ໄດ້​ສ່ຽງ​ຕໍ່​ການ
ເສຍ​ຊີວິດ.

ແຕ່​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແຈ້ງວ່າ ວິ​ກິດ​ການ​ດັ່ງກ່າວນີ້​ຍັງ​ບໍ່​ທັນສິ້ນສຸດ​ລົງ​
ເທື່ອແລະ​ເວົ້າວ່າທາງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເພີ່ມ​ທະວີການ​ດຳ​ເນີນ​ຄວາມ​ພະຍາຍາມ​
ຢູ່​ໃນ​ເຂດ​ແຫຼມ Horn ຂອງ​ອາ​ຟຣິກາ ​ເພື່ອ​ປ້ອງກັນ​ບໍ່​ໃຫ້ລະດູ​ແລ້ງ​ປີໜ້າ ກາຍ​ເປັນ​ໄພ​ອຶດ
ຢາກ​ອີກ.

ອົງການ​ສະຫະ​ປະຊາ​ຊາດ​ເວົ້າວ່າ ​ໄພ​ອຶດ​ຢາກ​ນີ້​ແມ່ນ​ຄວາມ​ວ່າມີ​ຊາຍສະກັນ 2 ຄົນຫຼື​ເດັກ
ນ້ອຍ​ 4 ຄົນ ​ໃນ​ທຸກໆ 10,000 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ຄວາມ​ອຶດຫິວ​ໃນ​ແຕ່​ລະມື້ ​ແລະ​ນຶ່ງ
ສ່ວນ​ສາມ​ຂອງ​ພວກ​ເດັກນ້ອຍ​ແມ່ນເປັນ​ໂຣກຂາດ​ອາຫານ​ຢ່າງ​ຮ້າຍ​ແຮງ.

XS
SM
MD
LG