ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຊມາເລຍ ຮຽກຮ້ອງ ໃຫ້ ສຫລ ອະທິບາຍ ກ່ຽວກັບ ການໂຈມຕີທາງອາກາດ


ພວກນັກລົບ ຂອງກຸ່ມ Al-Shabab ນັ່ງຢູ່ເທິ່ງລົດຂົນສົ່ງ ໃນຂະນະທີ່ ເຂົາເຈົ້າລາດຕະເວນ ນະຄອນ Mogadishu ປະເທດ Somalia.
ພວກນັກລົບ ຂອງກຸ່ມ Al-Shabab ນັ່ງຢູ່ເທິ່ງລົດຂົນສົ່ງ ໃນຂະນະທີ່ ເຂົາເຈົ້າລາດຕະເວນ ນະຄອນ Mogadishu ປະເທດ Somalia.

ລັດຖະບານ​ໂຊ​ມາເລຍ ຮຽກຮ້ອງ​ໃຫ້​ສະຫະລັດ ​ໃຫ້​ຄຳ​ອະທິບາຍ ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ຮ້າຍ​ແຮງ ​ຢູ່​ພາ​ກກາງໂຊ​ມາເລຍ ​ໃນ​ມື້ວັນ​ພຸດ​ຜ່ານ​ມາ.

ທຳນຽບຫ້າ​ແຈ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກຳລັງ​ຂອງ​ຕົນ​ໄດ້​ໂຈມ​ຕີ “​ເພື່ອ​ປ້ອງ​ກັນ​ໂຕ” ​ຕໍ່​ກຸ່ມ al-Shabab ​ໃກ້​ກັບ​ເມືອງ Galkayo ​ເຮັດ​ໃຫ້​ພວກຫົວ​ຮຸນ​ແຮງເສຍ​ຊີວິດ​ຢ່າງ​ໜ້ອຍ​ເກົ້າຄົນ.

ຮອງ​ປະທານລັດ Galmudug ທ່ານ Mohamed Hashi Abdi ກ່າວ​ຕໍ່ ວີ​ໂອເອ ພາກ ພາສາ​ໂຊ​ມາເລຍ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ​ຍັງໄດ້​ເຮັດ​ໃຫ້​ສະມາຊິກ​ກຳລັງຂອງລັດ Galmudug 13 ຄົນ​ເສຍ​ຊີວິດດ້ວຍ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ພະຫັດ​ວານ​ນີ້ ກອງ​ບັນຊາ​ການສະ ຫະລັດ​ໃນ​ເຂດ​ອາ​ຟຣິກາ ກ່າວ​ວ່າ ການ​ກ່າ​ວຫາໃດ​ໆ “ກ່ຽວ​ກັບ​ການ​ບາດ​ເຈັບລົ້ມຕາຍ​ທີ່​ບໍ່​ແມ່ນ​
ກຳລັງ​ສູ້​ລົບ” ທີ່ເປັນຜົນຈາກການໂຈມຕີ​ແບບປ້ອງກັນ ໃນວັນພຸດແລ້ວນີ້ ຢູ່ເມືອງ Galkayo ນັ້ນ “​ແມ່ນບໍ່ຖືກຕ້ອງ.”

ຫລັງຈາກ ກອງປະຊຸມຄະນະລັດຖະບານປະຈຳສັບປະດາ ໃນນະຄອນຫລວງ Mogadishu ບັນດາລັດຖະມົນຕີຢູ່ໃນຄະນະລັດຖະບານກ່າວວ່າ ເຂົາເຈົ້າຕ້ອງ ການ “ຄຳອະທິບາຍຢ່າງຈະແຈ້ງກ່ຽວ​ກັບການໂຈມຕີທາງອາກາດ ຂອງສະຫະລັດ ຕໍ່ກຳລັງ ຂອງລັດ Galmudug ທີ່ເປັນສະມາຊິກ ຂອງລັດຖະບານກາງໂຊມາ​ເລຍ.”

ຄະນະລັດຖະບານກ່າວວ່າ ຈະຕັ້ງຄະນະກຳມະການ​ລະດັບລັດຖະມົນຕີ ເພື່ອສືບສວນ ການໂຈມຕີທາງອາກາດດັ່ງກ່າວ.

ທ່ານ Abdi ກ່າວວ່າ ສະຫະລັດ ໄດ້ຮັບການ​ຮ້ອງ​ຂໍ “ທີ່​ບໍ່​ຖືກຕ້ອງ” ທີ່​ມາ​ຈາກພວກເຈົ້າ ໜ້າທີ່ ໃນເຂດ​ເຄິ່ງປົກຄອງ​ຕົນ​ເອງ Puntland.

ທ່ານກ່າວເພີ້ມອີກວ່າ “ພວກເຮົາຕໍ່ສູ້ ຕ້ານກຸ່ມກໍ່ການຮ້າຍ al-Shabab ແລະ ບໍ່ມີກຸ່ມ al-Shabab ມີໜ້າຢູ່ໃນລັດ Galmudug.”

ທ່ານ Abdi ກ່າວວ່າ ປະທານລັດ ແລະຮອງເອກອັກຄະລັດຖະທູດສະຫະລັດ ປະຈຳ​ໂຊ​ມາ​ເລຍ ໄດ້ພົບປະກັນຢູ່ນະຄອນ Mogadishu ໃນວັນພະຫັດວານນີ້ ເພື່ອສົນທະນາກ່ຽວ​ກັບ​ເລື້ອງນີ້ ແລະນັກການທູດສະຫະລັດ ໄດ້ໃຫ້ຄຳໝັ້ນສັນ ຍາທີ່ຈະໃຫ້ຄຳຕອບຢ່າງກະ ຈ່າງແຈ້ງ.

ໃນຂະນະດຽວກັນ ປະຊາຊົນ​ໃນເມືອງ Galkayo ພາກັນປະທ້ວງຕໍ່ຕ້ານການ ໂຈມຕີ ​ໂດຍຈູດທຸງສະຫະລັດໃນວັນພະຫັດວານນີ້.

ສະຫະລັດໄດ້ທຳການໂຈມຕີຫລາຍຄັ້ງໃນໂຊມາເລຍ ໂດຍແນເປົ້າໝາຍໃສ່ສະມາຊິກ ກຸ່ມ al-Shabab ຮວມທັງການໂຈມຕີດ້ວຍລູກສອນ​ໄຟ ທີ່ໄດ້ສັງຫານ ອະດີດຜູ້ນຳ​ຂອງ​ກຸ່ມ​ດັ່ງກ່າວ ທ້າວ Ahmed Abdi Godane ໃນປີ 2014.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG