ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາກົນ ຈະຊ່ວຍເຫຼືອ ໂຊມາເລຍ 300 ລ້ານໂດລາ (ສະໄລດ໌)


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຊ້າຍ) ແລະ ທ່ານ Hassan Sheikh Mohamud ປະທານາທິບໍດີໂຊມາເລຍ ໄປເຖິງກອງປະຊຸມ ກ່ຽວກັບ ໂຊມາເລຍ ທີ່ນະຄອນລອນດອນ ໃນວັນທີ 7 ພຶດສະພາ 2013.
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຊ້າຍ) ແລະ ທ່ານ Hassan Sheikh Mohamud ປະທານາທິບໍດີໂຊມາເລຍ ໄປເຖິງກອງປະຊຸມ ກ່ຽວກັບ ໂຊມາເລຍ ທີ່ນະຄອນລອນດອນ ໃນວັນທີ 7 ພຶດສະພາ 2013.
ອັງກິດ, ສະຫະລັດ, ບັນດາອົງການຈັດຕັ້ງສາກົນແລະປະເທດ
ອື່ນໆ ທີ່ໃຫ້ເງິນບໍລິຈາກໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ການ
ຊ່ວຍເຫລືອແກ່ໂຊມາເລຍ ໃນມູນຄ່າ 300 ລ້ານໂດລາ ໃນຂະ
ນະທີ່ປະເທດດັ່ງກ່າວ ບູລະນະສ້າງສາ ປະເທດຊາດຄືນໃໝ່ ລຸນຫລັງທີ່ໄດ້ເກີດຄວາມວຸ້ນວາຍແລະສົງຄາມມາເປັນ ເວລາ
ສອງທົດສະວັດ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ເວົ້າວ່າ
ປະເທດຂອງ ທ່ານສັນຍາວ່າ ຈະໃຫ້ເງິນຊ່ວຍເຫລືອ 15 ລ້ານ
5 ແສນໂດລາເພື່ອພັດທະນາກອງທັບຂອງໂຊມາເລຍ ແລະ
ອີກ 22 ລ້ານ 5 ແສນ ເພື່ອເສີມສ້າງກຳລັງຕໍາຫລວດໃຫ້ເຂັ້ມ
ແຂງ ແລະຝຶກອົບຮົມຜູ້ພິພາກສາ ແລະທະນາຍຄວາມ.

ທ່ານກ່າວວ່າ ການໃຫ້ຄວາມຊ່ວຍເຫລືອແກ່ໂຊມາເລຍ ເປັນທັງເລື້ອງທີ່ຮີບດ່ວນແລະ ຈໍາເປັນ ໂດຍເຕືອນວ່າ ຖ້າບໍ່ເຮັດແນວນັ້ນກໍມີແຕ່ຈະພາໃຫ້ມີການກໍ່ການຮ້າຍເພີ້ມຂຶ້ນ ໃນໂຊມາເລຍ.

ທ່ານ Hassan Sheikh ປະທານາທິບໍດີໂຊມາເລຍກ່າວຕໍ່ກອງປະຊຸມ ທີ່ມີຫລາຍກວ່າ 50 ປະເທດແລະອົງການຈັດຕັ້ງສາກົນເຂົ້າຮ່ວມຢູ່ນະຄອນລອນ ດອນໃນວັນອັງຄານວານ
ນີ້ວ່າ ປະເທດຂອງທ່ານປະເຊີນກັບບັນຫາຫຍຸ້ງຍາກ ແຕ່ວ່າ ໂຊມາເລຍສາມາດທີ່ຈະຮຸ່ງ
ເຮືອງຂຶ້ນໄດ້ ລຸນຫລັງທີ່ມີການລົງທຶນແລະ ໃຫ້ການສະໜັບສະໜຸນຂອງສາກົນ ໄປຊົ່ວໃນໄລຍະນຶ່ງ.

ທ່ານໄດ້ບົ່ງບອກວ່າ ກຸ່ມຫົວຮຸນແຮງ al-Shabab ແມ່ນເປັນນຶ່ງໃນໄພຂົ່ມຂູ່ຕ່າງໆ ທີ່ປະ
ເທດຂອງທ່ານຍັງປະເຊີນຢູ່. ກຸ່ມ al-Shabab ອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີດ້ວຍລະເບີດສະ ລະຊີບທີ່ສັງຫານ 8 ຄົນໃນນະຄອນຫລວງ Mogadishu ໃນວັນອາທິດຜ່ານ ມານີ້.

ທ່ານ Abdullahi Mohamed Ali ເອກອັກຄະລັດຖະທູດໂຊມາເລຍປະຈຳອັງກິດ ກ່າວ
ຕໍ່ວີໂອເອພະແນກໂຊມາເລຍວ່າ ການຮັກສາຄວາມສະຫງົບແມ່ນເປັນບູລິມະສິດອັນ
ດັບນຶ່ງຂອງລັດຖະບານ ແຕ່ກໍເວົ້າວ່າການໂຈມຕີຂອງພວກ ຫົວຮຸນແຮງ ມີທ່າທາງວ່າ ຍັງຈະມີຕໍ່ໄປ.

ກຳລັງຮັກສາສັນຕິພາບຂອງສະຫະພາບອາຟຣິກາ ແລະກອງທັບຂອງປະເທດຕ່າງໆ
ຢູ່ໃນຂົງເຂດ ໄດ້ຊ່ວຍຂັບໄລ່ກຸ່ມຫົວຮຸນແຮງ al-Shabab ໃຫ້ລ້າຖອຍອອກໄປຈາກ
ຫົວເມືອງໃຫຍ່ໆ ແຕ່ວ່າພວກຫົວຮຸນແຮງ ຍັງສືບຕໍ່ຄວບຄຸມເຂດ ພາກໃຕ້ຂອງປະເທດ ແລະຍັງທຳການໂຈມຕີຢູ່ໃນນະຄອນຫລວງເປັນບາງຄັ້ງ ບາງຄາວຢູ່.

ອັງກິດໄດ້ເປີດສະຖານທູດໃໝ່ຢູ່ໃນໂຊມາເລຍ ໃນເດືອນແລ້ວນີ້. ເທີກີ, ລີເບຍ, ເຢເມນ
ແລະອີຣ່ານ ຕ່າງກໍມີສະຖານທູດຂອງຕົນຢູ່ທີ່ນັ້ນເຊັ່ນກັນ.

ເບິ່ງປະມວນພາບກອງປະຊຸມກ່ຽວກັບໂຊມາເລຍ:

XS
SM
MD
LG