ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາຂອງໂລກ ໄຂກອງປະຊຸມ ກ່ຽວກັບເລື້ອງ ໂຊມາເລຍ (ເບິ່ງວີດີໂອ)


ທະຫານຄົນນຶ່ງ ທີ່ກໍາລັງປະຕິບັດງານ ໃນໜ່ວຍປະກອບພາລະກິດ ຂອງສະຫະພາບອາຟຣິກາ ທີ່ໂຊມາເລຍ. ວັນທີ 22 ກຸມພາ 2012.
ທະຫານຄົນນຶ່ງ ທີ່ກໍາລັງປະຕິບັດງານ ໃນໜ່ວຍປະກອບພາລະກິດ ຂອງສະຫະພາບອາຟຣິກາ ທີ່ໂຊມາເລຍ. ວັນທີ 22 ກຸມພາ 2012.

ບັນດາ​ຜູ້​ນໍາ​ຂອງ​ໂລກ​ກໍາລັງ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ກຸງ​ລອນ​ດອນ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ເຂົ້າ
ຮ່ວມ​ໃນ​ກອງ​ປະຊຸມເປັນ​ເວລາ 1 ມື້ທີ່​ມີ​ວັດ​ຖຸປະສົງ​ຫາ​ຊ່ອງ​ທາງ​ໃຫ້​ມີ​ການ​ປະສານ​ງານ
ກັນ​ເພື່ອ​ຮັບ​ມື​ກັບ​ຄວາມ​ບໍ່​ມີ​ສະຖຽນ​ລະ​ພາບມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ​ໃນ​ໂຊ​ມາ​ເລຍ
ນັ້ນ.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດ​ກ່າວ​ໃນ​ຕອນເລີ້ມ​ຕົ້ນ​ຂອງ​ການ​ພົບ​
ປະກັນ​ ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ມີ​ຄວາມ​ເຊື່ອໝັ້ນ​ຢ່າງ​ເດັດດ່ຽວວ່າ ​ໂຊ​ມາ​ເລຍຈະ​ສາ
ມາດ​ແກ້​ໄຂ ​ບັນຫາ​ຂອງ​ຕົນ​ເອງ ແລະ​ບັນລຸ​ຄວາມ​ສໍາ​ເລັດ ໃນຄວາມ​ສາມາດ​ບົ່ມ​ຊ້ອນ​
ຂອງ​ຕົນ​ເອງ​ໄດ້. ​ໃນ​ຂະນະ​ດຽວ​ກັນ ທ່ານ David Cameron ກ່າວ​ວ່າ ກອງ​ປະຊຸມ​ນີ້​ບໍ່
ມີ​ຄວາມ​ໝາຍວ່າ ຈະ​ວາງຂໍ້​ແກ້​ໄຂ​ຂອງ​ນາໆ​ຊາດ​ກ່ຽວ​ກັບໂຊ​ມາ​ເລຍ ​ແລະ​ທ່ານ​ກ່າວ​ຕໍ່​
ໄປ​ວ່າ ​ໂລກ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຖ້າ​ໂລກ​ບໍ່​ຊ່ອຍ​ເຫລືອ​ປະ​ເທດ​ໃນ​ແຫລມ​ອາ​ຟຣິ
ກາ​ແຫ່ງ​ນີ້​ຟື້ນ​ໂຕ​ຄືນຈາກ​ຄວາມ​ວຸ້ນວາຍ ຄວາມ​ອຶດ​ຫິວ​ແລະ​ຄວາມທຸກ​ຈົນ​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ແລະ​ທ່ານ​ພັນ​ກິ
ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ກໍ​ໄດ້​ກ່າວຖະ​ແຫຼງ​ເຊ່ນ​ກັນໃນ​ຕອນ​ໄຂ​ກອງ​ປະ
ຊຸມ​ດັ່ງກ່າວ ຊຶ່ງ​ມີ​ພວກ​ຜູ້ຕາງໜ້າ​ຈາກ 40 ປະ​ເທດເຂົ້າຮ່ວມ​ນັ້ນ.

ໂຊ​ມາ​ເລຍ​ໄດ້​ປະສົບ​ກັບສົງຄາມ​ກາງ​ເມືອງ​ ​ແລະ​ຄວາມທຸກ​ຈົນມາ​ໄດ້ 2 ທົດ​ສະ​ວັດ​ແລ້ວ
ນັບ​ແຕ່​ການ​ຕົກ​ອໍານາດ​ໄປ​ຂອງ​ລັດຖະບານ​ທີ່​ທຸ່ນ ທ່ຽງ​ຊຸດ​ສຸດ​ທ້າຍ​ໃນ​ປີ 1991 ນັ້ນ.
ລັດຖະບານ​ຊົ່ວຄາວ​ແລະ​ອ່ອນ​ແອ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ສູ້​ຊົນ
ໃນ​ຫວ່າງ​ໄວໆ​ມານີ້​ເພື່ອ​ຮັບ​ມື​ກັບ​ຄວາມ​ອຶດ​ຫິວຢ່າງ​ໜັກ ຕະຫຼອດ​ທັງ​ເລື້ອງ​ພວກ​ໂຈນ
ປຸ້ນ​ໃນ​ທະ​ເລ​ແລະ​ພວກ​ກະບົດ​ມຸສລິ​ມ ທີ່​ເຫັນ​ວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມໝັ້ນຄົງ​ປອດໄພ​
ຕໍ່​ພາກ​ພື້ນ​ນັ້ນ.

XS
SM
MD
LG