ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ Al-Shabab ລົງໂທດຜູ້ຊາຍ ຄົນໜຶ່ງ ດ້ວຍການແກວ່ງ ກ້ອນຫີນໃສ່ຈົນຕາຍ


ຄົນຜູ້ເຂົ້າຮ່ວມໃນການປະຫານຊີວິດ ພາກັນແກວ່ງກ້ອນຫີນ
ໃສ່ນັກໂທດໃນເມືອງ Afgoye, ປະເທດ ໂຊມາເລຍ. 13 ທັນວາ, 2009.
ຄົນຜູ້ເຂົ້າຮ່ວມໃນການປະຫານຊີວິດ ພາກັນແກວ່ງກ້ອນຫີນ ໃສ່ນັກໂທດໃນເມືອງ Afgoye, ປະເທດ ໂຊມາເລຍ. 13 ທັນວາ, 2009.

ຜູ້ຊາຍອາຍຸ 44 ປີຄົນໜຶ່ງ ໄດ້ຖືກແກວ່ງກ້ອນຫີນໃສ່ຈົນຕາຍ ໂດຍກຸ່ມຫົວຮຸນແຮງ Al-
Shabab ໃນເມືອງ Rama Addey ໃນພາກພື້ນອ່າວທະເລທາງພາກໃຕ້ຂອງປະເທດ ໂຊມາເລຍ, ອີງຕາມການລາຍງານ.

ກຸ່ມຫົວຮຸນແຮງ Al-Shabab ໄດ້ກ່າວໃນເວັບໄຊທາງການຂອງພວກເຂົາວ່າ ຜູ້ຊາຍ
ຄົນນັ້ນ ໄດ້ຖືກລົງໂທດຍ້ອນການຫຼິ້ນຊູ້ໃນເມືອງ Ufurow, ຕັ້ງຢູ່ທິດຕາເວັນຕົກ 60 ກິໂລແມັດຫ່າງຈາກນະຄອນ Baidoa. ກຸ່ມ Al-Shabab ກ່າວວ່າ ພີ່ນ້ອງຂອງແມ່ຍິງທີ່
ກ່ຽວຂ້ອງໄດ້ລາຍງານກ່ຽວກັບ ກໍລະນີດັ່ງກ່າວໃນວັນທີ 20 ພຶດສະພາທີຜ່່ານມາ.

ໃນສຽງອັດໄວ້ ທີ່ຖືກເປີດເຜີຍໃນເວັບໄຊເມື່ອວັນອາທິດວານນີ້, ໄອຍະການຂອງກຸ່ມ Al-Shabab ກ່າວວ່າ ຜູ້ຊາຍຄົນດັ່ງກ່າວ ມີຊື່ວ່າ Dhayow Mohamed Hassan ໄດ້
ສາລະພາບຜິດ ກ່ຽວກັບ ການຫຼິ້ນຊູ້ ໃນເມື່ອລາວໄດ້ແຕ່ງານກັບແມ່ຍິງສອງຄົນແລ້ວ. ໄອຍະການຂອງກຸ່ມຫົວຮຸນແຮງໄດ້ກ່າວຫາຜູ້ຊາຍຄົນນັ້ນ ກ່ຽວກັບ ການເຮັດໃຫ້ແມ່ຍິງ
ທີ່ລາວບໍ່ໄດ້ແຕ່ງງານນຳຖືພາ. ໄອຍະການໄດ້ປະກາດການຕັດສິນໂທດໃຫ້ເປັນການ
ແກວ່ງກ້ອນຫີນໃສ່ຈົນຕາຍ ສຳລັບການສະລະພາບຜິດນັ້ນ. ບໍ່ມີຫຼັກຖານອື່ນໆ ກ່ຽວກັບ ຄຳສາລະພາບດັ່ງກ່າວ ແລະ ກຸ່ມ Al-Shabab ກໍໍບໍ່ໄດ້ເປີດເຜີຍຫຼັກຖານໃດໆ.

ສານ Al-Shabab ບໍ່ແມ່ນຂອງລັດຖະບານ ແລະ ມັນກໍຍາກທີ່ຈະຢືນຢັນການຍອມຮັບ
ຜິດໄດ້ ແລະ ການກ່າວຫາອື່ນໆຕໍ່ຈຳເລີຍ. ມັນບໍ່ແມ່ນຄັ້ງທຳອິດທີ່ກຸ່ມດັ່ງກ່າວໄດ້ທຳ
ການລົງໂທດປະເພດນີ້.

ຜູ້ຊ່ຽວຊານທາງສາສະໜາຂອງ ໂຊມາເລຍ ທ່ານ Sheikh Abdirahman Sharif ກ່າວ
ວ່າ ການລົງໂທດດ້ວຍການແກວ່ງກ້ອນຫີນໃສ່ແມ່ນບໍ່ຖືກຕ້ອງຕາມກົດໝາຍ ແລະ ກ່າວ
ວ່າ ກຸ່ມດັ່ງກ່າວວ່າ ບໍ່ມີອຳນາດທີ່ຈະດຳເນີນການລົງໂທດປະເພດນັ້ນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG