ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກໃໝ່ໂຊມາເລຍ ປະຕິຍານວ່າ ຈະຕັ້ງ ລັດຖະບານທີ່ສາມາດຂຶ້ນ


ທ່ານ Abdi Farah Shirdoon Saaid ນາຍົກລັດຖະມົນຕີ
ຄົນໃໝ່ ຂອງໂຊມາເລຍ
ທ່ານ Abdi Farah Shirdoon Saaid ນາຍົກລັດຖະມົນຕີ ຄົນໃໝ່ ຂອງໂຊມາເລຍ
ນາຍົກລັດຖະມົນຕີຄົນໃໝ່ຂອງໂຊມາເລຍ ໄດ້ຮັບປາກທີ່ຈະ
ປະກອບລັດຖະບານ ທີ່ມີຄວາມສາມາດເຊື່ອຖືໄດ້ ແລະພ້ອມ
ທີ່ຈະປະຕິບັດງານ ໄປສູ່ການພັດທະນາປະເທດຊາດ ໃນຂະ
ນະທີ່ປະເທດດັ່ງກ່າວ ກ້າວອອກມາຈາກແຜນການ ໄລຍະ
ຂ້າມຜ່ານທີ່ໄດ້ຮັບການໜຸນຫລັງ ຈາກສະຫະປະຊາຊາດນັ້ນ.

ນາຍົກລັດຖະມົນຕີ Abdi Farah Shirdoon Saaid ໄດ້ກ່າວ
ກັບ VOA ພະແນກພາສາໂຊມາເລຍ ໃນການສໍາພາດຄັ້ງທໍາອິດ
ຂອງທ່ານ ນັບຕັ້ງແຕ່ໄດ້ເຂົ້າກໍາຕໍາແໜ່ງວ່າ ທ່ານຈະອິງໂຄງ
ການພັດທະນາຂອງທ່ານ ໃສ່ແຜນການ 6 ຂໍ້ ຂອງປະທານາທິບໍດີ
Hassan Sheikh Mohamud ສໍາລັບການສ້າງຕັ້ງສະຖາບັນ
ຕ່າງໆນັ້ນ ຊຶ່ງບຸລິມະສິດຕ່າງໆຂອງ ປະທານາທິບໍດີ ກໍມີຮວມທັງ
ສ້າງສະຖຽນລະພາບ, ຟື້ນຟູເສດຖະກິດ, ສ້າງສັນຕິພາບ, ໃຫ້
ການບໍລິການແກ່ສາທາລະນະຊົນ, ສ້າງຄວາມເປັນເອກກະພາບຂອງຊາດ ແລະປັບປຸງ ຄວາມສໍາພັນກັບນາໆຊາດ.

ທ່ານນາຍົກລັດຖະມົນຕີ ຍັງກ່າວກັບ VOA ອີກວ່າທ່ານເປີດກ້ວາງຕໍ່ການປ່ຽນແປງໂຄງຮ່າງ
ຂອງວຽກງານດັ່ງກ່າວ ຖ້າມີຄວາມຈໍາເປັນ ແລະກ່າວຕື່ມອີກວ່າ ລັດຖະບານທີ່ທ່ານຈະ
ປະກອບຂຶ້ນໃໝ່ນີ້ ແມ່ນຈະມີຂະໜາດນ້ອຍໆ.

ປະທານາທິບໍດີ Mohamud ໄດ້ປະກາດເລືອກຕັ້ງເອົາ ທ່ານ Saaid ເປັນນາຍົກລັດຖະ
ມົນຕີ ໃນວັນເສົາຜ່ານມາ.

ນັກການເມືອງຄົນໃໝ່ທີ່ກ່າວມານີ້ ແມ່ນເປັນນັກທຸລະກິດທີ່ມີພື້ນຖານຢູ່ທີ່ Kenya
ກ່ອນທີ່ທ່ານຈະມາຮັບຕໍາແໜ່ງເປັນນາຍົກລັດຖະມົນຕີ.

ໃນເດືອນແລ້ວນີ້ ໂຊມາເລຍໄດ້ເສັດສິ້ນ ການຈັດຕັ້ງປະຕິບັດແຜນການ ທີ່ສະຫະປະຊາ
ຊາດໜຸນຫລັງ ທີ່ມີເປົ້າໝາຍເພື່ອນໍາເອົາລັດຖະບານກາງທີ່ທຸ່ນທ່ຽງ ມາສູ່ປະເທດຊາດທີ່
ໄດ້ປະສົບກັບຄວາມວຸ້ນວາຍ ແລະການຂັດແຍ້ງ ມາເປັນເວລາ 2 ທົດສະວັດນັ້ນ.

ລັດຖະບານທີ່ທຸ່ນທ່ຽງຊຸດສຸດທ້າຍ ແມ່ນໄດ້ພັງລົງ ໃນປີ 1991.
XS
SM
MD
LG