ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ Si2 ​ທີ່​ໃຊ້ ​ພະລັງ​​​ງານແສງອາທິດ ພວມພະຍາຍາມຈະບິນ ອ້ອມໂລກ ເປັນຄັ້ງທຳອິດ


ພາບຈາກບໍລິສັດ Solar Impulse ສະແດງໃຫ້ເຫັນເຮືອບິນ "Solar Impulse 2" ທີ່​ໃຊ້​ພະລັງແສງອາທິດ ກຳລັງບິນຢູ່ ຫຼັງຈາກທີ່ໄດ້ບິນຂຶ້ນ ຈາກສະໜາມບິນ Al Bateen Executive ໃນນະຄອນຫລວງ Abu Dhabi ປະເທດ United Arab Emirates, ວັນທີ 9 ມີນາ 2015.
ພາບຈາກບໍລິສັດ Solar Impulse ສະແດງໃຫ້ເຫັນເຮືອບິນ "Solar Impulse 2" ທີ່​ໃຊ້​ພະລັງແສງອາທິດ ກຳລັງບິນຢູ່ ຫຼັງຈາກທີ່ໄດ້ບິນຂຶ້ນ ຈາກສະໜາມບິນ Al Bateen Executive ໃນນະຄອນຫລວງ Abu Dhabi ປະເທດ United Arab Emirates, ວັນທີ 9 ມີນາ 2015.

ເຮືອບິນ​ທີ່​ໃຊ້​ພະລັງ​ງານ​ຈາກແສງອາທິດ ຂອງ​ສະ​ວິດ​ເຊີ​ແລນ ​
ໄດ້​ບິນ​ຂຶ້ນຈາກ Abu Dhabi ​ໃນ​ຕອນ​ເຊົ້າວັນ​ຈັນມື້​ນີ້ ​ສຳ​ຫລັບ
​ຊ່ວງທຳ​ອິດ ຂອງອັນ​ທີ່​ບັນດາ​ຜູ້ປະດິດ​ສ້າງມັນ​ນັ້ນ ຫວັງ​ວ່າ​ຈະ
​ເປັນ​ການ​ເດີນທາງ ຮອບ​ໂລກ​ຄັ້ງທຳ​ອິດ ທີ່ບໍ່​ໄດ້​ໃຊ້ນ້ຳມັນໃດໆ
ທັງ​ນັ້ນ.

​ເຮືອບິນ Solar Impulse 2 ທີ່​ສ້າງ​ດ້ວຍໃຍກາບ​ອນ ທີ່​ນັ່ງ​ດຽວ
​ລຳ​ນີ້ ມີຄວາມ​ຍາວ​ລະຫວ່າງ​ປາຍ​ປີກ​ທັງ​ສອງ​ຂ້າງ 72 ​ແມັດ ຊຶ່ງ
ແມ່ນ​ຍາວ​ກວ່າ​ຊ່ວງປີກ​ທັງ​ສອງ​ຂ້າງ​ຂອງ​ເຮືອບິນ Boeing 747
​ແລະ ມີນ້ຳໜັກ ປະມານ​ເກືອບ​ເທົ່າກັບ​ລົດຍົນ. ບັນດາແຊລຮັບ
​ແສງ​ອາທິດ ຈຳນວນ 17,000 ອັນ​ ທີ່ສ້າງ​ຕິດຕັ້ງ​ໃສ່​ໃນ​ປີກ​ນັ້ນ ​
ຈະ​ເກັບ​ກູ້​ເອົາ​ພະລັງ​ແສງອາທິດ​ໄວ້ ​ເພື່ອ​ອຳ​ນວຍ​ໃຫ້​ມັນ​ບິນໄປໄດ້​ໃນ​ລະຫວ່າງ​ຍາມຄ່ຳຄືນ.

ຍົນ​ດັ່ງກ່າວ​ທີ່​ມີ​ຊື່​ຫຍໍ້​ວ່າ Si2 ​ໃຊ້​ເວລາສ້າງ 12 ປີ ​ແລະ​ເປັນ​ຫົວ​ຄິດ​ຂອງ​ນັກວິທະຍາສາດ
​ສະ​ວິດ​ເຊີ​ແລນ 2 ຄົນ ຄື ທ່ານ Bertrand Piccard ​ແລະ Andre Borschberg.

ທ່ານ Borschberg ​ທີ່ເປັນຜູ້​ຂັບ​ເຮືອ​ບິນລຳ​ນີ້​ ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ເປັນ​ຜູ້ອຳນວຍການໃຫຍ່​ ຂອງ​ບໍລິສັດ Solar Impulse. ທ່ານເປັນ ນັກ​ບິນ​ເຮືອບິນລົບທີ່​ໄດ້​ຮັບ​ການ​ເຝິກ​ແອບ​ມາ ​ແລະ ນັກ​ບິນເຮືອບິນ​ໂດຍສານອາຊີບ ​ທັງ​ເປັນນັກ​ບິນ​ເຮ​ລິ​ຄອບ​ເຕີ. ທ່ານ ​ແລະ ທ່ານ Piccard ຈະ​ປ່ຽນ​ຜຽນ​ກັນ​ ທຳ​ໜ້າ​ທີ່​ນັກ​ບິນ ​ໃນ​ລະຫວ່າງ​ການ​ຢຸດ​ແວ່ໃນແຫ່ງຕ່າງໆ.

ທ່ານ Piccard ເປັນ​ຈິດຕະແພດ​ ​ເປັນນັກສຳ​ຫລວດ ນັກ​ອາ​ວະ​ກາດ ​ແລະ​ເປັນ​ຄົນ​ທຳ​ອິດ ​ທີ່​ໄດ້​ທຳ​ການ​ເດີນທາງ​ຮອບ​ໂລກ ​ດ້ວຍບາ​ລູນ ​ໂດຍ​ທີ່​ບໍ່​ຢຸດແວ່​ເລີຍ.​

Solar plane around the world
please wait

No media source currently available

0:00 0:01:33 0:00

XS
SM
MD
LG