ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ ພະລັງງານ ແສງອາທິດ ບິນລົງຈອດ ໃນລັດ ຄາລີຟໍເນຍ


ເຮືອບິນພະລັງງານແສງອາທິດ Solar Impulse 2 ບິນຢູ່ເທິງທ້ອງຟ້າຂອງນະຄອນ San Francisco. 23 ເມສາ, 2016. (AP Photo/Noah Berger)
ເຮືອບິນພະລັງງານແສງອາທິດ Solar Impulse 2 ບິນຢູ່ເທິງທ້ອງຟ້າຂອງນະຄອນ San Francisco. 23 ເມສາ, 2016. (AP Photo/Noah Berger)

ເຮືອບິນທີ່ໃຊ້ພະລັງງານແສງອາທິດ ໄດ້ບິນລົງຈອດຢ່າງປອດໄພໃນລັດ ຄາລີຟໍເນຍ ທີ່ ຕັ້ງຢູ່ຂອບມະຫາສະໝຸດປາຊີຟິກຂອງ ສະຫະລັດ ຫຼັງຈາກມັນໄດ້ທຳການບິນທີ່ມີຄວາມ ສ່ຽງທີ່ສຸດ ໃນການເດີນທາງອ້ອມໂລກທີ່ມີຄວາມຍາວເຖິງ 56 ຊົ່ວໂມງຂ້າມມະຫາສະ ໝຸດ ປາຊີຟິກ. ການ ບິນນັ້ນແມ່ນອັນຕະລາຍ ເພາະວ່າ ມັນບໍ່ມີສະຖານທີ່ລົງຈອດສຸກ ເສີນ.

ເຮືອບິນ Solar Impulse 2 ໄດ້ບິນລົງຈອດໃນເວລາບໍ່ດົນກ່ອນທ່ຽງຄືນໃນວັນເສົາວານ ນີ້ ທີ່ຖານທັບອາກາດ Moffett ໃນເມືອງ Silicon Valley ຂອງລັດ ຄາລີຟໍເນຍ.

ໃນຕອນເຊົ້າຂອງວັນດັ່ງກ່າວ, ເຮືອບິນລຳນີ້ ໄດ້ບິນຜ່ານຂົວປະຕູຄຳ ຫຼື Golden Gate Bridge ຂອງລັດ ຄາລີຟໍເນຍ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຫຼາຍຄົນ, ແຕ່ວ່າຍັງ ບິນຢູ່ສູງຈົນກວ່າເວລາກາງຄືນເມື່ອລົມໄດ້ພັດຄ່ອຍລົງ.

ຄົນຂັບເຮືອບິນ ທ່ານ Bertrand Piccard ໄດ້ກ່າວວ່າ ການລົງຈອດໃນເມືອງ Silicon Valley ຈະຊ່ວຍເຊື່ອມຕໍ່ການເດີນທາງອ້ອມໂລກຂອງເຮືອບິນ ເພື່ອນ້ຳໃຈຂອງການເປັນ ຜູ້ບຸກເບີກໃນສາຂາດັ່ງກ່າວ.

ທ່ານ Piccard ໄດ້ກ່າວໃນການຖ່າຍວິດີິໂອສົດຈາກເຮືອບິນວ່າ “ທ່ານຈິນຕະນາການ ໄດ້ບໍ່ການບິນຂ້າມຂົວ Golden Gate ໃນເຮືອບິນພະລັງງານແສງອາທິດ, ຄືກັບກຳ ປັ່ນຫຼາຍໆລຳທີ່ໄດ້ເຮັດໃຫ້ສັດຕະວັດທີ່ຜ່ານມາ. ແຕ່ວ່າເຮືອບິນລຳນີ້ບໍ່ໄດ້ສົ່ງສຽງ ຫຼື ປ່ອຍຄວັນພິດອອກມາ.”

ນອກນັ້ນເຮືອບິນລຳດັ່ງກ່າວກໍຍັງບິນຢ່າງຊ້າໆດ້ວຍຄວາມໄວ 45 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງມັນຈະໄປໄວກວ່ານັ້ນ 2 ເທົ່າເມື່ອມັນມີແສງແດດທີ່ເປັ່ງອອກມາແຮງທີ່ສຸດ.

ເຮືອບິນ Solar Impulse 2 ໄດ້ບິນຂ້າມແຜ່ນດິນ ສະຫະລັດ ໄປຫາ ນິວຢອກ ກ່ອນບິນ ຂ້າມມະຫາສະໝຸດ Atlantic ໄປທະວີບ ຢູໂຣບ ຫຼື ອາຟຣິກາເໜືອ ກ່ອນບິນຮອດນະ ຄອນ Abu Dhabi, ບ່ອນທີ່ຖ້ຽວບິນໄດ້ເລີ່ມຕົ້ນຂຶ້ນໃນເດືອນ ມີນາ 2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Solar Plane Lands in California After Crossing Pacific
please wait

No media source currently available

0:00 0:01:17 0:00

Solar Plane
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG