ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮືອບິນ ພະລັງແສງອາທິດ ບິນອອກຈາກ ໄຄໂຣ ໃນຊ່ວງສຸດທ້າຍ ຂອງການບິນຮອບໂລກ

ພາບໃບແຈກຢາຍ ເປີດເຜີຍໂດຍ Solar Impulse 2 ສະແດງໃຫ້ເຫັນ ເຮືອບິນ ພະລັງແສງອາທິດ ຂັບໂດຍ ທ່ານ André Borschberg, ໃນລະຫວ່າງບິນຂ້າມ ປີລະມິດ ຂອງ Giza ກ່ອນໜ້າການລົງຈອດ ທີ່ນະຄອນໄຄໂຣ ປະເທດອີຈິບ, ວັນທີ 13 ກໍລະກົດ 2016.

Solar Impulse 2 ທີ່ເປັນເຮືອບິນພະລັງແສງອາທິດເທົ່ານັ້ນ ໄດ້ບິນຂຶ້ນອອກຈາກ ນະຄອນ ໄຄໂຣ ເມື່ອຕອນເຊົ້າວັນອາທິດມື້ນີ້ ໃນອັນທີ່ຄວນເປັນການເດີນທາງໄລຍະ ສຸດທ້າຍ ຂອງການບິນຮອບໂລກທີ່ເປັນປະຫວັດສາດ ຂອງເຮືອບິນລຳນີ້.

ຖ້າທຸກສິ່ງທຸກຢ່າງໄດ້ເປັນໄປຕາມແຜນການ ນັກບິນ ທ່ານ Bertran Piccard ຈະບັງ ຄັບເຮືອບິນຂ້າມແຫຼມຂອງອາຣາເບຍ ແລະ ຈະລົງຈອດຢູ່ໃນນະຄອນຫຼວງ Abu Dhabi ຂອງສະຫະຣາຊະອານາຈັກອາຣັບເອເມີເຣັສ ໃນຕອນເຊົ້າວັນອັງຄານ ເປັນການສຳເລັດ ການບິນຮອບໂລກເທື່ອທຳອິດ ທີ່ບໍ່ເຄີຍມີມາກ່ອນ ທີ່ໃຊ້ແຕ່ພຽງພະລັງງານແສງອາທິດ ເທົ່ານັ້ນ ໂດຍບໍ່ມີແມ່ນແຕ່ມຢອດດຽວ ຂອງນ້ຳມັນເຮືອບິນເລີຍ.

ທ່ານ Andre Borschberg, ຂວາ, ນັກບິນຊາວສະວິດເຊີແລນ ຂອງເຮືອບິນ Solar Impulse 2, ແມ່ນໄດ້ຖືກຕ້ອນຮັບໂດຍ ເພື່ອນນັກບິນ ຈາກປະເທດດຽວກັນ ທ່ານ Bertrand Piccard ຫຼັງຈາກທີ່ໄດ້ບິນລົງຈອດ ຢູ່ນະຄອນ ໄຄໂຣ ຂອງອີຈິບ, ວັນທີ 13 ກລະກົດ 2016.

ທ່ານ Piccard ແລະ ທ່ານ Andre Borchberg ຜູ້ຮ່ວມກໍ່ຕັ້ງ ໂຄງການນີ້ ໄດ້ປ່ຽນຜຽນ ກັນຂັບເຮືອບິນ Solar Impulse 2 ນັບຕັ້ງແຕ່ ໄດ້ບິນອອກຈາກສະຫະຣາຊະອານາຈັກ ອາຣັບເອເມີເຣັສ ໃນເດືອນມີນາ ປີ 2015 ເປັນຕົ້ນມາ ເພື່ອເລີ່ມຕົ້ນ ການເດີນທາງຮອບ ໂລກ ໄລຍະທາງ 35,000 ກິໂລແມັດ. ເຮືອບິນນັ້ນ ສາມາດຮອງຮັບນັກບິນໄດ້ ພຽງແຕ່ ຄົນດຽວ.

ທ່ານ Piccard ກ່າວວ່າ ການບິນອ້ອມໂລກໃນເຮືອບິນບຸກເບີກນີ້ ແມ່ນມີທັງການພະ ຈົນໄພ ແລະ ໂຄງການທີ່ສາມາດນຳໄປສູ່ໂລກທີ່ດີຂຶ້ນ ດັ່ງທີ່ທ່ານໄດ້ເວົ້າວ່າ “ຖ້າພວກ ເຮົາຢາກປົກປ້ອງສະພາບແວດລ້ອມ ຖ້າພວກເຮົາຢາກຕໍ່ສູ້ກັບ ການປ່ຽນແປງ ຂອງ ດິນຟ້າອາກາດ...ຖ້າພວກເຮົາຢາກໃຫ້ພະລັງງານ ທີ່ພວກຄົນທຸກທີ່ສຸດຢູ່ໃນໂລກ ໃຫ້ແກ່ພວກຄຸ້ມບ້ານທີ່ຢູ່ຫ່າງໄກສອກຫຼີກທີ່ສຸດ ເຂົ້າເຖິງໄດ້ ພວກເຮົາຕ້ອງມີພະງານ ທີ່ທົດແທນໄດ້.”

Solar Impulse 2 ສ້າງຂຶ້ນດ້ວຍວັດຖຸຕ່າງໆ ທີ່ມີນ້ຳໜັກເບົາ ທີ່ໃຫຍ່ໂຕ ແຕ່ເປັນເຮືອບິນ ທີ່ມີຮ່າງບາງຫຼາຍ. ໄລຍະລະຫວ່າງປີກສອງຂ້າງຂອງມັນ ແມ່ນກວ້າງກວ່າ ເຮືອບິນອາຍ ພົ່ນຂະໜາດໃຫຍ່ຂອງ Boeing 747 ແຕ່ນ້ຳໜັກຂອງເຮືອບິນທັງໝົດ ແມ່ນຕ່ຳກວ່າ 2,300 ກິໂລກຣາມ ທີ່ປະກອບດ້ວຍແຜ່ນແຊລເກັບແສງ 17,000 ແຜ່ນ ທີ່ຫັນປ່ຽນ ແສງຕາເວັນ ໃຫ້ເປັນພະລັງໄຟຟ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG