ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຮືອບິນ ໃຊ້ພະລັງງານ ແສງຕາເວັນ ລົງຈອດ ຢູ່ລັດ Oklahoma ຢ່າງປອດໄພ


ນັກບິນສະວິສເຊີແລນ ທ່ານ Bertrand Piccard (ຂວາ) ແລະນັກ ບິນສຳຮອງ ທ່ານ Andre Boschberg ຄົນສະວິດ ເຊີແລນ ເຊັ່ນກັນ ໂບກມືຢູ່ຕໍ່ໜ້າເຮືອບິນ Solar Impulse 2 (Si2),
ນັກບິນສະວິສເຊີແລນ ທ່ານ Bertrand Piccard (ຂວາ) ແລະນັກ ບິນສຳຮອງ ທ່ານ Andre Boschberg ຄົນສະວິດ ເຊີແລນ ເຊັ່ນກັນ ໂບກມືຢູ່ຕໍ່ໜ້າເຮືອບິນ Solar Impulse 2 (Si2),

ເຮືອບິນທີ່ໃຊ້​ພະລັງງານ​ແສງຕາ​ເວັນ Solar Impulse 2 ​ໄດ້​ສຳ​ເລັດຊ່ວງ​ສຸດທ້າຍ​ໃນ​ ​ຖ້ຽວ​ບິນ​ອ້ອມ​ໂລກຄັ້ງ​ຫລ້າສຸດ​ ​ໂດຍໄດ້ລົງ​ຈອດ ​ໃນ​ຕອນ​ແລງ​ວັນພ​ະຫັດວານ​ນີ້ ​ທີ່​ລັດ Oklahoma ​ໃນ​ເຂດ​ພາກ​ກາງ​ຕອນ​ໃຕ້​ຂອງສະຫະລັດ.

​ເຮືອບິນSolar Impulse 2 ​ໄດ້ເດີນ​ທາງໄປ​ເຖິງດ້ວຍ​ຄວາມ​ປອດ​ໄພ​ໃນ​ຕອນ​ແລງ​ວັນ​ ພະຫັດວານ​ນີ້ ຫລັງ​ຈາກ​ໄດ້​ບິນ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ​ ຈາກລັດ Arizona ທາງພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ເປັນ​ຊ່ວງບິນ​ທີ 11 ຂອງ​ການ​ເດີນທາງ.

ຄວາມ​ໄວ​ຂອງ​ຖ້ຽວບິນ​ແມ່ນ​ປະມານ 45 ກິ​ໂລ​ແມັດ​ຕໍ່​ຊົວ​ໂມງ. ຄວາມ​ໄວ​ຂອງ​ເຮືອບິນ​ ສາມາດ​ເພີ້​ມຂື້ນ​ເຖິງ​ສອງ​ເທົ່າ​ ໃນ​ຕອນ​ກາງ​ເວັນ​ເວລາ​ແສງຕາ​ເວັນແຮງກ້າທີ່ສຸດ.

ສະພາບອາກາດ​ປັ່ນ​ປ່ວນໄດ້​ຖະຫລົ່ມ​ລັດ Oklahoma ​ໃນ​ຕົ້ນ​ອາທິດ​ນີ້ດ້ວຍ​ລົມທໍ​ເນ​ໂດ​ ທີ່​ຮ້າຍ​ແຮງ​ ແລະ​ມີ​ຝົນຕົກ​ໜັກ. ຜູ້​ປົກຄອງ​ລັດ ທ່ານ​ນາງ Mary Fallin ​ໄດ້​ປະກາດ​ພາ​ ວະສຸ​ກ​ເສີນ​ ​ໃນ 15 ເມືອງ ຫລັງ​ຈາກ​ລົມທໍ​ເນ​ໂດ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດສອງ​ຄົນ ​ແລະ ​ໄດ້ສ້າງຄວາມ​ເສຍ​ຫາຍ​ຢູ່ໃນຫລາຍໆ​ເຂດຂອງ​ລັດ.

​ເຮືອບິນSolar Impulse 2 ໄດ້ລົບ​ຫລີກ​ສະພາ​ອາກາດ​ບໍ່​ດີ​ໃນ​ວັນ​ພະຫັດ​ວານ​ນີ້ ​ແຕ່ມີ​ທ່າ​ທາງ​ວ່າອາດ​ຈະ​ຢຸດ​ເຊົາຢູ່​ທີ່​ນັ້ນ​ສອງ​ສາມ​ມື້​ຈົນ​ກວ່າ​ອາກາດຈະດີຂຶ້ນ.

ຫລັງຈາກ​ລັດ Oklahoma ​ແລ້ວ ເຮືອບິນລຳ​ນີ້​ຄາດ​ວ່າ​ຈະ​ຢຸດ​ແວ່​ອີກ​ເທື່ອ​ນຶ່ງ​ໃນ​ສະຫະ ລັດ ກ່ອນບິນ​ຂ້າມ​ມະຫາ​ສະມຸດ Atlantic ​ໄປຫາ​ຢູ​ໂຣບຫລື​ອາ​ຟຣິກາ​ເໜືອ ອີງ​ຕາມເວັບ ​ໄຊບັນທຶກ​ການ​ເດີນທາງ.

​ເປົ້າ​ໝາຍ​ອັນ​ສຳ​ຄັນ​ກໍ​ຄື​ກັບ​ຄືນ​ໄປສູ່ Abu Dhabi ​ໃນ​ປະ​ເທດສະຫະລັດ​ອາ​ຣັບ Emi- rates ບ່ອນ​ທີ່​ການ​ເດີນທາງ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2015. ​ເຮຶອບິນ​ຍັງ​ໄດ້​ຢຸດ​ແວ່​ຕາມ​ເສັ້ນ​ທາງບິນ​ອ້ອມ​ໂລກ ທີ່ປະ​ເທດໂອ​ມານ, ມຽນມາ, ຈີນ ​ແລະ​ຍີ​ປຸ່ນ.

​ອ່ານຂ່າວນີ້ເປັນພາສາອັງກິດ

US Solar Plane
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG