ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ພະລັງງານແສງຕາເວັນ ໄປເຖິງ ນະຄອນນິວຢອກ ແລ້ວ


ເຮືອບິນພະລັງງານແສງຕາເວັນ Solar Impulse 2 ບິນຂ້າມ ນະຄອນ San Francisco, ວັນທີ 23,ເມສາ 2016.
ເຮືອບິນພະລັງງານແສງຕາເວັນ Solar Impulse 2 ບິນຂ້າມ ນະຄອນ San Francisco, ວັນທີ 23,ເມສາ 2016.

ເຮືອບິນໃຊ້​ພະລັງງານ​ແສງ​ຕາ​ເວັນ Solar Impulse 2 ​ໄດ້ບິນ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ ​ໄປ​ນະຄອນ New York ຊຶ່ງ​ເ​ປັນ​ຊ່ວງ​ຫລ້າ​ສຸດ​ຂອງ​ການ​ເດີນທາງບິນ​ອ້ອມ​ໂລກ.

​ເຮືອບິນ​ທົດ​ລອງ​ລຳ​ນີ້ໄດ້​ອອກ​ເດີນທາງ​ຈາກເມືອງ Lehigh Valley ລັດ Pennsy-lvania ​ໃນ​ຕອນ​ແລງ​ວັນ​ສຸກ. ​ໄດ້​ບິນ​ຜ່ານ​ຮູບ​ປັ້ນ Liberty ກ່ອນ ກຳນົດ​ລົງ​ຈອດ​ທີ່​ສະໜາມ​ບິນນາໆ​ຊາດ John F. Kennedy ​ໃນ​ຕອນ​ເຊົ້າ​ ວັນ​ເສົາ​ມື້ນີ້.

​ນີ້ເປັນ​ຖ້ຽວ​ບິນຊ່ວງ​ຫລ້າ​ສຸດໃນການ​ທ້າ​ທາຍ​ປະຫວັດ​ສາດ​ຂອງ​ບັນດານັກ​ບິນຊາວ Swiss ທ່ານ Bertrand Piccard ​ແລະ​ທ່ານ Andre Borschberg ຜູ້​ທີ່​ກຳລັງແບ່ງ ປັນໜ້າ​ທີ່​ການບິນ. ພວກ​ຈັດແຈ້ງກ່າວ​ວ່າ ການ ບິນທີ່​ບໍ່ໃຊ້​ນໍ້າມັນ ​ເປັນ​ການສະ​ແດງ​ ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ໄປໄດ້​ຂອງ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ທີ່​ເປັນ​ພະລັງງານ​ສະອາດ.

​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າ​ກໍ​ຄື​ ການ​ກັບ​ຄືນ​ສູ່ Abu Dhabi ​ຢູ່ໃນ​ປະ​ເທດ ສະຫະລັດ Arab Emirates ບ່ອນ​ທີ່​ການ​ເດີນທາງ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2015​. ​ເຮືອບິນ​ໄດ້​ຢຸດ​ແວ່​ຫລາຍ​ບ່ອນ​ ທີ່ ​ໂອ​ມານ ມຽນມາ ຈີນ ຍີ່ປຸ່ນ ​ແລະ​ລັດຮາ​ວາຍ.

​ເຮືອ​ບີນ​ໄດ້​ລົງຈອດ​ຢູ່​ເມືອງ Allentown ລັດ Pennsylvania ​ແຕ່​ວັນ​ທີ 25 ເດືອນ​ພຶດສະ ພາ ໂດຍ​ມີ​ກຳນົດ​ບິນ​ໄປ​ນະຄອນ New York ​ໃນ​ຕອນ​ຕົ້ນ​ອາ ທິດ​ນີ້ ​ແຕ່ວ່າ​ພະຍຸ​ໄດ້​ເຮັດ​ໃຫ້​ເຮືອບິນ​ຈອດ​ຕື່ມ​ຢູ່​ທີ່​ນັ້ນ.

ຄວາມ​ໄວ​ຂອງ​ເຮືອບິນ​ມີ​ຢູ່​ປະມານ 45 ກິ​ໂລ​ແມັດຫລື 28 ​ໄມ​ຕໍ່​ຊົ່ວ​ໂມງ. ຄວາມ​ໄວ​ຂອງ​ເຮືອບິນ​ສາມາດ​ເພີ້ມຂຶ້ນ​ໄດ້ເຖິງສອງ​ເທົ່າ​ລະຫວ່າງ​ກາງ​ເວັນ​ເວລາມີແສງ​ຕາ​ເວັນ​ແຮງ. ​ແຜ່ນ​ແສງຕາ​ເວັນ 17,000 ​ແຜ່ນ​ໄດ້​ຕິດ​ຕັ້ງ ໄວ້​ຢູ່​ກັບ​ປີກ​ເຮືອບິນ Solar Impulse 2 ​ເພື່ອ​ເກັບ​ເອົາ​ພ​ະລັງແສງຕາ​ເວັນ ​ແລະ​ສາກ​ໝໍ້​ໄຟ​ຢູ່​ໃນ​ເຮືອບິນ ​ເພື່ອເຮັດ​ໃຫ້​ບິນ​ໄດ້​ໃນ​ຍາມ​ກາງຄືນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG