ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ Solar Impulse 2 ບິນຂຶ້ນຈາກ ສະເປນ ໄປຍັງ ອີຈິບ ເປັນຖ້ຽວບິນ ສຸດທ້າຍ


ເຮືອບິນພະລັງແສງອາທິດ Solar Impulse 2, ຂັບໂດຍ ຜູ້ບຸກເບີກ ຊາວສະວິດເຊີແລນ ທ່ານ Bertrand Piccard ພວມບິນລົງຈອດ ຢູ່ທີ່ນະຄອນ Seville ຂອງ Spain, ຫຼັງຈາກໄດ້ເສັດສິ້ນ ການບິນ 70 ຊົ່ວໂມງ ຂ້າມມະຫາສະໝຸດ Atlantic, ວັນທີ 23 ມິຖຸນາ 2016.
ເຮືອບິນພະລັງແສງອາທິດ Solar Impulse 2, ຂັບໂດຍ ຜູ້ບຸກເບີກ ຊາວສະວິດເຊີແລນ ທ່ານ Bertrand Piccard ພວມບິນລົງຈອດ ຢູ່ທີ່ນະຄອນ Seville ຂອງ Spain, ຫຼັງຈາກໄດ້ເສັດສິ້ນ ການບິນ 70 ຊົ່ວໂມງ ຂ້າມມະຫາສະໝຸດ Atlantic, ວັນທີ 23 ມິຖຸນາ 2016.

ເຮືອບິນໃຊ້ພະລັງແສງອາທິດທັງໝົດ ເກືອບສຳເລັດການເດີນທາງຮອບໂລກ ທີ່ໃຊ້ເວລາຫຼາຍກວ່າ ປີນຶ່ງ.

ເຮືອບິນ Solar Impulse 2 ນັ່ງໄດ້ຜູ້ດຽວ ໄດ້ບິນອອກຈາກ ນະຄອນ Seville ຂອງສະເປນ ໄປຍັງນະຄອນ Cairo ຂອງອີຈິບ ໃນວັນຈັນມື້ນີ້ ໂດຍມີທ່ານ Andre Borschberg ປະຈຳຢູ່ບ່ອນນັ່ງຂອງນັກບິນ.

ການເດີນທາງໃນຄັ້ງນີ້ ຈະນຳເອົາເຮືອບິນພະລັງແສງອາທິດ ບິນຢູ່ເທິງນ່ານຟ້າ ຂອງປະເທດຕ່າງໆຈຳນວນນຶ່ງ ປະກອບດ້ວຍ ຕູນີເຊຍ ອາລຈີເຣຍ ມາລຕາ ອີຕາລີ ກຣິສ ແລະ ສຸດທ້າຍຄື ອີຈິບ.

ການບິນຂອງເຮືອບິນພະລັງແສງອາທິດໃນຄັ້ງນີ້ ຈະເປັນການບິນ ເທື່ອສຸດ ທ້າຍ ຊຶ່ງກ່ອນໜ້ານີ້ ໄດ້ບິນໄປຮອດ ນະຄອນຫຼວງ ອາບູດາບີ ຂອງສະຫະ ລາດຊະອານາຈັກ ອາຣັບເອເມີເຣັສ ອັນເປັນບ່ອນທີ່ການເດີນທາງຮອບໂລກ ໄດ້ເລີ່ມຕົ້ນຂຶ້ນ ເມື່ອເດືອນມີນາ ປີ 2015.

ເມື່ອເດືອນແລ້ວນີ້ ນັກບິນຊາວສະວິດເຊີແລນ ທ່ານ Bertrand Piccard ໄດ້ປະຈຳການຢູ່ໃນຫ້ອງຄວບຄຸມ ເພື່ອນຳເອົາເຮືອບິນ Solar Impulse 2 ບິນຈາກນະຄອນ ນິວຢອກ ຜ່ານພາກສ່ວນທີ່ອັນຕະລາຍທີ່ສຸດ ຂອງການ ເດີນທາງຮອບໂລກ ຢຸດແວ່ຊົ່ວຄາວ ທີ່ໃຊ້ເວລາການບິນ 71 ຊົ່ວໂມງ ຂ້າມ ມະຫາສະໝຸດ ແອດແລນຕິກ.

ທ່ານ Piccard ແລະ ທ່ານ Borschberg ໄດ້ປ່ຽນຜຽນກັນຂັບເຮືອບິນລຳນີ້.

ທ່ານ Borschberg ໄດ້ຂັບເຮືອບິນພະລັງແສງອາທິດ ຂ້າມມະຫາສະໝຸດ ປາຊີຟິກ ຈາກນະຄອນ Nagoya ຂອງຍີ່ປຸ່ນ ໄປຍັງ ລັດຮາວາຍ ຂອງສະຫະລັດ ຊຶ່ງເປັນຄວາມພະຍາຍາມ ທີ່ໃຊ້ເວລາ 118 ຊົ່ວໂມງ.

ນັກບິນທັງສອງທ່ານນັ້ນ ໄດ້ຮຽນການນັ່ງສະມາທິ ແລະ ການສະກົດຈິດ ອັນ ເປັນສ່ວນນຶ່ງ ຂອງການຝຶກແອບຂອງພວກເຂົາເຈົ້າ ເພື່ອຈະຊ່ອຍໃຫ້ຢູ່ໃນ ສະພາບຕື່ນຕົວ ເປັນເວລາຍາວນານໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Solar Plane
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG