ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ ໃຫ້ສັດຕະຍາບັນ ແກ່ຂໍ້ຕົກລົງການຄ້າເສລີ ກັບສະຫະລັດ.


ເກີດບັນຫາໂຕ້ແຍ່ງກັນຂຶ້ນໃນສະພາແຫ່ງຊາດເກົາຫລີໃຕ້ ກ່ຽວກັບການໃຫ້
ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າເສລີກັບສະຫະລັດ ທີ່ກຸງໂຊນ.
ວັນທີ 22 ພະຈິກ 2011.
ເກີດບັນຫາໂຕ້ແຍ່ງກັນຂຶ້ນໃນສະພາແຫ່ງຊາດເກົາຫລີໃຕ້ ກ່ຽວກັບການໃຫ້ ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າເສລີກັບສະຫະລັດ ທີ່ກຸງໂຊນ. ວັນທີ 22 ພະຈິກ 2011.

ລັດຖະສະພາ​ເກົາຫລີ​ໃຕ້​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ສະຫະລັດ ​ໃນ​
ການ​ລົງມະຕິ​ທີ່ເປັນບັນຫາ​ໂຕ້​ແຍ່ງ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ສະພາ​ແຫ່ງ​ຊາດ
ນັ້ນ.

ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້ຖືກ​ຮັບ​ຜ່ານ​ດ້ວຍ​ຄະແນນສຽງ​ເຫັນ​ດີ 151 ສຽງ​ຕໍ່ 7 ສຽງ​ຄັດຄ້ານ
ໃນ​ລະຫວ່າງ​ເປີດ​ກອງ​ປະຊຸມ​ນັດ​ພິ​ເສດ​ໃນ​ວັນ​ອັງຄານ​ມື້ນີ້.

ພວກ​ສະມາຊິກ​ສະພາ​ຝ່າຍ​ຄ້ານ ​ທີ່​ມີ​ຈໍານວນໜ້ອຍກ​ວ່າ ​ໄດ້​ສະ​ແດງ​ປະຕິກິລິ​ຍາໂມ​ໂຫ​ໂທ​
ໂສ​ ຕໍ່​ການ​ເຄື່ອນ​ໄຫວ​ເພື່ອ​ບັງຄັບ​ໃຫ້​ມີ​ການລົງມະຕິ​ກັນ ​ໂດຍ​ພາກັນຮ້ອງ​ໂຮ​ຄັດຄ້ານ​ແລະ​ບີບຂະນວນລະເບີດນໍ້າຕາໃຫ້ແຕກຂຶ້ນຢູ່ໃນ​ສະພາ​ນັ້ນ.

ການ​ລົງມະຕິ​ດັ່ງກ່າວ​ມີ​ຂຶ້ນ​ນຶ່ງ​ເດືອນ ຫລັງ​ຈາກ​ລັດຖະສະພາ​ສະຫະລັດໄດ້​ໃຫ້ການອະນຸ
ມັດຕໍ່ຂໍ້​ຕົກລົງ​ການ​ຄ້າ​ເສລີ​ດັ່ງກ່າວ ແລະປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ກໍ​ໄດ້​ລົງ​ນາມ​ເປັນ​
ກົດໝາຍ​ມີຜົນບັງຄັບໃຊ້​ແລ້ວ.

ສົນທິສັນຍາ​ດັ່ງກ່າວ ທີ່ເອີ້ນວ່າ ຂໍ້​ຕົກລົງ​ການ​ຄ້າ​ເສລີລະຫວ່າງ​ເກົາຫລີ​ແລະ​ສະຫະລັດ
ໄດ້​ມີການລົງ​ນາມເມື່ອ​ເກືອບ 4 ປີ​ເຄິ່ງຜ່ານມາ​ແລ້ວ ​ແລະ​ເປັນ​ສົນທິສັນຍາການ​ຄ້າ ທີ່​ມີ
​ຄວາມ​ສຳຄັນຫລາຍ​ທີ່​ສຸດ​ສໍາລັບສະຫະລັດ ນັບ​ແຕ່ມີການສົນທິສັນຍາການ​ຄ້າ​ເສລີອາເມ
ຣິກາເໜືອ​ ກັບ​ກາ​ນາ​ດາ ​ແລະ​ເມັກ​ຊິ​ໂກ​ ໃນປີ 1994.

XS
SM
MD
LG