ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ລະນຶກເຖິງ ວັນຄົບຮອບ 2 ປີ ໃນການໂຈມຕີ ຂອງເກົາຫຼີເໜືອ


ເກົາຫຼີໃຕ້ ລະນຶກເຖິງຄົບຮອບສອງປີ ໃນການໂຈມຕີເກາະ Yeonpyeong ໂດຍເກົາຫຼີເໜືອ (23 ພະຈິກ 2012)
ເກົາຫຼີໃຕ້ ລະນຶກເຖິງຄົບຮອບສອງປີ ໃນການໂຈມຕີເກາະ Yeonpyeong ໂດຍເກົາຫຼີເໜືອ (23 ພະຈິກ 2012)
ເກົາຫຼີໃຕ້ລະນຶກເຖິງວັນຄົບຮອບປີທີ 2 ໃນວັນສຸກມື້ນີ້ ໃນການ
ໂຈມຕີຢ່າງຮ້າຍແຮງ ຂອງເກົາຫຼີເໜືອ ຕໍ່ເກາະ ທີ່ຕັ້ງຢູ່ໃນເຂດ ແນວໜ້າເກາະນຶ່ງຂອງເກົາຫຼີໃຕ້.

ການຍິງປືນໃຫຍ່ຂອງເກົາຫຼີເໜືອໂຈມຕີເກາະ Yeonpyeong
ໃນວັນທີ 23 ພະຈິກ ປີ 2010 ໄດ້ສັງຫານທະຫານມາຣີນຂອງ
ເກົາຫຼີໃຕ້ 2 ຄົນແລະພົນລະເຮືອນອີກ 2 ຄົນ.

ໃນພິທີໄວ້ອາໄລດັ່ງກ່າວຊຶ່ງຈັດຂຶ້ນຢູ່ອະນຸສາວະລີສົງຄາມທີ່ກຸງ
ໂຊລນັ້ນ ນາຍົກລັດຖະມົນຕີເກົາຫຼີໃຕ້ທ່ານ Kim Hwang-sik
ເອີ້ນການໂຈມຕີນີ້ວ່າເປັນການທ້າທາຍເກາະຜິດທີ່ຮ້າຍແຮງສຸດ
ຂອງເກົາຫຼີເໜືອນັບແຕ່ສົງຄາມເກົາຫຼີໄດ້ສິ້ນສຸດລົງໃນປີ 1953.
ທ່ານກ່າວຕື່ມວ່າ ມັນເປັນການເຕືອນຄວາມຊົງຈຳທີ່ຈະແຈ້ງທີ່ວ່າ ປະເທດທັງສອງຍັງຢູ່ໃນພາວະສົງຄາມ. ສົງຄາມເກົາຫຼີໄດ້ສິ້ນສຸດລົງດ້ວຍ ການຢຸດຍິງ ແທນທີ່ຈະແມ່ນການເຊັນສັນຍາສັນຕິພາບ.

ດັ່ງດຽວກັນກັບໃນພິທີຄົບຮອບປີກາຍນີ້ ກອງທັບຂອງເກົາຫຼີໃຕ້ໄດ້ທຳການຊ້ອມລົບແລະ ການຝຶກແອບຕ່າງໆ ຢູ່ໃນບັນດາເກາະດອນທີ່ເປັນເຂດແດນທາງກໍ້າຕາ ເວັນຕົກຂອງປະ ເທດ ພາຍໃຕ້ການສົມມຸດວ່າ ຖືກໂຈມຕີຈາກເກົາຫຼີເໜືອ. ຄະນະເສນາທິການຮ່ວມຂອງ ກອງທັບເກົາຫຼີໃຕ້ກ່າວວ່າ ການຊ້ອມລົບທີ່ວ່ານີ້ແມ່ນມີທະຫານມາຣີນ ກອງທັບເຮືອແລະ ກອງທັບອາກາດເຂົ້າຮ່ວມນຳແຕ່ ບໍ່ມີການຍິງປືນໃຫຍ່ ທີ່ໃຊ້ລູກປືນແທ້ ໃນປີນີ້.
XS
SM
MD
LG