ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂອ​ລິ​ມປິກ ​ລະດູ​ໜາວ ທີ່ Sochi ປິດ​ລົງ ດ້ວຍ​ພິ​ທີ​ສະ​ແດງ ອັນ​ຍິ່ງ​ໃຫ​ຍ່ (ວີ​ດີ​ໂອ/ສະ​ໄລ​ດ໌)


ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ Sochi
ຣັດ​ເຊຍ ​ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນວັນອາທິດ​ວານ​ນີ້
ດ້ວຍ​ການ​ຈັດ​ສະ​ແດງຢ່າງ​ອະລັງການເພື່ອ​ສະຫລອງ
ຄວາມ​ຍິ່ງ​ໃຫຍ່ ຢູ່​ເທິງເວທີສາກົນຂອງການກິລາ
ຂອງ​ປະ​ເທດເຈົ້າພາບ.

ການແຂ່ງຂັນກິລາ​ໂອ​ລິ​ມປິກ​ລະດູໜາວ 2014 ທີ່​ສິ້ນ​ເປືອງ
ຄ່າ​ໃຊ້​ຈ່າຍ​ເຖິງ 51 ພັນ​ລ້ານ ​ໂດ​ລ່າ ຊຶ່ງແມ່ນແພງ​ທີ່​ສຸດ ​
ເທົ່າ​ທີ່​ເຄີຍ​ຈັດ​ມານັ້ນ​ ​ໄດ້​ມ້ວນທ້າຍ​ລົງ​ຢ່າງ​ປອດ​ໄພ ເຖິງ​ແມ່ນ
ໄດ້​ມີ​ໄພຂົ່ມຂູ່​ຢ່າງ​ໃຫຍ່​ຫຼວງ ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່
​ການ​ຮ້າຍກ່ອນ​ການ​ແຂ່ງຂັນ​ເປັນ​ເວລາ​ 17 ມື້ ​ໄດ້​ເລີ້ມ​ຂຶ້ນ ຊຶ່ງ​ໄດ້​ຖ່າຍທອດ​ໄປ​ທົ່ວ​ໂລກ.

ມີການ​ຈູດ​ໄຟ​ດອກ ສົ່ງ​ແສງ​ສີ​ສວຍ​ງາມ ກະຈາຍ​ໄປ​ທົ່ວ​ທ້ອງ​ຟ້າ​ໃນ​ຍາມ​ລາຕີ ຢູ່​ຂ້າງ​
ນອກສະໜາມກິລາ​ໂອ​ລິ​ມປິກ​. ສ່ວນ​ຂ້າງໃນສະໜາມກິລານັ້ນ​ ​ມີ​ໂຕໝີ​ຍັກ​ ເປົ່າ​ລົມ
ຫາຍ​ໃຈ​ໃສ່​ໄຟ ​ຊຶ່ງໃນ​ເວລາ​ບໍ່​ເທົ່າ​ໃດ​ນາທີຕໍ່​ມາ​ນັ້ນ ທວນ​ໄຟໂອ​ລິ​ມປິກ ຢູ່​ທາງ​ນອກ
​ສະໜາມກໍ​ໄດ້ຖືກ​ມອດ​ລົງ.

BACH OLYMPICS
please wait
Embed

No media source currently available

0:00 0:00:30 0:00

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນ ປະທານ​ຄະນະ​ກໍາມະການໂອ​ລິ​ມປິກສາກົນ ທ່ານ
Thomas Bach ​ໄດ້​ກ່າວ​ສັນລະ​ເສີນ​ປະ​ເທດ​ເຈົ້າພາບ ຊຶ່ງ​ທ່ານ Bach ​ເວົ້າວ່າ:
“ທ່ານ​ກໍຊາບ​ກັນ​ແລ້ວ​ວ່າ ພວກ​ເຮົາ​ມາ​ຢູ່​ທີ່​ນີ້ ​ໃນປີ 1994 ພວກເຮົາໄດ້​ເຫັນ
ເຖິງ​ເມືອງ​ທີ່​ພັດທະນາ​ໃນ​ແບ​ບຂອງ​ລັດທິ Stalin, ​ຊຶ່ງ​ເວລາໃດທີ່ພວກເຮົາ
ຍ່າງ​ກ້າວ​ເຂົ້າ​ໄປ​ໃນ​ຫ້ອງ ພວກເຮົາ​ກໍຈະ​ເບິ່ງ​ຂຶ້ນ​ໄປ​ໃນ​ເພດານ ຢ້ານ​ວ່າ
ຈະ​ມີສິ່ງໃດ​ສິ່ງ​ນຶ່ງ ຕົກລົງ​ມາ​ໃສ່ເຮົາ. ມັນ​ເປັນຕາ​ຢ້ານ​ຫຼາຍ​ ​ແລະມາ​ບັດນີ້
20 ປີຕໍ່​ມາ ​ການ​ປ່ຽນ​ແປງແມ່ນ​ໜ້າ​ອັດສະ​ຈັນ​ແທ້ໆ.”


ນັກ​ກິລາຣັດ​ເຊຍ ແມ່ນ​ປະສົບ​ຄວາມ​ສໍາ​ເລັດ​ຫຼາຍ​ທີ່​ສຸດ ​ໃນ​ການ​ແຂ່ງຂັນ​ປີ​ນີ້ ​
ໂດຍ​ຍາດ​ໄດ້ ຫຼຽນຫຼາຍກ່ວາ​ໝູ່ ​ແລະ​ກໍ​ໄດ້ຫຼຽນ​ຄໍາ​ຫຼາຍ​ກວ່າໝູ່ຄື​ກັນ ຄື​ໄດ້​ທັງ​ໝົດ
33 ຫຼຽນ​ແລະໃນນັ້ນ ມີ 13 ຫຼຽນ​ຄໍາ​.

ສະຫະລັດ​ມາ​ໃນ​ອັນ​ດັບ​ສອງ ຄືໄດ້​ຮັບ 28 ຫຼຽນ​ ຕິດຕາມ​ມາ​ດ້ວຍ​ ນໍ​ເວ 26 ຫຼຽນ​.
ສ່ວນຫຼຽນ​ຄໍາ​ນັ້ນ ປະ​ເທດນໍ​ເວ ​ແມ່ນ​ມາ​ໃນ​ອັນ​ດັບ​ສອງ ​ໄດ້​ຮັບ​ທັງ​ໝົດ 11 ຫຼຽນ ​
ແລະ ກາ​ນາ​ດາ ໄດ້ຮັບ 10 ຫຼຽນ.

SOCHI FIREWORKS
please wait
Embed

No media source currently available

0:00 0:01:08 0:00


XS
SM
MD
LG