ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນ ​ໂອ​ລິ​ມປິກ ຈະໄຂຂຶ້ນ ທີ່ Sochi ໃນວັນສຸກ ຈະມານີ້ (ສະໄລດ໌/ວີດີໂອ)


Sochi Olympics: Putin’s Legacy Or Liability
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
ງານ​ມະຫະກໍາ​ກິລາ​ໂອ​ລິ​ມປິກ ທີ່​ເມືອງ Sochi ປະ​ເທດຣັ​ດເຊຍ
ຈະໄຂ​ຂຶ້ນ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ຊຶ່ງ​ຈະ​ເປັນ​ງານໂອ​ລິ​ມປິກທີ່
ແພງ​ທີ່​ສູງ​ທີ່​ສຸດ ​ໃນ​ປະຫວັດ​ສາດ​.

ຄ່າ​ກໍ່ສ້າງແລະ​ໃຊ້​ຈ່າຍ​ຕ່າງໆ ທີ່​ຕົກ​ເປັນ 50 ພັນ​ລ້ານ​ໂດ​ລ່ານັ້ນ
​ແມ່ນ​ 4 ​ເທົ່າ​ຂອງ​ຈໍານວນ ທີ່ທ່ານ Putin ​ໄດ້​ຄາດ​ຄະ​ເນ​ໄວ້​
ໃນ​ເບື້ອງ​ຕົ້ນ​ ​ໃນ​ປີ 2007 ຕອນ​ທີ່ຣັດ​ເຊຍ​ໄດ້​ຖືກເລືອກໃຫ້​ເປັນ
​ເຈົ້າພາບ​ນັ້ນ.

ທ່ານ​ນາງ Elena Pafilova ຜູ້​ອໍານວຍ​ການຝ່າຍ​ບໍລິຫານ
​ຂອງອົງການ​ Transparency International Russia ​
ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ໃຊ້​ຈ່າຍ​ເກີນ​ງົບປະມານ ​ໄດ້​ສ້າງ​ຄວາມ​ບໍ່ພໍ​ໃຈໃຫ້
ຊາວຣັດ​ເຊຍ​ ກ່ຽວ​ກັບໂອ​ລິ​ມປິກຄັ້ງ​ນີ້ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ“ການ​ສໍ້​ລາດ​ບັງ​ຫຼວງນັ້ນ​
ແມ່ນ​ຖ້ວມ​ລົ້ນ ​ແບບຄວບ​ຄຸມ​ບໍ່​ໄດ້”
.

​ໃນ​ເດືອນ​ແລ້ວ​ນີ້ ທ່ານ Gian-Franco Kasper, ສະມາຊິກຊາວ​ສະ​ວິສ ​ຂອງ​ຄະນະ​
ກໍາມະການໂອ​ລິ​ມປິກສາກົນ ​ ​ໄດ້​ຕີ​ລາຄາວ່າ​ ບັນດາ​ເຈົ້າ​ໜ້າ​ທີ່​ແລະພວກ​ພ້ອງເພື່ອນຝູງ
ຂອງ​ລັດຖະບານຣັດ​ເຊຍ ​ໄ​ດ້ຍັກ​ຍອກ​ເອົາ​ເງິນ​ ​ປະມານ ນຶ່ງ​ສ່ວນ​ສາມ ຂອງ 50 ພັນ​ລ້ານ​
ໂດ​ລ່າ ທີ່ໄດ້ໃຊ້​ຈ່າຍໄປ​ສໍາລັບງານໂອ​ລິ​ມປິກນີ້. ​ໃນ​ອາທິດ​ແລ້ວ​ນີ້ ທ່ານ Alexei Navalny
ຜູ້​ນໍາ​ຝ່າຍ​ຄ້ານຣັດ​ເຊຍ ​ໄດ້ອອກ​ລາຍ​ງານ​ສະບັບ​ນຶ່ງ ທີ່ເວົ້າ​ວ່າ ​ການ​ມອບ​ສັນຍາ​ກໍ່​ສ້າງ
ຫລາຍໆ​ອັນ ​ແບບທີ່​ບໍ່​ມີ​ການ​ປະມູນ​ແຂ່ງຂັນກັນນັ້ນ​ ໄດ້​ອໍາ​ນວຍໃຫ້​ພວກ ເພື່ອນ​ຝຸງຂອງ
ປະທານາທິບໍດີ Putin ລັກລອບ​ເອົາ​ເງິນຈາກ​ກອງ​ທຶນຂອງ​ລັດ​ໄປ​ໄດ້​ຮອດ ​15 ພັນລ້ານ
ໂດ​ລ່າ.

​ເມື່ອ​ຖືກ​ກົດ​ດັນ​ຈາກ​ການ​ກ່າວ​ຫາ ກ່ຽວ​ກັບການ​ສໍ້​ລາດ​ບັງ​ຫຼວງນັ້ນ ປະທາ ນາທິບໍດີ Putin
​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ຕ່າງປະ​ເທດໃນວັນ​ທີ 19 ​ມັງກອນຜ່ານ​ມາ​ນີ້ວ່າ ມັນ​ບໍ່​ມີ​ຫຼັກ​ຖານ
​ໃດ​ໆມາ​ສະໜັບສະໜຸນ​ຂໍ້​ກ່າ​ວຫາ​ທີ່​ວ່າ​ນັ້ນ. ທ່ານ​ເວົ້າ​ວ່າ ຍັງ​ບໍ່​ມີ​ຜູ້​ໃດ​ນໍາ​ເອົາ​ເອກ​ກະສາ​ນ
ທີ່​ມີ​ຂໍ້​ມູນ​ເຫລົ່າ​ນັ້ນ ມາຢືນຢັນ​ຕໍ່ພວກ​ເຮົາ​ເທື່ອ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້.”



ການ​ຂາຍ​ປີ້​ໃນຕ່າງປະ​ເທດ​ໃນ​ງານໂອ​ລິ​ມປິກນີ້ ​ແມ່ນ​ຊ້າ. ພວກ​ຊາວ​ຕ່າງ​ຊາດ​ໄດ້ອ້າງ​ເຖິງ​
ຄວາມ​ເປັນ​ຫ່ວງ​ກັງວົນ​ເລື້ອງ​ຄວາມ​ປອດ​ໄພ ຄ່າ​ຂອງການ​ເດີນທາງ​ທີ່​ສູງ ​ແລະ​ກົດໝາຍ​ຕໍ່
ຕ້ານ​ພວກ​ຮັກ​ຮ່ວມ​ເພດ ຂອງຣັດ​ເຊຍ ວ່າ ​ເປັນສາ​ເຫດເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ຢາກ​ໄ​ປຮ່ວມ​ງານ.

​ໃນ​ອາ​ທິດ​ແລ້ວ​ນີ້ ບັນດາ​ຜູ້​ນໍາ​ຂອງ​ສະຫະພາບ​ຢູ​ໂຣບ ​ໄດ້​ຕັດ​ເວລາໃນ​ການ​ປະຊຸມ ກັບ
ປະທານາທິບໍດີ Putin ທີ່​ກໍານົດ​ໄວ້ 2 ມື້ ​ໃຫ້​ເຫຼືອ​ແຕ່​ພຽງ 3 ຊົ່ວ​ໂມງ​ເທົ່າ​ນັ້ນ. ​ ບັນດາ​ຜູ້​ນໍາ​
ຂອງ​ສະຫະລັດ, ຝຣັ່ງ ​ແລະ​ອັງ​ກິດ ກໍຈະ​ບໍ່ໄປ​ເມືອງ Sochi ເພື່ອ​ຮ່ວມ​ງານ​ມະຫະກໍາ​
ກິລາ​ໂອ​ລິ​ມປິກ ຄັ້ງ​ນີ້.

​ແຕ່​ວ່າ ພ້ອມ​ກັບການ​ເປີດ​ງານ​ຢ່າງ​ອະລັງການຍິ່ງ​ໃຫຍ່​ ​ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້ນັ້ນ ປະທານາ
ທິບໍດີ Putin ຫວັງ​ວ່າ ​ຄວາມ​ຄິດໃນທາງ​ລົບ​ຕ່າງໆ​ນີ້​ຈະ​ຖືກ​ລົບ​ເລືອນ​ໄປ​ ​ເວລາ​ບັ້ງໄຟ​ດອກ​
ສະຫລອງ​ພິທີ​ເປີດ​ງານໂອ​ລິ​ມປິກ ​ຈຸດ​ປະກາຍ​ຂຶ້ນ​ ໃນ​ຄໍ່າ​ຄືນ​ຂອງ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້.

XS
SM
MD
LG