ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

22 ຄົນເສຍຊີວິດ ໃນເຫດປະທະກັນ ລະຫວ່າງຕຳຫລວດ ກັບແຟນເຕະບານ


ຕຳຫລວດ ແລະ ແຟນກິລາ​ເຕະບານ ໂຕ້ຖຽງກັນ ແລ້ວຊຸກກັນໄປມາ ໃນຂະນະທີ່ ແຟນກິລາ​ເຕະບານ ພະຍາຍາມ ບຸກເຂົ້າໄປໃນສະໜາມ ເພື່ອຊົມການແຂ່ງຂັນ ຢູ່ທີ່ນອກຊານເມືອງ ຂອງນະຄອນຫລວງ Cairo, ວັນທີ 8 ກຸມພາ 2015.
ຕຳຫລວດ ແລະ ແຟນກິລາ​ເຕະບານ ໂຕ້ຖຽງກັນ ແລ້ວຊຸກກັນໄປມາ ໃນຂະນະທີ່ ແຟນກິລາ​ເຕະບານ ພະຍາຍາມ ບຸກເຂົ້າໄປໃນສະໜາມ ເພື່ອຊົມການແຂ່ງຂັນ ຢູ່ທີ່ນອກຊານເມືອງ ຂອງນະຄອນຫລວງ Cairo, ວັນທີ 8 ກຸມພາ 2015.

ທີ່​ປະ​ເທດ​ອີ​ຈິບ ແຟນກິລາ​ເຕະບານ ຢ່າງ​ນ້ອຍ 22 ຄົນ​ໄດ້​ເສຍ
​ຊີວິດ ​ແລະ ອີກຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ ເວລາຕຳຫລວດ ​ແລະ
ພວກ​ສະ​ໜັບສະ​ໜຸນທີ​ມກິ​ລາ​ແຕະ​ບານ ປະ​ທະ​ກັນ​ຢູ່​ທີ່​ການ​ແຂ່ງ
ຂັນ​ເຕະ​ບານບັ້ນ​ໜຶ່ງ ໃນ​ນະຄອນຫລວງ Cairo ອີງ​ຕາມ​ລາຍງານ
​ຂອງ​ສື່​ຂ່າວ​ໃນ​ທ້ອງ​ຖິ່ນ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າຄາດ​ວ່າ ຈຳນວນ​ຜູ້​ເສຍ
​ຊີວິດ​ຈະເພີ້​ມຂຶ້ນອີກ.

ການ​ປະ​ທະ​ກັນ ​ໄດ້​ເກີດ​ຂຶ້ນ ຢູ່​ທີ່​ການ​ແຂ່ງຂັນ​ລະຫວ່າງທີ​ມຈາກ​
2 ສະ​ໂມ​ສອນບານ​ເຕະ​ຂອງ​ Cairo ຄື ສະ​ໂມ​ສອນ Zamalek
ກັບ​ Enppi. ​ກອງ​ກຳລັງ​ຮັກສາ​ຄວາມ​ສະ​ຫງົບ ກ່າວ​ວ່າ ຕຳຫລວດໄດ້​ໃຊ້​ແກັ​ສນ້ຳຕາ
​ເພື່ອ​ຂັບ​ໄລ່​ພວກ​ຝູງ​ຊົນ ​ໃຫ້​ສະຫລາຍ​ຕົວ.

ແຟນກິລາເຕະບານຄົນນຶ່ງ ຢູ່ໃກ້ໆກັບລົດຕຳຫລວດ ທີ່ຖືກຈູດ ໃນລະຫວ່າງທີ່ເກີດການປະທະກັນ ລະຫວ່າງ ແຟນກິລາເຕະບານ ແລະຕຳຫລວດ ຢູ່ໜ້າສະໜາມກິລາ ໃນນະຄອນຫລວງ Cairo, ວັນທີ 8 ກຸມພາ 2015.
ແຟນກິລາເຕະບານຄົນນຶ່ງ ຢູ່ໃກ້ໆກັບລົດຕຳຫລວດ ທີ່ຖືກຈູດ ໃນລະຫວ່າງທີ່ເກີດການປະທະກັນ ລະຫວ່າງ ແຟນກິລາເຕະບານ ແລະຕຳຫລວດ ຢູ່ໜ້າສະໜາມກິລາ ໃນນະຄອນຫລວງ Cairo, ວັນທີ 8 ກຸມພາ 2015.

ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ຂອງ​ກະຊວງ​ພາຍ​ໃນ ກ່າວ​ວ່າ “​ແຟນ​
ສະ​ໂມສອນ Zamalek ຈຳນວນ​ຫລວງຫຼາຍ​ໄດ້​ພາກັນໄປ
ຍັງສະໜາມກິລາຂອງ​ກອງ​ກຳລັງປ້ອງ​ກັນ​ທາງ​ອາກາດ ​
ເພື່ອ​ເຂົ້າຊົມ​ການ​ແຂ່ງຂັນ…​ແລະ ​ໄດ້​ພະຍາຍາມ ບຸກ​ເຂົ້າ​
ປະຕູ​ທາງ​ເຂົ້າສະໜາມກິລາ​ ຊຶ່ງ​ໄດ້​ເຮັດ​ໃຫ້​ກອງ​ທະຫານ​
ຕ້ອງສະກັດ​ກັ້ນ​ພວກ​ເຂົາ​ເຈົ້າ ​ບໍ່​ໃຫ້​ສືບ​ຕໍ່​ທຳ​ການບຸກ​ເຂົ້າ
ໄປອີກ​”
ຄຳ​ຖະ​ແຫລ​ງບໍ່​ໄດ້​ໃຫ້​ລາຍ​ລະອຽດຕື່ມ​ອີກ.

ເຫດການ​ວຸ້ນວາຍ​ທີ່​ຮ້າຍ​ແຮງ​ພາ​ໃຫ້​ມີ​ຄົນ​ຕາຍ​ຫລາຍ​ທີ່​ສຸຸດ ​ໃນປະຫວັດສາດ​ຂອງ​ກິລາ​
ເຕະບານ​ອີ​ຈິບ ​ເກີດຂຶ້ນ​ເມື່ອ​ປີ 2012 ​ໃນການ​ແຂ່ງຂັນ​ລະຫວ່າງ ທີ​ມ Al-Masry ຂອງ​
ສະໂມ​ສອນ Port Said ກັບ ທີ​ມ Al-Ahly ຂອງ​ສະ​ໂມ​ສອນ Cairo ຊຶ່ງ​ເຮັດ​ໃຫ້​ມີ 74 ຄົນ ເສຍ​ຊີວິດ. ລຸນຫຼັງມາ ໃນ​ປີດ​ຽວກັນນັ້ນ ພວກ​ແຟນ​ທີ່​ເກີດ​ຄວາມ​ໂມ​ໂຫ​ໂທ​ໂສ ​ໄດ້​ເຜົາ​ສຳ
ນັກງານ​ຂອງສະມາຄົມເຕະບານ​ອີ​ຈິບ ໃນ​ການ​ປະ​ທ້ວງ​ການຕັດສິນ​ໃຈ ​ຂອງສະມາຄົມ​ ດັ່ງກ່າວ ທີ່ໄດ້ອະນຸມັດໃຫ້​ມີ​ການສື​ບຕໍ່ແຂ່ງຂັນ​ກັນ ​ລະຫວ່າງ​ທັງ​ສອງ​ທີ​ມດັ່ງກ່າວ​ ກ່ອນທີ່
ຈະ​ນຳ​ເອົາພວກຮັບຜິດຊອບ ​ຕໍ່ການ​ກໍ່​ຄວາມ​ວຸ້ນ​ວາຍ ​ໃນ​ປີ 2012 ນັ້ນ ມາ​ລົງ​ໂທດ.

ອີຈິບ​ໄດ້​ຕັດ​ຈຳນວນ​ຄົນ ທີ່​ອະນຸຍາດ​ໃຫ້​ເຂົ້າຊົມ​ການ​ແ​ຂ່ງຂັນ​ເຕະບານ​ຕ່າງໆ​ລົງ ນັບ​ຕັ້ງ​ແຕ່​ເກີດ​ຄວາມ​ວຸ້ນວາຍ​ດັ່ງ​ກ່າວ​ນັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ພວກ​ແຟນກິລາ ພະຍາຍາມ​ບຸກ​ເຂົ້າ​ໄປໃນ​ສະໜາມ ທີ່​ພວກ​ເຂົາຖືກ​ຫ້າມບໍ່ໃຫ້​ເຂົ້າ​ໄປ​ນັ້ນ ຢູ່​ເລື້ອຍໆ.

EGYPT SOCCER RIOT VIDEO
please wait

No media source currently available

0:00 0:00:52 0:00

At least 22 soccer fans were killed and many more injured when police and supporters clashed at a football ((soccer)) game in Cairo, local media report.


The clash happened at a match between two Cairo clubs, Zamalek and Enppi. The Interior Ministry said in statement that huge numbers of Zamalek club fans tried to storm the stadium gates by force.Authorities say police used teargas to disperse the crowd.

The death toll is expected to rise.

The deadliest riot in Egypt soccer history came during a 2012 match when Port Said's Al-Masry team hosted Cairo's Al-Ahly. That riot killed 74 people. Later that year, angry fans burned down the headquarters of Egypt's Football Association, protesting its decision to resume matches before bringing those behind that 2012 riot to justice.

Egypt has curbed the number of people allowed into soccer matches since that riot, prompting fans to often try to storm soccer grounds that they are banned from entering.

XS
SM
MD
LG